ສຊປລ ເປີດການແຂ່ງຂັນກິລາບານເຕະ ຊີງຂັນປະທານ ສນຊ ປີ 2026 ຢ່າງເປັນທາງການ

ສຊປລ ເປີດການແຂ່ງຂັນກິລາບານເຕະ ຊີງຂັນປະທານ ສນຊ ປີ 2026 ຢ່າງເປັນທາງການ

ສຊປລ ເປີດການແຂ່ງຂັນກິລາບານເຕະ ຊີງຂັນປະທານ ສນຊ ປີ 2026 ຢ່າງເປັນທາງການ
ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດການແຂ່ງຂັນກິລາບານເຕະ ຊີງຂັນທ່ານປະທານສູນກາງແນວລາວສ້າງຊາດ (ສນຊ) ປີ 2026 ພາຍໃຕ້ຫົວຂໍ້: ກ້ອນກໍາລັງມະຫາສາມັກຄີຂອງຊາວໜຸ່ມບັນດາເຜົ່າ ພ້ອມຂານອາສາຕະລຸມບອນເຂົ້າໃນພາລະກິດສ້າງສາພັດທະນາປະເທດຊາດ ຂຶ້ນຢ່າງເປັນທາງການ ໃນວັນທີ 2 ພະຈິກຜ່ານມານີ້, ທີ່ເດີ່ນກິລາບານເຕະລ້ານຊ້າງສະເຕດຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ, ທ່ານ ສຸລິປັນຍາ ຣາຊສົມບັດ ຮອງປະທານ ສນຊ, ມີບັນດາຜູ້ໃຫ້ການສະໜັບສະໜູນ, ນັກກິລາ, ຄູຝຶກ, ກຳມະການ ແລະ ຊາວໜຸ່ມ-ເຍົາວະຊົນ, ມວນຊົນ, ແຂກຖືກເຊີນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ສຊປລ ເປດການແຂງຂນກລາບານເຕະ ຊງຂນປະທານ ສນຊ ປ 2026 ຢາງເປນທາງການ - image 1
 

ພິທີໃນຄັ້ງນີ້ ໄດ້ເລີ່ມຕົ້ນດ້ວຍພີທີເຄົາລົບທຸງຊາດ, ຕໍ່ດ້ວຍການສວນສະໜາມກ້ອນກໍາລັງທຸງງານ, ທຸງຊາດ, ທຸງພັກ, ທຸງຊາວໜຸ່ມ, ກ້ອນກໍາລັງມະຫາສາມັກຄີຂອງຊາວໜຸ່ມບັນດາເຜົ່າ ພ້ອມຂານອາສາຕະລຸມບອນເຂົ້າໃນພາລະກິດສ້າງສາພັດທະນາປະເທດຊາດ ຕາມດ້ວຍກ້ອນກໍາລັງນັກກິລາຄະນະຊາວໜຸ່ມຈາກກະຊວງ, ອົງການ ແລະ ນວ ລວມທັງໝົດ 23 ກ້ອນກໍາລັງ.

ສຊປລ ເປດການແຂງຂນກລາບານເຕະ ຊງຂນປະທານ ສນຊ ປ 2026 ຢາງເປນທາງການ - image 2
 

ໃນພິທີ, ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານ ສຊປລ ປະທານຈັດການແຂ່ງຂັນກິລາບານເຕະ ຊີງຂັນທ່ານປະທານ ສນຊ ປີ 2026 ກ່າວເປີດການແຂ່ງຂັນວ່າ: ການຈັດແຂ່ງຂັນກິລາບານ ເຕະໃນຄັ້ງນີ້, ເປັນກິດຈະກຳທີ່ມີຄວາມໝາຍໃນການສົ່ງເສີມສຸຂະພາບ, ເຊື່ອມສານມິດຕະພາບ, ຮັດແໜ້ນຄວາມຮ່ວມມື ທັງເປັນການເຕົ້າໂຮມຄວາມສາມັກຄີຮັກແພງ ລະຫວ່າງຄະນະຊາວໜຸ່ມບັນດາອົງການ, ກະ ຊວງ ແລະ ນວ; ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນສະເຫຼີມສະຫຼອງ 3 ວັນປະຫວັດສາດຄື: ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ; ວັນຊາດທີ 2 ທັນວາ ຄົບຮອບ 51 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 106 ປີ; ເພື່ອເປັນການຜັນຂະຫຍາຍວາລະແຫ່ງຊາດໃນການຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດ ທັງເປັນການປູກຈິດສໍານຶກໃຫ້ຊາວໜຸ່ມ-ເຍົາວະຊົນຫັນມາຫຼິ້ນກິລາ ແລະ ຫ່າງໄກຈາກຢາເສບຕິດ.

