ຂໍ້ມູນສະຖິຕິຫຼ້າສຸດຈາກອົງການດັ່ງກ່າວຊີ້ໃຫ້ເຫັນວ່າ: ໜີ້ສິນສາທາລະນະຂອງເນປານຢູ່ທີ່ 3.009 ພັນຕື້ຣູປີເນປານ ຊຶ່ງກວມເອົາປະມານ 45.59% ຂອງລວມຍອດຜະລິດຕະພັນພາຍໃນປະເທດ (GDP). ໂດຍປະກອບດ້ວຍໜີ້ສິນຕ່າງປະເທດ 53.13% ແລະ ໜີ້ສິນພາຍໃນປະເທດ 46.87% ເມື່ອນັບມາຮອດທ້າຍໄຕມາດທຳອິດຂອງປີງົບປະມານປັດຈຸບັນ (2026/2027) ຊຶ່ງເລີ່ມຕົ້ນໃນກາງເດືອນກໍລະກົດ.
ໃນປີງົບປະມານ 2016-2017, ໜີ້ສິນສາທາລະນະຂອງເນປານມີພຽງແຕ່ 697 ຕື້ຣູປີເນປານ ກວມເອົາ 26.84% ຂອງ GDP ໃນເວລານັ້ນ. ເຖິງຢ່າງໃດກໍຕາມ, ຫຼັງຈາກເນປານຕ້ອງອາໄສການກູ້ຢືມເງິນຂອງລັດເພື່ອສະໜັບສະໜູນການຟື້ນຟູຄືນໃໝ່ຫຼັງຈາກເກີດແຜ່ນດິນໄຫວ, ເຮັດໃຫ້ໜີ້ສິນສາທາລະນະຂອງປະເທດເພີ່ມຂຶ້ນສູງກວ່າ 1 ພັນຕື້ຣູປີ ເປັນຄັ້ງທຳອິດໃນປີງົບປະມານ 2018-2019 ແລະ ສືບຕໍ່ເພີ່ມຂຶ້ນໃນປີຕໍ່ໆມາ.
ບົດລາຍງານທ່າອ່ຽງການພັດທະນາໃນອາຊີປີ 2026 ຂອງທະນາຄານພັດທະນາອາຊີ (ADB) ທີ່ເຜີຍແຜ່ໃນເດືອນກັນຍາຜ່ານມາຊີ້ໃຫ້ເຫັນວ່າ: ໜີ້ສິນສາທາລະນະຂອງເນປານມີທ່າອ່ຽງທີ່ຈະເພີ່ມຂຶ້ນຕື່ມອີກໃນປີງົບປະມານ 2026-2027 ຍ້ອນວ່າລັດຖະບານຈຳເປັນຕ້ອງການລະດົມຊັບພະຍາກອນທາງດ້ານການເງິນເພີ່ມເຕີມສຳລັບການຟື້ນຟູຄືນໃໝ່ ແລະ ບັນເທົາທຸກຫຼັງຈາກໄພນໍ້າຖ້ວມຮ້າຍແຮງໃນວັນທີ 26 ສິງຫາ ຜ່ານມາ.
ຄໍາເຫັນ