ຈາກທົ່ງນາທີ່ມີເຂົ້າຂຽວງາມ ເຫຼືອພຽງດິນທີ່ແຫ້ງແຕກເຫີບ

ຈາກທົ່ງນາທີ່ມີເຂົ້າຂຽວງາມ ເຫຼືອພຽງດິນທີ່ແຫ້ງແຕກເຫີບ

ຈາກທົ່ງນາທີ່ມີເຂົ້າຂຽວງາມ ເຫຼືອພຽງດິນທີ່ແຫ້ງແຕກເຫີບ
​ ສະພາບໄພ​ພິ​ບັດນ້ຳຖ້ວມໃນປີ 2026 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຊີວິດການເປັນຢູ່ ແລະ ການທຳມາຫາກິນຂອງປະຊາຊົນ ໃນຫຼາຍພື້ນທີ່, ໂດຍສະເພາະແມ່ນເນື້ອທີ່ທຳການຜະລິດກະສິກຳຂອງຊາວກະສິກອນທີ່ເສຍ​ຫາຍ​ຈາກ​ໄພນ້ຳຖ້ວມ.
ຈາກທງນາທມເຂາຂຽວງາມ ເຫອພຽງດນທແຫງແຕກເຫບ - image 1
 

ທ່ານ ຄໍາສາ ຍົມສີລາ ປະຊາຊົນບ້ານໜອງຜື ເມືອງໄຊບົວທອງ ແຂວງຄໍາມ່ວນ ໄດ້ເປີດເຜີຍຄວາມເສຍຫາຍດ້ານຜົນຜະລິດ ແລະ ຄວາມຫຍຸ້ງຍາກຕໍ່ສື່ມວນຊົນວ່າ: ໃນໄລຍະຜ່ານມາ, ຄອບຄົວມີເນື້ອທີ່ນາປະມານ 3 ເຮັກຕາ ເຊິ່ງເຄີຍທຳການປູກຝັງ ແລະ ເກັບກ່ຽວຜົນຜະລິດໄດ້ດີມາໂດຍຕະຫຼອດ, ໂດຍສະເລ່ຍແມ່ນໄດ້ເຂົ້າປະມານ 300 ເປົາຕໍ່ປີ. ພໍມາຮອດປີ 2026 ນີ້ ຫຼັງຈາກປັກດຳເຂົ້ານາປີສໍາເລັດ, ເຂົ້າຢູ່ທົ່ງນາກຳລັງແຕກກໍຂຽວງາມ, ກໍມາປະເຊີນກັບເຫດການທີ່ບໍ່ຄາດຄິດ ຊຶ່ງມີປະລິມານນໍ້າມະຫາສານ ໄດ້ໄຫຼມາຈາກຫຼາຍທິດທາງ (ເນື່ອງຈາກເກີດມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ) ໄຫຼເຂົ້າຖ້ວມເນື້ອທີ່ນາທັງໝົດ, ເມື່ອເຫັນສະພາບຄືແນວນັ້ນ ຕົນເອງ ແລະ ຄອບຄົວ ກໍບໍ່ສາມາດແກ້ໄຂຫຍັງໄດ້, ໄດ້ແຕ່ແນມເບິ່ງທົ່ງນາທີ່ກາຍເປັນທະເລນໍ້າສີຂຸ້ນ ແລະ ພາວະນາໃຫ້ນໍ້າຫຼຸດລົງໄວໆ ເພື່ອຈະໄດ້ເຫັນຕົ້ນເຂົ້າທີ່ຍັງລອດຕາຍ ຫວັງຈະໄດ້ເກັບກ່ຽວຜົນຜະລິດຕາມລະດູການ. ແຕ່ສະພາບອາກາດຍິ່ງໂຊກຮ້າຍຊໍ້າຕື່ມ, ເມື່ອຝົນສືບຕໍ່ຕົກລົງຢ່າງຕໍ່ເນື່ອງເປັນເວລາຫຼາຍວັນ ເຮັດໃຫ້ນໍ້າຖ້ວມຂັງຢູ່ໃນນາເຂົ້າເປັນເດືອນໆ, ຕົ້ນເຂົ້າທີ່ປັກດຳ ກໍເນົ່າເປື່ອຍໄປກັບນໍ້າຈົນໝົດ ບໍ່ເຫຼືອຜົນຜະລິດໃຫ້ໄດ້ເກັບກ່ຽວເລີຍ.