ສຊປລ ເປດການແຂງຂນກລາບານເຕະ ຊງຂນປະທານ ສນຊ ປ 2026 ຢາງເປນທາງການ - image 3
 

ບານເຕະ ບໍ່ໄດ້ສອນໃຫ້ພວກເຮົາຮູ້ຈັກພຽງແຕ່ການແຂ່ງຂັນ ແຕ່ຍັງສອນໃຫ້ຮູ້ຈັກການເຮັດວຽກເປັນທີມ, ເຄົາລົບລະບຽບ ແລະ ກົດກະຕິກາ, ການເສຍສະຫຼະ, ຄວາມອົດທົນ ແລະ ການຮັບຜິດຊອບຮ່ວມກັນ ແລະ ຂໍຝາກໃຫ້ນັກກິລາທຸກຄົນທີ່ເຂົ້າຮ່ວມການແຂ່ງຂັນ ຕ້ອງຍົກສູງຈິດໃຈນໍ້າໃຈນັກກິລາ, ເຄົາ ລົບລະບຽບການແຂ່ງຂັນ ແລະ ຄູ່ແຂ່ງ, ຫຼິ້ນດ້ວຍຄວາມສາມັກຄີ, ມີວິໄນ ແລະ ຮູ້ຈັກຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ, ຂໍໃຫ້ທຸກທີມມຸ່ງໝັ້ນເຮັດເຕັມຄວາມສາມາດ ແຕ່ບໍ່ເອົາຊະນະດ້ວຍການລະເມີດກົດກະຕິກາ ຫຼື ທໍາລາຍມິດຕະພາບ, ຈົ່ງຈື່ໄວ້ວ່າໄຊຊະນະທີ່ມີຄຸນຄ່າ ແມ່ນໄຊຊະນະທີ່ມາພ້ອມກັບກຽດສັກສີ ແລະ ນໍ້າໃຈນັກກິລາ. ຂໍໃຫ້ຄູຝຶກນໍາພາທີມດ້ວຍເຫດຜົນ, ຫົວໜ້າທີມເປັນແບບຢ່າງໃນການເຄົາລົບລະບຽບການແຂ່ງ ຂັນ ແລະ ຂໍໃຫ້ຄະນະກຳມະການປະຕິບັດໜ້າທີ່ດ້ວຍຄວາມບໍລິສຸດ ຍຸຕິທໍາ ເປັນກາງ, ໂປ່ງໃສ ແລະ ເຄັ່ງຄັດຕາມກົດລະບຽບ, ຕ້ອງຮັບປະກັນໃຫ້ທຸກທີມ ໄດ້ຮັບການປະຕິບັດຢ່າງເທົ່າທຽມກັນ ແລະ ສ້າງຄວາມເຊື່ອໝັ້ນຕໍ່ການແຂ່ງຂັນ.

ສຊປລ ເປດການແຂງຂນກລາບານເຕະ ຊງຂນປະທານ ສນຊ ປ 2026 ຢາງເປນທາງການ - image 4
 

ການແຂ່ງຂັນໃນຄັ້ງນີ້ປະກອບມີ 23 ທີມ ແບ່ງອອກເປັນ 6 ສາຍ ຄື: ສາຍ A, B, C, D, E ແລະ ສາຍ F ປະກອບມີສາຍລະ 4 ທີມ. ສ່ວນວັນເວລາການແຂ່ງຂັນແມ່ນທຸກວັນອັງຄານ ຫາ ວັນສຸກ ເວລາ 9:00-18:00 ໂມງ ທີ່ເດີ່ນກິລາດັ່ງກ່າວ. ເລີ່ມແຕ່ວັນທີ 2 ຕຸລາ ຫາ 11 ທັນວາ 2026 ຈຶ່ງຈະສໍາເລັດ.

