ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8

ສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8
ງານສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 8 ຈັດຂຶ້ນໃນວັນທີ 30 ຕຸລາຜ່ານມາ, ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ເກີ ປ່ຽວ ຮອງຫົວໜ້າອົງການຄຸ້ມຄອງວິທະຍຸ ໂທລະພາບ ແລະ ຮູບເງົາແຫ່ງຊາດຈີນ, ທ່ານ ຈ້າວ ຮາຍໂປ ອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສບປະດາຮບເງາສາກນແມນາຂອງ-ແມນາລານຊາງ ຄງທ 8 - image 1
 

ທ່ານ ຄໍາເພົ້າ ວັນນະວົງ ຫົວໜ້າກົມກວດກາ ກະຊວງ ວທ ກ່າວວ່າ: ການຈັດງານຄັ້ງນີ້, ຖືເປັນບາດ ກ້າວອັນສໍາຄັນໃນການຮ່ວມມືດ້ານວຽກງານຮູບເງົາຂອງ 6 ປະເທດລຸ່ມແມ່ນໍ້ຂອງ-ແມ່ນໍ້າລ້ານຂ້າງ ທີ່ມີເປົ້າໝາຍ ແລະ ຈຸດປະສົງໃນການສົ່ງເສີມ, ແລກປ່ຽນ ແລະ ຮ່ວມມືດ້ານຮູບເງົາ; ໃນໄລຍະຜ່ານມາ, ສປປ ລາວ ໄດ້ສົ່ງຮູບເງົາ ແລະ ຄະນະຜູ້ແທນເຂົ້າຮ່ວມງານສັບປະດາຮູບເງົາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງທຸກຄັ້ງ ນັບແຕ່ຄັ້ງທີ 1 ຈົນຮອດ ຄັ້ງທີ 7 ເພື່ອເສີມສ້າງການພົວພັນ ແລະ ຮ່ວມມື ຊຶ່ງກັນ ແລະ ກັນ ລະຫວ່າງ ສປປ ລາວ ແລະ ສປ ຈີນ ກໍຄືບັນດາປະເທດໃນຂົງເຂດລຸ່ມແມ່ນໍ້າຂອງ; ສປປ ລາວ ຕີລາຄາສູງຕໍ່ການສະໜັບສະໜູນຮອບດ້ານ ແລະ ຕໍ່ເນື່ອງຂອງ ສປ ຈີນ ເພື່ອປະກອບສ່ວນເຂົ້າໃນການພັດທະນາວຽກງານຮູບເງົາ ໃນຂົງເຂດບັນດາປະເທດລຸ່ມແມ່ນໍ້າຂອງໃຫ້ມີຄວາມຍືນຍົງ.

ສບປະດາຮບເງາສາກນແມນາຂອງ-ແມນາລານຊາງ ຄງທ 8 - image 2
 

ໂດຍຜ່ານກິດຈະກຳເຄື່ອນໄຫວຫຼາຍຮູບແບບເປັນຕົ້ນ: ການແລກປ່ຽນດ້ານບຸກຄະລາກອນ ແລະ ຝຶກອົບຮົມທາງດ້ານເຕັກນິກຮູບເງົາ ຊຶ່ງ ສປປ ລາວ ກໍໄດ້ພະຍາຍາມຢ່າງຕັ້ງໜ້າເຂົ້າຮ່ວມບັນດາກິດຈະກຳຕ່າງໆທີ່ ສປ ຈີນ ໄດ້ຈັດຕັ້ງຂຶ້ນ ແລະ ງານສັບປະດາຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 8 ໃນຄັ້ງນີ້, ຈະເປັນຂີດໝາຍສໍາຄັນທາງປະຫວັດສາດ ແຫ່ງການຮ່ວມມືລະຫວ່າງບັນດາປະເທດໃນຂົງເຂດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງການສ້າງຕັ້ງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄົບຮອບ 10 ປີ ແລະ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງລາວ-ຈີນ ທັງເປັນປີມິດຕະພາບລາວ-ຈີນ 2026 ແລະ ຫວັງຢ່າງຍິ່ງວ່າ ບັນດາທ່ານຜູ້ແທນຮູບເງົາທັງ 6 ປະເທດ ຈະຖືໂອກາດສໍາຄັນນີ້ ເພື່ອປຶກສາຫາລືໃນການຮ່ວມກັນຊຸກຍູ້, ສົ່ງເສີມ ແລະ ພັດທະນາ” ວຽກງານຮູບເງົາ ລະຫວ່າງ 6 ປະເທດໃນພາກພື້ນໃຫ້ໄດ້ຮັບຜົນສໍາເລັດຢ່າງໜ້າເພິ່ງພໍໃຈ ແລະ ໃຫຍ່ຫຼວງກວ່າເກົ່າ.