ທ່ານ ຄໍາສາ ເລົ່າຕື່ມອີກວ່າ: ເຫດການນ້ຳຖ້ວມຄັ້ງນີ້ ເຮັດໃຫ້ຄອບຄົວຂອງລາວ ປະສົບບັນຫາ ແລະ ມີຄວາມຫຍຸ້ງຍາກຫຼາຍ. ໃນໄລຍະນໍ້າຖ້ວມ ການສັນຈອນໄປມາຫາກິນກໍລຳບາກ ຕ້ອງໄດ້ຂີ່ເຮືອອອກໄປຊອກຫາອາຫານມາລ້ຽງຄອບຄົວ, ຍິ່ງໄປກວ່ານັ້ນ ຍັງມີລູກທີ່ຍັງນ້ອຍ ເຊິ່ງເປັນພາລະໜັກທີ່ຕ້ອງໄດ້ສູ້ຊົນຊອກຫາສິ່ງມາຈຸນເຈືອລ້ຽງລູກໃນຍາມວິກິດແບບນີ້.

ຈາກທງນາທມເຂາຂຽວງາມ ເຫອພຽງດນທແຫງແຕກເຫບ - image 2
 

ນອກຈາກການເຮັດນາແລ້ວ, ຄອບຄົວກໍເຄີຍປູກຜັກ ເຊັ່ນ: ໝາກເພັດ, ໝາກແຕງ ແລະ ພືດຜັກອື່ນໆ, ແຕ່ຍ້ອນວ່າໃນຄອບຄົວມີແຮງງານໜ້ອຍ ແລະ ໃນລະດູແລ້ງ ນໍ້າທີ່ຈະໃຊ້ເຂົ້າໃນການປູກພືດ ກໍບໍ່ພຽງພໍ ຈຶ່ງສາມາດປູກໄດ້ໃນປະລິມານເລັກນ້ອຍ ພໍໄດ້ກິນໃນຄອບຄົວເທົ່ານັ້ນ ບໍ່ສາມາດຜະລິດເພື່ອຂາຍເປັນສິນຄ້າໄດ້.

ສຳລັບແຜນການໃນຕໍ່ໜ້າ, ທ່ານ ຄໍາສາ ມີຄວາມຄິດຢາກຫັນມາເຮັດ ນາແຊງ ຫຼື ການປູກເຂົ້າໃນລະດູແລ້ງ ໂດຍອາໄສລະບົບຊົນລະປະທານ ເພາະການເຮັດນາແຊງແມ່ນມີຄວາມສະດວກກວ່າ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພນ້ຳຖ້ວມໄດ້ດີກວ່າການເຮັດນາປີ ທີ່ມີຄວາມສ່ຽງປະເຊີນກັບສະພາບສະພາບອາກາດ ແລະ ໄພທຳມະຊາດຢູ່ເລື້ອຍໆ.

ດັ່ງນັ້ນ, ທ່ານ ຄໍາສາ ຍົມສີລາ ຈຶ່ງໄດ້ຕາງໜ້າໃຫ້ຄອບຄົວ ແລະ ປະຊາຊົນທີ່ປະສົບໄພ ວອນຂໍຄວາມຊ່ວຍເຫຼືອຈາກຂັ້ນເທິງ ແລະ ຂະແໜງການທີ່ກ່ຽວຂ້ອງ ຊ່ວຍເຫຼືອທາງດ້ານເຂົ້າສານ ແລະ ອາຫານແຫ້ງ ເພື່ອບັນເທົາຄວາມເດືອດຮ້ອນໃນຊ່ວງທີ່ຂາດແຄນສະບຽງອາຫານ ເນື່ອງຈາກຜົນຜະລິດຖືກນ້ຳຖ້ວມເສຍຫາຍທັງໝົດ, ພ້ອມນັ້ນກໍສະໜອງທາງດ້ານປັດໄຈການຜະລິດ ເປັນຕົ້ນ ແນວພັນເຂົ້າ ແລະ ແນວພັນພືດຜັກ ຕ່າງໆ ເພື່ອມາຟື້ນຟູການຜະລິດຄືນໃໝ່ ພ້ອມທັງຊ່ວຍກໍ່ສ້າງແລະສ້ອມແປງລະບົບຊົນລະປະທານ ເພື່ອໃຫ້ຊາວກະສິກອນສາມາດເຮັດນາແຊງໄດ້ຢ່າງມີປະສິດທິພາບ ແລະ ຍືນຍົງໃນອະນາຄົດ.