ສໍາລັບລາງວັນ: ລາງວັນທີ 1 ຈະໄດ້ຮັບລາງວັນເງິນສົດ 50,000,000 ກີບ ພ້ອມຂັນລາງວັນ 1 ໜ່ວຍ ມູນຄ່າ 15,000,000 ກີບ ແລະ ຫຼຽນຄໍາ 35 ໜ່ວຍ ມູນຄ່າ 13,300,000 ກີບ ພ້ອມໃບຍ້ອງຍໍ; ລາງວັນທີ 2 ຈະໄດ້ຮັບລາງວັນເງິນສົດ 40,000,000 ກີບ ພ້ອມຫຼຽນເງິນ 35 ໜ່ວຍ ມູນຄ່າ 13,300,000 ກີບ ພ້ອມໃບຍ້ອງຍໍ; ລາງວັນທີ 3 ຈະໄດ້ຮັບລາງວັນເງິນສົດ 30,000,000 ກີບ ພ້ອມຫຼຽນທອງ 35 ໜ່ວຍ ມູນຄ່າ 13,300,000 ກີບ ພ້ອມໃບຍ້ອງຍໍ; ລາງວັນທີ 4 ຈະໄດ້ຮັບລາງວັນເງິນ ສົດ 10,000,000 ກີບ ພ້ອມໃບຍ້ອງຍໍ. ພ້ອມນັ້ນ, ຍັງມີລາງວັນທີມມາລະຍາດດີເດັ່ນ, ນັກເຕະດີເດັ່ນ, ຜູ້ຍິງປະຕູຫຼາຍ ແລະ ຜູ້ສົ່ງໃຫ້ຍິງປະຕູຫຼາຍ, ນັກເຕະເກັ່ງຮອບດ້ານ, ທີມກອງເຊຍດີເດັ່ນ 3 ທີມ, ຜູ້ຮັບປະຕູດີເດັ່ນ, ຄູຝຶກດີເດັ່ນ ແຕ່ລະລາງວັນຈະໄດ້ຮັບລາງວັນເງິນສົດ 2,000,000 ກີບ ລາງວັນຂັນ 1 ໜ່ວຍ ພ້ອມໃບຍ້ອງຍໍ.

ສຊປລ ເປດການແຂງຂນກລາບານເຕະ ຊງຂນປະທານ ສນຊ ປ 2026 ຢາງເປນທາງການ - image 5
 

ໂອກາດນີ້, ທ່ານ ມອນໄຊ ລາວມົວຊົ່ງ ພ້ອມດ້ວຍຄະນະປະທານ ໄດ້ກົດປຸ່ມ, ຊົມການຈູດພຸ, ຈູດດອກໄມ້ໄຟ ເພື່ອເປັນສິລິມຸງຄຸນໃນການເປີດການແຂ່ງຂັນບານເຕະຢ່າງເປັນທາງການ.

ສຊປລ ເປດການແຂງຂນກລາບານເຕະ ຊງຂນປະທານ ສນຊ ປ 2026 ຢາງເປນທາງການ - image 6
ສຊປລ ເປດການແຂງຂນກລາບານເຕະ ຊງຂນປະທານ ສນຊ ປ 2026 ຢາງເປນທາງການ - image 7
ສຊປລ ເປດການແຂງຂນກລາບານເຕະ ຊງຂນປະທານ ສນຊ ປ 2026 ຢາງເປນທາງການ - image 8(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວສືກສາ-ກິລາ

