![]() |
ໃນໂອກາດດັ່ງກ່າວ, ທ່ານຮອງປະທານປະເທດ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານທູດ ທີ່ສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວຄັ້ງນີ້, ຕະຫຼອດໃນໄລຍະການປະຕິ ບັດໜ້າທ່ານທູດ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປະກອບສ່ວນເຂົ້າໃນການເສີມສ້າງການພົວພັນຮ່ວມມື ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະຫວ່າງ ສປປ ລາວ-ອົສຕຣາລີ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ, ທ່ານຮອງປະທານປະເທດ ແຫ່ງ ສປປ ລາວ, ຍັງໄດ້ອວຍພອນໃຫ້ທ່ານທູດຈົ່ງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນໜ້າໃໝ່ທີ່ມີກຽດຂອງທ່ານ.
ທ່ານທູດກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານຮອງປະທານປະເທດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຂອບໃຈຕໍ່ການຈັດຕັ້ງທຸກພາກສ່ວນຂອງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກທຸກຢ່າງໃນຕະຫຼອດໄລຍະການປະຕິບັດໜ້າທີ່ ຈົນໄດ້ຮັບຜົນສຳເລັດໃນການປະຕິບັດໜ້າທີ່ໃນຄັ້ງນີ້. ພ້ອມທັງໄດ້ໃຫ້ຄຳໝັ້ນສັນຍາວ່າພາຍຫຼັງກັບຄືນປະເທດແລ້ວ ຍັງຈະສືບຕໍ່ເອົາໃຈໃສ່ຕິດຕາມ ແລະ ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ອົສຕຣາລີ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.
ສປປ ລາວ ແລະ ອົສຕຣາລີ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 15 ມັງກອນ 1952.
(ຂ່າວ-ພາບ: ສຳນານ)

ຄໍາເຫັນ