ທ່ານ ຈູລຽນ ເກຣຣິເອ ເອກອັກຄະລັດຖະທູດ ຫົວໜ້າຄະນະຜູ້ຕາງໜ້າສະຫະພາບເອີຣົບ ປະຈຳ ຫວຽດນາມ ເນັ້ນໜັກວ່າ: ສອງຝ່າຍຍັງມີທ່າແຮງບົ່ມຊ້ອນຫຼາຍຢ່າງ, ສຸມໃສ່ການຫັນເປັນສີຂຽວ, ເສດຖະກິດໝູນວຽນ, ພະລັງງານທົດແທນ, ການຜະລິດແບບຍືນຍົງ, ການບິນອາວະກາດ, ທ່າກຳປັ່ນ, ການຂົນສົ່ງ, ໂລຈິສຕິກ, ທາດເຄິ່ງຊັກນຳໄຟຟ້າ, ການຫັນເປັນດີຈີຕອນ, ບໍ່ແຮ່ຍຸດທະສາດ, ການແພດ, ເຕັກໂນໂລຊີຊີວະສາດ ແລະ ກະສິກຳນຳໃຊ້ເຕັກໂນໂລຊີສູງ.
ຜູ້ໃຫຍ່ 1 ໃນ 15 ຄົນ ເຄີຍຕົກເປັນເຫຍື່ອຂອງຮູບພາບທີ່ສ້າງຂຶ້ນໂດຍ AI
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ພະຈິກ ຜ່ານມາວ່າ: ມະຫາວິທະຍາໄລ RMIT ຂອງອົສຕຣາລີເປີດເຜີຍວ່າ, ຜົນການສຳຫຼວດຜູ້ໃຫຍ່ຫຼາຍກວ່າ 7,200 ຄົນໃນອົສຕຣາລີ, ສະຫະລາຊະອານາຈັກ ແລະ ສະຫະລັດອາເມຣິກາ ພົບວ່າຜູ້ໃຫຍ່ປະມານ 1 ໃນ 15 ຄົນ ຫຼື 7% ເຄີຍຕົກເປັນເຫຍື່ອຂອງການລ່ວງລະເມີດດ້ວຍຮູບພາບທີ່ສ້າງຂຶ້ນໂດຍປັນຍາປະດິດ (AI) ຕັ້ງແຕ່ອາຍຸ 18 ປີ, ໂດຍໂຕເລກນີ້ໃນອົສຕຣາລີແມ່ນສູງກວ່າອີກສອງປະເທດເລັກນ້ອຍ ຢູ່ທີ່ 7.7%.
ຄໍາເຫັນ