U10 ເບ ສະຫວັນ ຄອງແຊັມບານເຕະເຍົາວະຊົນນາໆຊາດ SingaCup 2026 ທີ່ສິງກະໂປ

U10 ເບ ສະຫວັນ ຄອງແຊັມບານເຕະເຍົາວະຊົນນາໆຊາດ SingaCup 2026 ທີ່ສິງກະໂປ

ການແຂ່ງຂັນບານເຕະເຍົາວະຊົນນານາຊາດ SingaCup 2026 ໃນລະຫວ່າງວັນທີ 31 ຕຸລາ ຫາ 7 ພະຈິກ 2026 ທີ່ປະເທດສິງກະໂປ ສະໂມສອນ ເບສະຫວັນ ເອັຟຊີ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ຈາກ ສປປ ລາວ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ຄອງແຊັມໄດ້ສຳເລັດຕາມເປົ້າໝາຍທີ່ວາງໄວ້ ພາຍຫຼັງນັດຊີງຊະນະເລີດເອົາຊະນະ ສະໂມສອນ BESM Woodleigh FC ຈາກສິງກະໂປ ເຈົ້າພາບ 7-1.
ສະຖາບັນຣັຕະນະບໍລິຫານທຸລະກິດ ສຳເລັດສົກສຶກສາ 2025-2026

ສະຖາບັນຣັຕະນະບໍລິຫານທຸລະກິດ ສຳເລັດສົກສຶກສາ 2025-2026

ວັນທີ 31 ຕຸລາຜ່ານມາ, ທີ່ໂຮງແຮມດອນຈັນພາເລດ, ສະຖາບັນຣັຕະນະບໍລິຫານທຸລະກິດ ໄດ້ຈັດພິທີສະຫຼຸບຜົນການຈັດຕັ້ງປະຕິບັດການຮຽນ-ການສອນ ປະຈຳສົກສຶກສາ 2025-2026 ແລະ ທງວາງທິດທາງແຜນການສົກສຶກສາ 2026-2027 ພ້ອມທັງມອບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ ລະດັບປະລິນຍາຕີ ລະບົບ 4 ປີ ຮຸ່ນທີ IV (ສົກສຶກສາ 2022-2026) ຈຳນວນ 251 ຄົນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ສາຍສະໝອນ ງາມສີ ວ່າການແທນຫົວໜ້າກົມອາຊີວະສຶກສາ ກະຊວງ ສສກ ແລະ ທ່ານ ສົມເພັດ ຣັຕະນະສິມ ປະທານສະພາບໍລິຫານສະຖາບັນຣັຕະນະບໍລິຫານທຸລະກິດ, ມີປະທານສະພາທີ່ປຶກສາສະຖາບັນຣັຕະນະບໍລິຫານທຸລະກິດ, ແຂກຖືກເຊີນ, ມີບັນດາຄະນະບໍລິຫານ, ຄູ-ອາຈານ, ຜູ້ປົກຄອງ ແລະ ນັກສຶກສາ ເຂົ້າຮ່ວມ.
ປິດຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ພະນັກງານ ສກລ

ປິດຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ພະນັກງານ ສກລ

ສູນກາງສະຫະພັນກໍາມະບານລາວ (ສກລ) ຮ່ວມກັບຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດພິທີປິດຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກໃຫ້ພະນັກງານ ສກລ ໃນວັນທີ 29 ຕຸລາຜ່ານມາ, ພາຍໃຕ້ການເປັນປະທານຮ່ວມຂອງສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຫາຍ ວິໄລ ວົງຂະເສີມ ຮອງເລຂາຄະນະພັກຮອງປະທານສູນກາງສະຫະພັນກໍາມະບານລາວ, ມີບັນດາຕາງໜ້າກົມ, ຄະນະຮັບຜິດຊອບ ແລະ ນັກຝຶກອົບຮົມທັງໝົດ 46 ສະຫາຍ ຍິງ 28 ສະຫາຍເຂົ້າຮ່ວມ.
ເຍົາວະຊົນ ເບ ສະຫວັນ ຕັ້ງເປົ້າໝາຍ ຫວັງຄອງແຊັມລາຍການສິງກາຄັບ 2026 ທີ່ປະເທດສິງກະໂປ