ສບປະດາຮບເງາສາກນແມນາຂອງ-ແມນາລານຊາງ ຄງທ 8 - image 3
 

ທ່ານ ໄຈ້ ຢູ່ຫຼົງ ຮອງຫົວໜ້າຄະນະໂຄສະນາແຂວງຢຸນນານ, ຫົວໜ້າພະແນກຮູບເງົາແຂວງຢຸນນານ ໄດ້ກ່າວວ່າ: ອາທິດຮູບເງົາສາກົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 8 ຈຸດປະສົງເພື່ອເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືໃນຂະແໜງສຽງ-ພາບທົ່ວອ່າງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ພາຍໃຕ້ຫົວຂໍ້ ທົດສະວັດແຫ່ງການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ຮ່ວມກັນໂດຍຄວາມຝັນຂອງໂຮງໜັງ, ພ້ອມກັບຫ້າພາກສ່ວນສະໜັບສະໜູນ: ການສາຍຮູບເງົາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເປັນການສົນທະນາກ່ຽວກັບການຮ່ວມມືດ້ານອຸດສາຫະກໍາ, ການສົ່ງເສີມໂຄງການຮູບເງົາ ແລະ ໂທລະພາບ, ການຝຶກອົບຮົມພິເສດກ່ຽວກັບເຕັກໂນໂລຊີສຽງ-ພາບ AI ແລະ ໃນລະຫວ່າງງານສາຍຮູບເງົາທີ່ມີຄຸນນະພາບສູງ ໄດ້ຄັດເລືອກມາຈາກຫົກປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຈະຖືກສາຍໃນໂຮງໜັງ, ຜູ້ຊ່ຽວຊານດ້ານຮູບເງົາ ແລະ ໂທລະພາບຈາກ 6 ປະເທດ ຈະຈັດການສົນທະນາໂຕະມົນກ່ຽວກັບຫົວຂໍ້ອຸດສາຫະກຳທີ່ທັນສະໄໝ ເພື່ອສົ່ງເສີມການແລກປ່ຽນອຸດສາຫະກຳ ແລະ ການຮ່ວມມືກັນ. ກອງປະຊຸມແລກປ່ຽນ ແລະ ຝຶກອົບຮົມພິເສດກ່ຽວກັບການສ້າງສຽງ-ພາບ AI ຈະຖືກສະເໜີໃຫ້ຜູ້ປະຕິບັດທ້ອງຖິ່ນໃນລາວ. ຜູ້ສ້າງຊາວຈີນ ແລະ ຕ່າງປະເທດ ຈະເລີ່ມຕົ້ນການເດີນທາງໄປທັດສະນະສຶກສາຕາມເສັ້ນທາງລົດໄຟຈີນ-ລາວ ເພື່ອຄົ້ນຫາວັດສະດຸສ້າງສັນສຳລັບການຜະລິດຮູບເງົາ ແລະ ໂທລະພາບຂ້າມຊາຍແດນ.

