![]() |
ໃນພິທີ, ທ່ານ ນາງ ມີນາພອນ ໄຊສົມພູ ໄດ້ເຜີຍແຜ່ຜົນສຳເລັດ ມະຕິກອງປະຊຸມໃຫຍ່ແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ແລະ ທິດທາງແຜນພັດທະນາ ສນຊ ສະໄໝທີ XII (2026–2030): ຍົກໃຫ້ເຫັນຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ໄລຍະ 5 ປີຜ່ານມາ ໃນການເຕົ້າໂຮມຄວາມສາມັກຄີປອງດອງຂອງປວງຊົນ, ປະກອບສ່ວນຮັກສາສະຖຽນລະພາບທາງການເມືອງ, ຄວາມສະຫງົບໃນສັງຄົມ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ. ທິດທາງ 5 ປີຕໍ່ໜ້າ (2026-2030): ສຸມໃສ່ປັບປຸງກົດລະບຽບໃຫ້ສອດຄ່ອງກັບສະພາບການໃໝ່ ໂດຍມີ 6 ແຜນງານ ແລະ 63 ໂຄງການ ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ໃຫ້ປະ ກົດຜົນເປັນຈິງ.
ກອງປະຊຸມໄດ້ຮັບຮອງເອົາຄະນະກຳມະການ ສນຊ ສະໄໝທີ XII ຈຳນວນ 247 ທ່ານ (ຍິງ 55 ທ່ານ, ພະສົງ 20 ອົງ) ແລະ ຮັບຮອງເອົາຄະນະປະຈຳ ສນຊ ຈຳນວນ 11 ທ່ານ (ຍິງ 3 ທ່ານ), ໂດຍມີ ທ່ານ ກິແກ້ວ ໄຂຄຳພິທູນ ເປັນປະທານ ສນຊ ແລະ ທ່ານ ລາວປາວຊົ່ງ ນະວົງໄຊ ເປັນຮອງປະທານ.
ຈາກນັ້ນ, ທ່ານ ນາງ ບັນທະໄລ ແກ້ວມະນີວົງ ໄດ້ເຜີຍແຜ່ມະຕິກອງປະຊຸມໃຫຍ່ແນວລາວສ້າງຊາດແຂວງ ຄັ້ງທີ VIII ແລະ ແຜນພັດທະນາອົງການແນວລາວສ້າງຊາດແຂວງ ໄລຍະ 5 ປີ (2026-2030): ຕີລາຄາຜົນສຳເລັດ 5 ປີຜ່ານມາ (ຄັ້ງທີ VII) ໂດຍເນັ້ນໃສ່ການແກ້ໄຂຄວາມທຸກຍາກ ແລະ ການເສີມສ້າງຄວາມສາມັກຄີປອງດອງ, ພ້ອມທັງຊີ້ໃຫ້ເຫັນຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້. ແຜນພັດ ທະນາ (2026-2030): ປະກອບມີ 6 ແຜນງານ ແລະ 28 ໂຄງການ. ກອງປະຊຸມໄດ້ຮັບຮອງເອົາຄະນະກຳມະການແນວລາວສ້າງຊາດແຂວງ ສະໄໝທີ VIII ຈຳນວນ 75 ທ່ານ (ຍິງ 19 ທ່ານ, ພະສົງ 6 ອົງ). ພ້ອມທັງຮັບຮອງເອົາປະທານ, ຮອງປະທານ 5 ທ່ານ ຄື: ທ່ານ ນາງ ບັນທະໄລ ແກ້ວມະນີວົງ ເປັນປະທານ, ທ່ານ ດາວວອນ ສັນຕິສຸກ ເປັນຮອງປະທານ, ທ່ານ ພອນປະເສີດ ທອງສີທາວົງ ເປັນຮອງປະທານ, ທ່ານ ຄຳລຽນ ແສງກະເລົາ ເປັນຮອງປະທານ, ທ່ານ ນາງ ດວງມີໄຊ ສິດທະປະເສີດ ເປັນຮອງປະທານ.
ຂ່າວ: ວົງສະໄໝ

ຄໍາເຫັນ