ເຍົາວະຊົນ ເບ ສະຫວັນ ຕັ້ງເປົ້າໝາຍ ຫວັງຄອງແຊັມລາຍການສິງກາຄັບ 2026 ທີ່ປະເທດສິງກະໂປ

ທີມບານເຕະຫຼານນ້ອຍເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ສະໂມສອນ ເບ ສະຫວັນ ເອັບຊີ ຊຸດກຽມເດີນທາງໄປປະເທດສິງກະໂປ ຮ່ວມແຂ່ງຂັນບານເຕະເຍົາວະຊົນນານາຊາດລາຍການສິງກາ ຄັບ 2026 ຫຼື Singa Cup 2026 ໃນລະຫວ່າງວັນທີ 31 ຕຸລາ ຫາ 7 ພະຈິກ 2026 ຊຶ່ງລາຍການດັ່ງກ່າວມີ 36 ທີມແຈ້ງເຈດຈຳນົງເຂົ້າຮ່ວມຊີງໄຊ.
ສ​ສກສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນ

ສ​ສກສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນ

ຄູມີບົດບາດສຳຄັນຫຼາຍຕໍ່ການຮຽນຮູ້ຂອງເດັກ ແລະ ຕໍ່ອະນາຄົດຂອງປະ​ເທດ,ເຂົາເຈົ້າເປັນຫົວໃຈຫຼັກຂອງລະບົບການສຶກສາ.ເຖິງຢ່າງໃດກໍຕາມ, ຄູຫຼາຍທ່ານໄດ້ປະຕິບັດໜ້າທີ່ຢູ່ເຂດຫ່າງໄກ ແລະ ພົບສິ່ງທ້າຍໃນວຽກງານ,ຄູຈຳນວນໜຶ່ງຕ້ອງສອນນັກຮຽນທີ່ຢູ່ໃນລະດັບຂັ້ນຮຽນຕ່າງກັນໃນຫ້ອງຮຽນດຽວກັນ, ໃນຂະນະທີ່ບາງຄົນຕ້ອງສອນເດັກທີ່ເວົ້າພາສາເຜົ່າຕ່າງກັນຢູ່ໃນຄອບຄົວ ແລະ ອາດຈະຍັງບໍ່ທັນສາມາດເວົ້າພາສາລາວໄດ້ດີເທື່ອ ເຊິ່ງເປັນພາສາຫຼັກທີ່ໃຊ້ໃນການຮຽນ-ການສອນ.ດັ່ງນັ້ນ, ຄູຈຶ່ງຕ້ອງການການສະໜັບສະໜູນທີ່ສາມາດນຳໄປປະຕິບັດໄດ້ຈິງ ເພື່ອຊ່ວຍໃຫ້ນັກຮຽນທຸກຄົນສາມາດມີສ່ວນຮ່ວມ ແລະ ໄດ້ຮຽນຮູ້ຢ່າງທົ່ວເຖິງ.
ສຳເລັດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ​ຈໍາປາສັກ​

ສຳເລັດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ​ຈໍາປາສັກ​

ສະຫະພັນກິລາບານສົ່ງແຂວງຈໍາປາສັກ​ ໄດ້ຈັດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນທ່ານປະທານຄະນະກຳມະການປົກຄອງແຂວງ​​ ໃນງານບຸນອອກພັນສາປະວໍຣະນາ ແລະ​ ຊ່ວງເຮືອປະຈຳປີ 2026​ ທີ່​ນະຄອນປາກເຊ​ ຈັດຂຶ້ນໃນລະຫວ່າງວັນທີ 23​ - 26 ຕຸລາຜ່ານມາ,​ ໃຫ້ກຽດມອບລາງວັນໃນຄັ້ງນີ້ໂດຍ ທ່ານ ໂພໄຊ ວົງຄຳຊາວ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ສຸຂີໂຕ ຫົງວັນທອງ ຄະນະສະຫະພັນກິລາບານສົ່ງແຂວງ, ມີທີມນັກກິລາ, ມີຜູ້ຊົມ-ເຊຍ, ແຂກຖືກເຊີນເຂົ້າຮ່ວມ.
ຈຳປາສັກ ເປີດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ

ຈຳປາສັກ ເປີດການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ຊີງຂັນປະທານຄະນະກຳມະການປົກຄອງແຂວງ

