ທ່ານ ບຸນທ່ຽງ ລັດຕະນະວົງ ກ່າວຕື່ມວ່າ: ຕົນເອງເຄີຍສຶກສາຢູ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດໃນລະບົບຕໍ່ເນື່ອງ ໄລຍະປີ 2007-2010. ໃນຂະນະທີ່ຍັງເປັນພະນັກງານຢູ່ບໍລິສັດເອກະຊົນແຫ່ງໜຶ່ງ. ການຮ່ຳຮຽນໃນຄັ້ງນັ້ນ ເຮັດໃຫ້ຕົນເອງໄດ້ຮັບຄວາມຮູ້ຫຼາຍດ້ານທັງວິຊາເສດຖະສາດ ແລະ ວິຊາບໍລິ ຫານທຸລະກິດ ຊຶ່ງຕໍ່ມາໄດ້ນຳມາໝູນໃຊ້ໃນການວາງແຜນ ແລະ ບໍລິຫານທຸລະກິດຂອງຕົນເອງ. ຈຸດເລີ່ມຕົ້ນຂອງການສ້າງທຸລະກິດ ແມ່ນມາຈາກການມອບໝາຍວຽກຂອງຄູ-ອາຈານ ໃຫ້ສ້າງແຜນທຸລະກິດຂະ ໜາດນ້ອຍໜຶ່ງຂຶ້ນ. ດ້ວຍຄວາມມຸ່ງໝັ້ນ ແລະ ຄວາມໃຝ່ຝັນທີ່ຢາກມີທຸລະກິດເປັນຂອງຕົນເອງ ຈຶ່ງໄດ້ນຳເອົາຄວາມຮູ້ຈາກບົດຮຽນມາພັດທະນາແຜນດັ່ງກ່າວ ຈົນກາຍມາເປັນຮ້ານອາຫານປີ້ງໄກ່ນາປົ່ງ ໂດຍໄດ້ຮັບສິດນຳໃຊ້ຍີ່ຫໍ້ຈາກບ້ານນາປົ່ງ ເມືອງຄົງເຊໂດນ ແຂວງສາລະວັນ ແລະ ເປີດດຳເນີນກິດຈະການຢູ່ນະ ຄອນຫຼວງວຽງຈັນ (ນວ) ນັບແຕ່ປີ 2008 ເປັນຕົ້ນມາ.
ຈາກທຸລະກິດຂະໜາດນ້ອຍທີ່ມີພຽງສາຂາດຽວ ໄດ້ຄ່ອຍໆຂະຫຍາຍຕົວມາເປັນຫຼາຍສາຂາ ແລະ ຕໍ່ຍອດໄປສູ່ທຸລະກິດຫຼາຍຂະແໜງການ ລວມທັງບໍລິສັດໄອຈັອບ ຈຳກັດ ທີ່ດຳເນີນທຸລະກິດດ້ານການຈັດຫາງານ ສ້າງໂອກາດວຽກເຮັດງານທຳໃຫ້ແຮງງານລາວທັງພາຍໃນ ແລະ ຕ່າງປະເທດ ແລະ ບໍລິສັດເມືອງລາວຟູດ ຈຳກັດ ທີ່ດຳເນີນທຸລະກິດດ້ານກະສິກຳ ໂດຍເຊື່ອມໂຍງກັບການສ້າງລາຍຮັບໃຫ້ຊາວກະສິກອນ. ຜົນຈາກການຂະຫຍາຍທຸລະກິດ ເຮັດໃຫ້ຈຳນວນພະນັກງານຈາກບໍ່ຮອດ 10 ຄົນ ມາເປັນຫຼາຍຮ້ອຍຄົນ ພ້ອມທັງສາມາດປະກອບພັນທະຕ່າງໆ ເຂົ້າງົບປະມານຂອງລັດ ແລະ ປະກອບສ່ວນທຶນພັດທະນາໃຫ້ ບ້ານນາປົ່ງ ເມືອງຄົງເຊໂດນ ແຂວງສາລະວັນ ເປັນປະຈຳທຸກປີ.
ທ່ານ ບຸນທ່ຽງ ລັດຕະນະວົງ ຍັງກ່າວດ້ວຍຄວາມພາກພູມໃຈວ່າ: ສິ່ງສຳຄັນທີ່ສຸດຕໍ່ຜົນສຳເລັດໃນການດຳເນີນທຸລະກິດ ແມ່ນອົງຄວາມຮູ້ທີ່ໄດ້ຮັບຈາກການສຶກສາ ຊຶ່ງເປັນພື້ນຖານສຳຄັນໃນການວາງແຜນ ແລະ ນຳພາວຽກງານຢ່າງເປັນລະບົບ. ນອກຈາກການພັດທະນາທຸລະກິດແລ້ວ ທ່ານຍັງໄດ້ມີສ່ວນຮ່ວມຮັບໃຊ້ສັງຄົມ ໂດຍໄດ້ຮັບເລືອກຕັ້ງເປັນປະທານສະມາຄົມທຸລະກິດບໍລິການຈັດຫາງານລາວ, ປະທານສະມາຄົມທຸລະກິດກະສິກຳລາວ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ນວ ແລະ ເປັນຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.
ໃນໂອກາດນີ້, ທ່ານ ບຸນທ່ຽງ ລັດຕະນະວົງ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງ ມຊ ທີ່ຜ່ານມາ ໂດຍເຫັນວ່າ ມຊ ມີຄະນະຄູ-ອາຈານທີ່ມີຄຸນນະພາບ, ຜ່ານການສຶກສາທັງພາຍໃນ ແລະ ຕ່າງ ປະເທດ ແລະ ຜູ້ສຳເລັດການສຶກສາຈາກຫຼາຍຄະນະ ກໍໄດ້ປະກອບອາຊີບ ແລະ ປະສົບຜົນສຳເລັດທັງໃນພາກລັດ ແລະ ພາກທຸລະກິດ. ທ່ານມີຄວາມເຊື່ອໝັ້ນວ່າ ມຊ ເປັນສະຖາບັນການສຶກສາ ທີ່ມີຄຸນນະພາບສູງທຽບເທົ່າສະຖາບັນການສຶກສາໃນລະດັບສາກົນ. ພ້ອມນີ້, ທ່ານໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ຜົນງານຜົນສຳເລັດ ຄົບຮອບ 30 ປີ ການສ້າງຕັ້ງ ມຊ ແລະ ຄາດຫວັງວ່າ ພາຍໃຕ້ການນຳພາຂອງຄະ ນະນຳ ມຊ ຈະສືບຕໍ່ພັດທະນາໃຫ້ທັນຍຸກ ທັນສະໄໝ ແລະ ສ້າງຜົນງານຮັບໃຊ້ຊາດ-ຮັບໃຊ້ສັງຄົມໃຫ້ໄດ້ຫຼາຍຂຶ້ນ ທັງດ້ານປະລິມານ ແລະ ຄຸນນະພາບ.
ຄໍາເຫັນ