ສບປະດາຮບເງາສາກນແມນາຂອງ-ແມນາລານຊາງ ຄງທ 8 - image 4
 

ການສາຍຮູບເງົາແບບດັ້ງເດີມ ເພື່ອດຳເນີນເປົ້າໝາຍຂອງການສື່ສານວັດທະນະທຳ, ການຈັບຄູ່ອຸດສາ ຫະກຳ ແລະ ການພັດທະນາພອນສະຫວັນ. ໂດຍໃຊ້ຮູບເງົາ ແລະ ໂທລະພາບເປັນສື່ກາງ, ມັນສະແດງໃຫ້ເຫັນເຖິງພູມສັນຖານການພັດທະນາຂອງປະເທດທີ່ເຂົ້າຮ່ວມ ແລະ ເປັນການສົ່ງເສີມຄວາມເຂົ້າໃຈ ຊຶ່ງກັນ ແລະ ກັນ, ຄວາມຜູກພັນທາງດ້ານອາລົມ ແລະ ສ້າງເວທີເຊື່ອມຕໍ່ຊັບພະຍາກອນສຳລັບອຸດສາຫະກຳສຽງ-ພາບໃນພາກພື້ນເພື່ອລວບລວມຈຸດແຂງດ້ານຄວາມຄິດສ້າງສັນ. ມັນຈະຊ່ວຍໃຫ້ການສ້າງ ແລະ ເຜີຍແຜ່ຜົນງານທີ່ໂດດເດັ່ນຫຼາຍຂຶ້ນ ຊຶ່ງມີຮາກຖານຢູ່ໃນຄວາມເປັນຈິງຂອງພາກພື້ນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປະກອບສ່ວນເຂົ້າໃນການສ້າງຊຸມຊົນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງທີ່ມີອະນາຄົດຮ່ວມກັນ.

ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວການຮ່ວມມື

ວາລະສານອະລຸນໃໝ່ ແລະ ວາລະສານ ຊິວສື ທົບທວນການພົວພັນຮ່ວມມື

ວາລະສານອະລຸນໃໝ່ ແລະ ວາລະສານ ຊິວສື ທົບທວນການພົວພັນຮ່ວມມື

ພິທີພົບປະສອງຝ່າຍ ປະລະຫວ່າງ ວາລະສານອະລຸນໃໝ່ ຂອງພັກປະຊາຊົນ ປະຕິວັດລາວ ແລະ ວາລະສານ ຊິວສື ຂອງສູນກາງພັກກອມມູນິດຈີນ ໄດ້ຈັດຂຶ້ນໃນວັນທີ 2 ພະຈິກນີ້ ທີ່ໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ, ຝ່າຍລາວ ນຳໂດຍ ສະຫາຍ ຫີນເພັດ ໄຊຍະສີພັນດອນ ກຳມະການຄະນະພັກ ຫົວໜ້າບັນນາທິການໃຫຍ່ວາລະສານອະລຸນໃໝ່, ຝ່າຍ ຈີນ ນຳໂດຍສະຫາຍ ຊ້າວ ເວີນຮຸຍ ຮອງຫົວໜ້າບັນນາທິການໃຫຍ່ວາລະສານ ຊິວສື, ພ້ອມດ້ວຍຄະນະ ສອງຝ່າຍເຂົ້າຮ່ວມ.
ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບ

ຮອງຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ຕ້ອນຮັບຄະນະຜູ້ແທນວາລະສານ ຊິວສື ຂອງສູນກາງພັກກອມມູນິດຈີນ, ນຳໂດຍ ສະຫາຍ ຊ້າວ ເວີນຮຸຍ ຮອງຫົວໜ້າບັນນາທິການໃຫຍ່ວາລະສານ ຊິວສື ເຂົ້າຢ້ຽມຂໍ່ານັບໃນວັນທີ 2 ພະຈິກນີ້ ທີ່ຫ້ອງຮັບແຂກ ຄະນະໂຄສະນາອົບຮົມສູນກາງພັກ, ເນື່ອງໃນໂອກາດ ຄະນະຜູ້ແທນດັ່ງກ່າວ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ ສປປ ລາວ ໃນລະຫວ່າງວັນທີ 2-3 ພະຈິກນີ້.
ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ໃນວັນທີ 28 ຕຸລາຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງພິທີປາຖະກະຖາວັນຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2/9/1945-2/9/2026); ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ (9/9/2002-9/9/2026); ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ (12/10/1945-12/10/2026),
ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ວັນທີ 28 ຕຸລາຜ່ານມາ, ທີ່ຫ້ອງວ່າການແຂວງເຊກອງ, ທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ໄດ້ຕ້ອນຮັບທ່ານ ພັອ ເຈິ່ນ ຕ໋ຽນ ຮຽນ ຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ທ່ານ ພັອ ໂຕນເທິດ ຫວຽນດ໊າດ ຮອງຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນເຫວ້ ພ້ອມດ້ວຍຄະນະ ທີ່ເດີນທາງມາເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ.
ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ໃນລະຫວ່າງວັນທີ 25-29 ຕຸລາ ນີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສາກົນ ຢູ່ນະຄອນຫຼວງຮ່າໂນຍ ສສ ຫວຽດນາມ ພາຍໃຕ້ຫົວຂໍ້: “ສະຖາບັນກວດສອບສູງສຸດ ຕໍ່ກັບສະພາບໂລກທີ່ມີການປ່ຽນແປງ: ວິໄສທັດ, ຂອບການເຮັດວຽກຂອງສະຖາບັນ ແລະ ນະວັດຕະກຳ” ຊຶ່ງມີຜູ້ຕາງໜ້າຈາກສະຖາບັນກວດສອບສູງສຸດ ຈາກ 16 ປະເທດເຂົ້າຮ່ວມ ແລະ ບັນດາອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອແລກປ່ຽນບົດຮຽນ, ວິໄສທັດ ແລະ ຍຸດທະສາດການພັດທະນາວຽກງານກວດສອບໃຫ້ສອດຄ່ອງກັບສະພາບການຂອງໂລກທີ່ມີການປ່ຽນແປງໃນດ້ານການຫັນເປັນທັນສະໄໝ.
ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ພະອາຈານ ພວງປະເສີດ ພູມະວົງ ຮອງປະທານ ຫົວໜ້າກຳມາທິການສຶກສາສົງ ສູນກາງອົງການພຸດທະສາສະໜາສຳພັນລາວ ໄດ້ມີຄຳເຫັນຕໍ່ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ, ໂດຍມີພະອາຈານ ອິນຊູນ ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີພະ​ເຖຣານຸ​ເຖຣະ ຜູ້ແທນພະສົງທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.
ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18 ຂຶ້ນຢ່າງເປັນທາງການ ໃນວັນທີ 29 ຕຸລານີ້, ທີ່ນະຄອນຫຼວງວຽງຈັນ ເພື່ອກຳນົດທິດທາງຍຸດທະສາດ ແລະ ຍົກລະດັບລະບົບສາທາລະນະສຸກ ໃຫ້ສອດຄ່ອງກັບໄລຍະທີ່ ສປປ ລາວ ກຳ ລັງກຽມຄວາມພ້ອມທີ່ຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນເດືອນພະຈິກ 2026 ນີ້. ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ທີໂມທີ ອາມສະຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ສປປ ລາວ, ມີການນຳພັກ-ລັດ ແລະ ຄູ່ຮ່ວມພັດທະນາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ໃນວັນທີ 28 ຕຸລານີ້ ທີ່ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ສສກ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງອົສຕຣາລີ ປະຈຳ ສປປ ລາວ, ມີຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ພິທີມອບ-ຮັບປຶ້ມຫໍສະມຸດເຈີ້ຈ່ຽງ ມອບໃຫ້ຫໍສະມຸດແຫ່ງຊາດລາວ ຈັດຂຶ້ນໃນວັນທີ 29 ຕຸລານີ້ ທີ່ຫໍສະມຸດແຫ່ງຊາດລາວ, ໂດຍມີທ່ານ ສິວ ຢົງເຊີ້ງ ຮອງຜູ້ອຳນວຍການຫໍສະມຸດເຈີ້ຈ່ຽງ ທັງເປັນຫົວໜ້າສູນຄົ້ນຄວ້າສູນປົກປັກຮັກສາປຶ້ມບູຮານແຂວງເຈີ້ຈ່ຽງ, ທ່ານ ສຳລານ ຫຼວງອາໄພ ຜູ້ອຳນວຍການຫໍສະມຸດແຫ່ງຊາດລາວ, ທ່ານ ໂຫຼ ເວີ້ຍ ຈ້ຽນ ອຳນວຍການສູນວັດທະນະທຳຈີນ, ມີແຂກຖືກເຊີນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບ ທະນາຄານພັດທະນາອາຊີ (ADB) ເປີດຝຶກອົບຮົມການເປັນການນຳເພດຍິງ ພາຍໃຕ້ໂຄງການ ການເປັນຜູ້ນຳແມ່ຍິງອາຊີ ໃນວັນທີ 28-30 ຕຸລາ ນີ້, ໂດຍການເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ນາງ ພັນຈິດາ ເລັ່ງສະຫວັດ ຮອງປະທານ ຄຊກມດ ແລະ ທ່ານ ອຳເມີ ກາຣີ ຫົວໜ້າຝ່າຍປະຕິບັດງານປະຈໍາປະເທດ ADB ປະຈໍາ ສປປ ລາວ, ພ້ອມດ້ວຍ ສໍາມະນາກອນ ຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.
ເພີ່ມເຕີມ