ຖະແຫຼງການລະບຸວ່າ: ຜູ້ຕາງໜ້າຈາກ ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ກູເວດ, ກາຊັກສະຖານ, ອານເຊຣີແລະ ໂອມານ ໄດ້ຈັດກອງປະຊຸມຜ່ານທາງອອນລາຍໃນວັນທີ 1 ພະຈິກ ຜ່ານມາ ເພື່ອປະເມີນສະພາບຕະຫຼາດນ້ຳມັນເຊື້ອໄຟສາກົນໃນປັດຈຸບັນ ແລະ ອະນາຄົດ, ໂດຍໄດ້ຕົກລົງຈະຮັກສາລະດັບການຜະລິດນ້ຳມັນເຊື້ອໄຟໃນເດືອນທັນວາໜ້ານີ້ໃຫ້ເທົ່າກັບເດືອນກັນຍາປີນີ້.
ຍີ່ປຸ່ນ ກຽມຂຶ້ນລາຄາອາຫານ ແລະ ເຄື່ອງດື່ມ ເກືອບ 1,500 ລາຍການ
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ບົດລາຍງານຈາກ Teikoku Databank ຊຶ່ງເປັນບໍລິສັດຄົ້ນຄວ້າຂອງຍີ່ປຸ່ນ ໄດ້ເປີດເຜີຍວ່າ, ຜະລິດຕະພັນອາຫານ ແລະ ເຄື່ອງດື່ມ ຈຳນວນ 1,477 ລາຍການ ຈາກຜູ້ຜະລິດລາຍໃຫຍ່ 195 ແຫ່ງໃນປະເທດຍີ່ປຸ່ນ ຈະເພີ່ມລາຄາຂຶ້ນໃນເດືອນພະຈິກ ນີ້, ໂດຍເພີ່ມຂຶ້ນເກືອບ 10 ເທົ່າເມື່ອທຽບກັບ 150 ລາຍການ ໃນໄລຍະດຽວກັນຂອງປີ 2025.
ຄໍາເຫັນ