ຂ່າວ: ກອງຄໍາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ວັນທີ 1 ພະຈິກຜ່ານມາ, ທີ່ແຂວງຄໍາມ່ວນ ໄດ້ຈັດພີທີເປີດສາງພາງຂອງກຸ່ມບໍລິສັດ ພະນົມພອນ ຈໍາກັດ ຢ່າງເປັນທາງການ ຫວັງຍົກລະດັບວຽກງານໂລຈິສຕິກ ແລະ ເສີມທ່າແຮງການຄ້າຂ້າມຊາຍແດນ. ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ພ້ອມດ້ວຍການນໍາຂັ້ນສູນກາງ, ການນໍາແຂວງ, ຜູ້ບໍລິ ຫານກຸ່ມບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງພົນທີ 2 ຈັດຕັ້ງພິທີເຄົາລົບທຸງຊາດ

ກອງພົນທີ 2 ຈັດຕັ້ງພິທີເຄົາລົບທຸງຊາດ

ວັນທີ 2 ພະຈິກນີ້, ກອງພົນທີ 2 ໄດ້ຈັດຕັ້ງພິທີເຄົາລົບທຸງຊາດ ປະຈຳເດືອນພະຈິກ ໂດຍການເປັນປະທານຂອງສະຫາຍ ພັນເອກ ອຸ່ນເຕົ່າ ໄຊຍະຄຸນ ຫົວໜ້າຫ້ອງເສນາທິການ ກອງພົນທີ 2, ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ອັດ​ຕະ​ປືສຸມ​ໃສ່​ວຽກ​ງານ​ປົກ​ຄອງແລະປັບ​ປຸງ​ການ​ຈັດ​ຕັ້ງໃຫ້​ກະ​ທັດ​ຮັດ

ອັດ​ຕະ​ປືສຸມ​ໃສ່​ວຽກ​ງານ​ປົກ​ຄອງແລະປັບ​ປຸງ​ການ​ຈັດ​ຕັ້ງໃຫ້​ກະ​ທັດ​ຮັດ

ໃນໄລຍະ 5 ປີ (2021-2025) ແຂວງອັດຕະປື ໄດ້ສຸມໃສ່ປັບປຸງກົງຈັກການຈັດຕັ້ງ, ຍົກສູງປະ ສິດທິພາບວຽກງານປົກຄອງ ແລະ ຂັບເຄື່ອນວຽກງານ 3 ສ້າງ ໂດຍສາມາດຫຼຸດຈຳນວນພະ ແນກການຂັ້ນແຂວງຈາກ 38 ເຫຼືອ 34 ພະແນກການ ແລະ ຫຼຸດໜ່ວຍງານຈາກ 432 ເຫຼືອ 345 ໜ່ວຍງານ ພ້ອມທັງສ້າງຕັ້ງສູນບໍລິການຜ່ານປະຕູດຽວ 3 ແຫ່ງ ເພື່ອເຮັດໃຫ້ການບໍລິການລັດມີຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສຂຶ້ນ.
ສາລະວັນ ເຜີຍແຜ່ເຊື່ອມຊຶມນິຕິກຳການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ທົ່ວແຂວງ

ສາລະວັນ ເຜີຍແຜ່ເຊື່ອມຊຶມນິຕິກຳການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ທົ່ວແຂວງ