​ ສະຫະພັນກິລາບານສົ່ງແຂວງຈຳປາສັກ ໄດ້ຈັດການແຂ່ງຂັນກິລາບານສົ່ງໃນຮົ່ມ (ປະເພດທີມຊາຍ) ຊີງຂັນທ່ານປະທານຄະນະກຳມະການປົກຄອງແຂວງ ເພື່ອສະເຫຼີມສະຫຼອງງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງຈໍາປາສັກ ຊຶ່ງ​ການແຂ່ງຂັນໃນຄັ້ງນີ້ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23-26 ຕຸລາ 2026 ໂດຍມີທັງໝົດ 14 ທີມເຂົ້າຮ່ວມແຂ່ງຂັນ ປະກອບມີ: ທີມຈາກ​ນະຄອນຫຼວງວຽງຈັນ 1 ທີມ, ​ແຂວງເຊກອງ 1 ທີມ ແລະ ​ສະໂມສອນພາຍໃນແຂວງຈຳປາສັກຈຳນວນ 12 ທີມ.
ຜົນສໍາເລັດງານສັບປະດາດີຈີຕອນລາວ ປະຈຳປີ 2026

ຜົນສໍາເລັດງານສັບປະດາດີຈີຕອນລາວ ປະຈຳປີ 2026

ໃນວັນທີ 25 ຕຸລານີ້ ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ໄດ້ຈັດພີທີປິດງານສັບປະດາດີຈີຕອນລາວ (Lao Digital Week) ປະຈຳປີ 2026. ໂດຍການເຂົ້າຮ່ວມເປັນປະທານກ່າວປິດຂອງທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີທ່ານຮອງລັດຖະມົນຕີ, ບັນດາຄະນະກົມ/ທຽບເທົ່າອອ້ມຂ້າງກະຊວງ, ຄະນະຜູ້ອຳນວຍການ, ຜູ້ຕາງໜ້າບັນດາບໍລິສັດ ແລະ ຜູ້ປະກອບການທີ່ໃຫ້ການຜູ້ສະໜັບສະໜູນເຂົ້າຮ່ວມວາງສະແດງ, ນັກວິທະຍາກອນ, ແຂກຖືກເຊີນ, ນັກຮຽນນັກສຶກສາ ແລະ ສື່ມວນຊົນເຂົ້າຮ່ວມຫຼາຍກວ່າ 300 ຄົນ.
ສະຖາບັນວິຈິດສິນແຫ່ງຊາດ ມອບໃບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ

ສະຖາບັນວິຈິດສິນແຫ່ງຊາດ ມອບໃບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ

ສະຖາບັນວິຈິດສິນແຫ່ງຊາດ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຈັດພິທີມອບ-ຮັບ ໃບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ ປະຈຳສົກສຶກສາ 2025-2026 ໃນວັນທີ 23 ຕຸລານີ້, ທີ່ສະຖາບັນດັ່ງກ່າວ, ເປັນກຽດເຂົ້າຮ່ວມມີທ່ານ ພະຂັນໄຊ ສີຄັນໄຊ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ມີບັນດາພະນັກງານຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ນັກກິລາທີມຊາດລາວ U15 ເຂົ້າຮ່ວມບານເຕະເຍົາວະຊົນໂລກ 2026 ທີ່ອາແຊັກໄບຊານ

ນັກກິລາທີມຊາດລາວ U15 ເຂົ້າຮ່ວມບານເຕະເຍົາວະຊົນໂລກ 2026 ທີ່ອາແຊັກໄບຊານ

ຄະນະຄູຝຶກ ແລະ ນັກກິລາທີມຊາລາວ ຮຸ່ນອາຍຸບໍ່ເກີນ 15 ປີ (U15) ອອກເດີນທາງໄປປະເທດອາແຊັກໄບຊານ (AZERBAIJAN) ເມື່ອວັນທີ 20 ຕຸລາຜ່ານມາ ເພື່ອເຂົ້າຮ່ວມການແຂ່ງຂັນບານເຕະເຍົາວະຊົນໂລກ 2026 ຫຼື FIFA U15 World Cup & Festival 2026.
ເພີ່ມເຕີມ