![]() |
ໃນໂອກາດດັ່ງກ່າວ, ສະຫາຍ ວັນສີ ກົວມົວ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງ ຕໍ່ ສະຫາຍ ຊ້າວ ເວີນຮຸຍ ພ້ອມຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ຊຶ່ງເປັນ ການປະກອບສ່ວນ ເສີມສ້າງສາຍ ພົວພັນຮ່ວມມື ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະຫວ່າງ ລາວ-ຈີນ ເວົ້າລວມ ເວົ້າສະເພາະ ກໍຄືສອງວາລະສານອະລຸນໃໝ່ ຂອງພັກປະຊາຊົນ ປະຕິວັດລາວ ແລະ ວາລະສານ ຊິວສື ຂອງສູນກາງພັກກອມມູນິດຈີນ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ໄດ້ເນັ້ນໃຫ້ສອງວາລະສານ ແລກປ່ຽນບົດຂຽນ ແລະ ແປບົດທິດສະດີ ຊຶ່ງກັນ ແລະ ກັນ ໃຫ້ຫຼາຍຂຶ້ນ, ຊ່ວຍຝຶກອົບຮົມຍົກລະດັບພະນັກງານ ນັກຂ່າວ ແລະ ບັນນາທິການ ຂອງອະລຸນໃໝ່, ຈັບມືກັນພັດທະນາສື່ດີຈີຕອນ ແລະ ການເຜີຍແຜ່ທາງອອນລາຍ ໃຫ້ທັນກັບຍຸກສະໄໝ.
ສະຫາຍ ຊ້າວ ເວີນຮຸຍ ກໍໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ວັນສີ ກົວມົວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມນີ້ຍັງໄດ້ແຈ້ງຈຸດປະສົງໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ສະຫາຍ ໄດ້ຮັບຊາບ, ໂດຍສະພາະກໍຄີືຜົນການເຮັດວຽກຮ່ວມກັບ ວາລະສານອະລຸນໃໝ່ ຊຶ່ງໄດ້ທົບທວນຄືນການພົວພັນຮ່ວມມືສອງຝ່າຍ, ພ້ອມທັງໄດ້ແລກປ່ຽນດ້ານຂໍ້ມູນ-ຂ່າວສານ, ວິທີການສະໜອງບົດວາລະສານ, ການສ້າງເພື່ອນຮ່ວມງານ ແລະ ການຊຸກຍູ້ສົ່ງເສີມການຂຸດຄົ້ນການສະໜອງແຫຼ່ງບົດທາງດ້ານທິດສະດີ ແລະພຶດຕິກຳ ພ້ອມນັ້ນກໍໄດ້ຄົ້ນຄວ້າປຶກສາຫາລືກ່ຽວກັບແຜນການຈັດຕັ້ງປະຕິບັດການຮ່ວມມືສອງຝ່າຍໃນຕໍ່ໜ້າ ແລະ ການສ້າງເງື່ອນໄຂຄວາມເປັນໄປໄດ້ໃນການສ້າງບົດບັນທຶກການຮ່ວມມືໃນຊຸມປີຕໍ່ໜ້າອີກດ້ວຍ.
(ຂ່າວ-ພາບ: ສຳນານ)

ຄໍາເຫັນ