ແຂວງ ສາ​ລະ​ວັນໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເນື້ອໃນເອກະສານທີ່ສຳຄັນ ກ່ຽວກັບວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນແຂວງ ຄຸ້ມຄອງ ທົ່ວແຂວງສາລະວັນ, ໃນ​ວັນ​ທີ 30 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງສາລະວັນ,ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າຮ່ວມ.
ທ່ານ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຄໍາມ່ວນ

ທ່ານ ວັນໄຊ ພອງສະຫວັນ ໂອ້ລົມພະນັກງານຫຼັກແຫຼ່ງແຂວງຄໍາມ່ວນ

ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ເຄື່ອນໄຫວເຮັດວຽກ ແລະ ໂອ້ລົມ​ພະ​ນັກ​ງານຫຼັກ​ແຫຼ່ງແຂວງ​ຄຳ​ມ່ວນໃນ​ວັນ​ທີ 2 ພະ​ຈິກ​ນີ້ໂດຍ​ມີກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ-ອົງການທຽບເທົ່າອ້ອມຂ້າງແຂວງ, ພະນັກງານອາວຸດໂສບຳນານ, ພະນັກງານຫຼັກແຫຼ່ງ, ນັກທຸລະກິດ ພາຍໃນແຂວງຄຳມ່ວນເຂົ້າ​ຮ່ວມ​ຮັບ​ຟັງ.
ອັດຕະປື ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ສນຊ ທົ່ວປະເທດ ຄັ້ງທີ XII

ອັດຕະປື ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນ ສນຊ ທົ່ວປະເທດ ຄັ້ງທີ XII

ວັນທີ 30 ຕຸລາຜ່ານມາ, ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມຜົນສຳ ເລັດມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ (ສນຊ) ທົ່ວປະເທດ ຄັ້ງທີ XII ແລະ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງ ຄັ້ງທີ VIII. ໃຫ້ກຽດເຜີຍແຜ່ຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ທ່ານ ນາງ ບັນທະໄລ ແກ້ວມະນີວົງ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະພັກ, ຄະນະນຳແຂວງ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.
ມຊ ຈັດພິທີໃສ່ບາດອຸທິດບຸນໃຫ້ຜູ້ທີ່ມີຜົນງານດີເດັ່ນ ໂອກາດວັນສ້າງຕັ້ງ ຄົບຮອບ 30 ປີ

ມຊ ຈັດພິທີໃສ່ບາດອຸທິດບຸນໃຫ້ຜູ້ທີ່ມີຜົນງານດີເດັ່ນ ໂອກາດວັນສ້າງຕັ້ງ ຄົບຮອບ 30 ປີ

ວັນທີ 2 ພະຈິກນີ້, ຄະນະພັກ, ຄະນະນໍາມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີໃສ່ບາດເພື່ອອຸທິດບຸນກຸສົນໄປຫາຜູ້ທີ່ມີຜົນງານດີເດັ່ນຕໍ່ການສຶກສາ ແລະ ເຈົ້າຖິ່ນເຈົ້າຖານຜູ້ມີຄຸນງາມຄວາມດີຕໍ່ ມຊ ຕໍ່ປະເທດຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ (ມຊ) ຄົບຮອບ 30 ປີ (1996-2026) ພ້ອມນັ້ນ, ຍັງໄດ້ປັ້ນຮູບຫຼໍ່ຂອງປະທານ ໄກສອນພົມວິຫານ ປະດິດສະຖານໄວ້ຢູ່ ມຊ ເພື່ອເປັນສິລິມຸງຄຸນ, ຄວາມຮົ່ມເຢັນເປັນສຸກໃຫ້ ມຊ ກໍຄືພະນັກງານ, ຄູສອນ ແລະ ນັກສຶກສາທົ່ວ ມຊ ທັງເປັນການສືບສານຮີດຄອງປະເພນີອັນດີງາມຂອງຊາດ. ດັ່ງນັ້ນ, ມຊ ຈຶ່ງໄດ້ຈັດພິທີມະຫາມຸງຄຸນ 30 ປີ ຂຶ້ນ, ເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ, ທ່ານ ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ, ມີບັນດາແຂກຖືກເຊີນກ່ຽວຂ້ອງ, ຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.
ສາທາ ມອບ ແລະ ສັກວັນຊິນປ້ອງກັນພະຍາດໄຂ້ຫວັດໃຫຍ່ໃຫ້ນາຍ ແລະ ພົນຕຳຫຼວດ

