![]() |
ໃນພິທີ, ສະຫາຍນາງ ອາລຸນແສງ ວິຈິດວົງສາ ຫົວໜ້າກົມໂຄສະນາອົບຮົມ (ສກລ) ໄດ້ຂຶ້ນຜ່ານບົດສະຫຼຸບໂດຍຍົກໃຫ້ເຫັນສະພາບລວມການຈັດຕັ້ງປະຕິບັດການຮຽນ-ການສອນໃນໄລຍະ 7 ວັນຜ່ານມາ, ຕີລາຄາປະເມີນຜົນໄດ້ຮັບຂອງຜູ້ເຂົ້າຮ່ວມຝຶກຮົບຮົມເນື້ອໃນ, ດ້ານດີ-ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນສະເພາະໜ້າ ແລະ ບົດຮຽນທີ່ຖອດຖອນໄດ້. ໃຫ້ກຽດມອບໃບຢັ້ງຢືນໂດຍສະຫາຍ ວັນສີ ກົວມົວ. ພ້ອມນັ້ນ, ທ່ານຍັງໄດ້ໂອ້ລົມເນັ້ນໜັກໃຫ້ເອົາໃຈໃສ່ບາງດ້ານດັ່ງນີ້: ໜຶ່ງ: ສືບຕໍ່ຄົ້ນຄວ້າ, ກຳແໜ້ນ ແລະ ເຊື່ອມຊຶມເນື້ອໃນບົດຮຽນທີ່ໄດ້ຮໍ່າຮຽນມາຢ່າງເລິກເຊິ່ງ; ເພື່ອນຳໄປຈັດຕັ້ງຜັນຂະຫຍາຍເປັນແຜນງານ, ໂຄງການຕົວຈິງຢູ່ກົມກອງຂອງຕົນເຮັດໃຫ້ການປະຕິບັດໜ້າທີ່ເປັນເສນາທິການໃຫ້ຄະນະພັກກໍຄືການປະຕິບັດໜ້າທີ່ການເມືອງໄດ້ຮັບຜົນດີກວ່າເກົ່າ, ສອງ: ເປັນເຈົ້າການຕິດຕາມ ແລະ ກຳແໜ້ນສະພາບແນວຄິດ, ທ່າອ່ຽງຫາງສຽງສັງຄົມຂອງພະນັກງານ, ສະມາຊິກກຳມະບານ ແລະ ຜູ້ອອກແຮງງານຢ່າງເປັນປົກກະຕິ; ເພື່ອຄົ້ນຄວ້າວິທີແກ້ໄຂ, ຊີ້ແຈງຢ່າງມີເຫດມີຜົນ, ທັນເວລາ ແລະ ຖືກຕ້ອງຕາມແນວທາງຂອງພັກ, ລະບຽບກົດໝາຍຂອງລັດ. ສາມ: ເປັນແບບຢ່າງໃນການສ້າງຂະບວນການດ້ານຕ່າງໆ, ເພື່ອສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດ 5 ປີຄັ້ງທີ X ແລະ ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ສກລ ໃຫ້ປະກົດຜົນເປັນຈິງ. ສີ່: ເປັນເຈົ້າການປັບປຸງແບບແຜນວິທີເຮັດວຽກ ແລະ ຍົກສູງຄຸນນະພາບຂອງວຽກງານໂດຍຫັນທິດທາງແຜນການຂອງຄະນະພັກແຕ່ລະຂັ້ນໃຫ້ເປັນໂຄງການລະອຽດ, ແທດເໝາະກັບສະພາບຄວາມເປັນຈິງຂອງແຕ່ລະໄລຍະແລະຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ. ຫ້າ: ຕ້ອງຝຶກຝົນຫຼໍ່ຫຼອມ ແລະ ປັບປຸງຕົນເອງໃຫ້ດີຂຶ້ນກວ່າເກົ່າ; ທັງດ້ານວິທີຄິດ, ການເບິ່ງບັນຫາແລະການແກ້ໄຂບັນຫາ; ເປັນແບບຢ່າງອັນດີງາມໃນການຮັກສາຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດແລະຈັນຍາບັນໃຫ້ສົມກັບເປັນພະນັກງານ, ສະມາຊິກພັກຢູ່ ສກລ.
![]() |
ໃນພິທີ, ສະຫາຍ ວິໄລ ວົງຂະເສີມ ໄດ້ກ່າວປິດຊຸດອົບຮົມ ພ້ອມທັງໂອ້ລົມເນັ້ນໃຫ້ນັກສໍາມະນາກອນສືບຕໍ່ຄົ້ນຄວ້າບົດຮຽນໃຫ້ເລິກເຊິ່ງ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ຖືກຕ້ອງສອດຄ່ອງກັບເງື່ອນໄຂຕົວຈິງ ແລະ ນໍາໄປໝູນໃຊ້ເຂົ້າໃນຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນຕື່ມອີກ.
ຂ່າວ-ພາບ: ພະແນກອົບຮົມພະນັກງານ ແລະ ສະມາຊິກພັກ (ຄອສພ)


ຄໍາເຫັນ