ທ່ານ ຖາງຟາງຢູ້ ຫົວໜ້າຫ້ອງການຄົ້ນຄວ້ານະໂຍບາຍສູນກາງພັກ ແນະນໍາວ່າ: ຜົນສໍາເລັດສໍາຄັນທີ່ສຸດຂອງກອງປະຊຸມຄັ້ງນີ້ແມ່ນໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາ “ຂໍ້ຕົກລົງຂອງສູນກາງພັກກອມມູນິດຈີນກ່ຽວກັບບາງບັນຫາສຳຄັນໃນການຢຶດໝັ້ນຊຸກຍູ້ການບໍລິຫານພັກຢ່າງເຂັ້ມງວດຮອບດ້ານໃຫ້ສືບຕໍ່ຍາວນານ”. ພັກກອມມູນິດຈີນມີອຸດົມການເພື່ອພາລະກິດຍິ່ງໃຫຍ່ຂອງຊົນຊາດຈີນ ຊຶ່ງການກໍ່ສ້າງພັກກ່ຽວພັນເຖິງອະນາຄົດ ແລະ ຊາຕາກໍາຂອງພັກ, ພ້ອມທັງກ່ຽວພັນເຖິງພາລະກິດຂອງພັກ-ລັດ ຈະເຕີບໃຫຍ່ ຫຼື ຊຸດໂຊມ, ຈະປະສົບຜົນສໍາເລັດຫຼື ຈະຫຼົ້ມເຫຼວ. ໃນຈຸດເວລາສໍາຄັນທີ່ພັກກອມມູນິດຈີນສ້າງຕັ້ງຂຶ້ນຄົບຮອບ 105 ປີ ແລະ ເປັນປີເລີ່ມປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ຂອງຈີນ, ກອງປະຊຸມຄັ້ງນີ້ໄດ້ມີການຈັດວາງທາງຍຸດທະສາດກ່ຽວກັບການຄຸ້ມຄອງບໍລິຫານພັກ, ການສ້າງຄວາມຈະເລີນ ແລະ ເຂັ້ມແຂງຂອງພັກ ຊຶ່ງມີຄວາມໝາຍສໍາຄັນຍິ່ງ ແລະ ມີຄວາມຈໍາເປັນທີ່ສຸດ.
ຄວັນໄຟປ່າ ເຮັດໃຫ້ການຜະລິດໄຟຟ້າຈາກພະລັງງານແສງຕາເວັນ ຫຼຸດລົງ 70%
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 29 ຕຸລາ ຜ່ານມາວ່າ: ການສຶກສາຈາກມະຫາວິທະຍາໄລນິວຊາວເວວຂອງອົສຕຣາລີ ເປີດເຜີຍວ່າ, ໄຟໄໝ້ປ່າທີ່ຮ້າຍແຮງ ຊຶ່ງກຳລັງເກີດຂຶ້ນເລື້ອຍໆ ແລະ ຮຸນແຮງຂຶ້ນໃນຫຼາຍພາກພື້ນ ເຊັ່ນ:ອົສຕຣາລີ, ຄາລິຟໍເນຍ ແລະ ເອີຣົບໃຕ້, ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ພື້ນທີ່ທີ່ເກີດໄຟໄໝ້ເທົ່ານັ້ນ. ຄວັນຈາກໄຟໄໝ້ປ່າ ສາມາດຫຼຸດການຜະລິດພະລັງງານແສງຕາເວັນໄດ້ເຖິງ 70% ພາຍໃນລັດສະໝີປະມານ 50 ກິໂລແມັດຈາກຈຸດທີ່ເກີດໄຟໄໝ້ປ່າ ແລະ ສູງເຖິງ 30% ໃນພື້ນທີ່ທີ່ຫ່າງອອກໄປຫຼາຍກວ່າ 150 ກິໂລແມັດ.
ຄໍາເຫັນ