ສາທາ ມອບ ແລະ ສັກວັນຊິນປ້ອງກັນພະຍາດໄຂ້ຫວັດໃຫຍ່ໃຫ້ນາຍ ແລະ ພົນຕຳຫຼວດ

ກະຊວງສາທາລະນະສຸກ ໄດ້ມອບວັກຊິນປ້ອງກັນພະຍາດໄຂ້ຫວັດໃຫຍ່ຕາມລະດູການ ຈຳນວນ 1,000 ໂດສ ມູນຄ່າ 112,000,000 ກີບ ໃຫ້ກະຊວງປ້ອງກັນຄວາມສະຫງົບ (ປກສ) ພ້ອມທັງສ້າງຂະ ບວນການສັກວັກຊິນໃຫ້ນາຍ ແລະ ພົນຕຳຫຼວດ ອ້ອມຂ້າງກະຊວງ ປກສ ໃນວັນທີ 30 ຕຸລາຜ່ານມາ, ເຂົ້າຮ່ວມໂດຍ ສະຫາຍ ພົຕ ໜູຈອນ ກ້ອນທອງດຳ ຮອງລັດຖະມົນຕີກະຊວງ ປກສ, ມີທ່ານ ນາງ ອຳພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີຄະນະນຳຂອງສອງກະຊວງ, ວິຊາການຈາກກະຊວງສາທາລະນະສຸກ, ກົມເສນາຮັກ ກົມໃຫຍ່ພະລາທິການ ປກສ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ມີ 200 ກວ່າຮ້ານ ເຂົ້າຮ່ວມງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25

ມີ 200 ກວ່າຮ້ານ ເຂົ້າຮ່ວມງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25

ພິທີເປີດງານມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25 ປະຈຳປີ 2026, ພາຍໃຕ້ຄໍາຂວັນ “ສີໄມ້ລາຍມື ຄື ອຸທິຍານແຫ່ງການທ່ອງທ່ຽວ, 25 ປີ ແຫ່ງການເຕີບໃຫຍ່ ສານສາຍໄຍພູມປັນຍາ ເຊີດຊູຄຸນຄ່າຫັດຖະກຳລາວ ສູ່ມໍລະດົກໂລກ” ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 2 ພະຈິກນີ້ ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ. ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ທ່ານ ປ້າ ນາລີ ສີສຸລິດ ພັນລະຍາ ປະທານປະເທດ ແຫ່ງ ສປປ ລາວ ປະທານຄະນະທີ່ປຶກສາສະມາຄົມຫັດຖະກຳລາວ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ ແລະ ຊາວຊ່າງຫັດຖະກຳລາວເຂົ້າຮ່ວມ.
ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ວັນທີ 29 ຕຸລາຜ່ານມາ, ກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ (ກຍອວ) ຫຼື ASEAN Women’s Circle in Vientiane (AWCV), ນໍາໂດຍ ທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາຂອງ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານກິດຕິມະສັກ ກຸ່ມ ກຍອວ, ພ້ອມດ້ວຍທ່ານ ນາງ ແສງດາວັນ ວົງໄຊ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ ປະທານ ກຸ່ມ ກຍອວ ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາພັນລະຍາຂອງຄະນະນໍາກະຊວງການຕ່າງປະເທດ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດ, ນັກການທູດ ແລະ ພັນລະຍາຂອງນັກການທູດຈາກບັນດາປະເທດສະມາຊິກອາຊຽນ ປະຈໍາຢູ່ ສປປ ລາວ, ໄດ້ມອບເງິນຊ່ວຍເຫຼືອຈໍານວນ 40 ລ້ານກີບ ຈາກກອງທຶນຂອງ ກຸ່ມ ກຍອວ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອປະກອບສ່ວນເຂົ້າໃນວຽກງານບັນເທົາທຸກ ແລະ ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດ, ໂດຍສະເພາະ ໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ໃນປີ 2026.
ເພີ່ມເຕີມ