ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ອັນວາ ອິບຣາຮີມ ນາຍົກລັດຖະມົນຕີມາເລເຊຍ ໄດ້ເປີດເຜີຍວ່າ, Daiso ບໍລິສັດຂາຍຍ່ອຍຂອງຍີ່ປຸ່ນ ໄດ້ເປີດສູນການແຈກຢາຍສິນຄ້າລະດັບໂລກໃນລັດສະລັງງໍ ປະເທດມາເລເຊຍ. ນີ້ແມ່ນສາງສິນຄ້າທີ່ໃຫຍ່ທີ່ສຸດໃນໂລກຂອງບໍລິສັດດັ່ງກ່າວ ຊຶ່ງການລົງທຶນຄັ້ງນີ້ສະທ້ອນໃຫ້ເຫັນເຖິງຄວາມສາມາດຂອງມາເລເຊຍໃນການນໍາໃຊ້ທີ່ຕັ້ງຍຸດທະສາດ, ພື້ນຖານໂຄງລ່າງທ່າເຮືອທີ່ເຂັ້ມແຂງ ແລະ ກໍາລັງແຮງງານທີ່ມີທັກສະ ເພື່ອດຶງດູດບໍລິສັດທີ່ຕ້ອງການເສີມສ້າງລະບົບຕ່ອງໂສ້ການສະໜອງລະດັບໂລກ ແລະ ສະແດງໃຫ້ເຫັນເຖິງຄວາມໝັ້ນໃຈຂອງ Daiso ທີ່ມີຕໍ່ມາເລເຊຍໃນຖານະເປັນສູນກາງການຂົນສົ່ງລະດັບໂລກ.
ທ່ານ ອິບຣາຮີມ ກ່າວວ່າ: ສູນການແຈກຢາຍສິນຄ້າແຫ່ງນີ້ຕັ້ງຢູ່ໃກ້ກັບທ່າເຮືອກລັງ ຊຶ່ງເປັນໜຶ່ງໃນ 10 ທ່າເຮືອທີ່ຄຶກຄັກທີ່ສຸດໃນໂລກ ແລະ ສູນການແຈກຢາຍສິນຄ້າແຫ່ງໃໝ່ນີ້ຈະຈັດການສິນຄ້າທີ່ຂົນສົ່ງຈາກທົ່ວໂລກ, ໂດຍສາມາດຈັດຮຽງ, ເກັບຮັກສາ, ຫຸ້ມຫໍ່ຄືນໃໝ່ ແລະ ແຈກຢາຍໄປຍັງຕະຫຼາດສາກົນ.
ທ່ານ ອິບຣາຮີມ ກ່າວຕື່ມວ່າ: ສູນການແຈກຢາຍສິນຄ້າດັ່ງກ່າວຈະຊ່ວຍໃຫ້ມາເລເຊຍໄດ້ຮັບຜົນປະໂຫຍດ ແລະ ສ້າງມູນຄ່າເພີ່ມຈາກການຄ້າທົ່ວໂລກໄດ້ຫຼາຍຂຶ້ນ, ແທນທີ່ຈະພຽງແຕ່ເປັນຈຸດຂົນສົ່ງສິນຄ້າເທົ່ານັ້ນ.
ຄໍາເຫັນ