![]() |
ທ່ານ ສີມອນ ອຸທິຄູນ ຫົວໜ້າດ່ານພາສີສາກົນພູເກືອ ໄດ້ລາຍງານໃຫ້ຮູ້ໃນວັນທີ 29 ຕຸລາຜ່ານມາ ວ່າ: ໃນປີ 2026 ນີ້, ດ່ານພາສີສາກົນພູເກືອ ໄດ້ຮັບມອບໝາຍ ແຜນຈັດເກັບລາຍຮັບທັງໝົດ 290 ຕື້ກີບ, ໃນນັ້ນ ແຜນການ 9 ເດືອນມີມູນຄ່າ 217 ຕື້ກວ່າກີບ. ຜ່ານການຈັດເກັບແຕ່ຕົ້ນປີຮອດວັນທີ 30 ກັນຍາ 2026 ສາມາດເກັບລາຍຮັບໄດ້ 207 ຕື້ກວ່າກີບ, ໃນນັ້ນ ລາຍຮັບຈາກພາສີມີ 47 ຕື້ກວ່າກີບ ຫຼື 22.77% ແລະ ລາຍຮັບຈາກອາກອນມີ 160 ຕື້ກວ່າກີບ ຫຼື 77.23%.
![]() |
ສຳລັບວຽກງານການກວດກາ ແລະ ສະສາງຄະດີ ໃນໄລຍະ 9 ເດືອນ ດ່ານມີຄະດີເກີດຂຶ້ນ 246 ຄະດີ ມູນຄ່າ 672.89 ລ້ານກີບ. ພ້ອມນັ້ນ, ຍັງມີຄະດີຍົກມາຈາກງວດກ່ອນ 2 ຄະດີ ມູນຄ່າ 1,218 ລ້ານກີບ. ລວມຄະດີທີ່ສະສາງໃນງວດ 9 ເດືອນ ມີ 248 ຄະດີ ມູນຄ່າ 1,890.89 ລ້ານກີບ, ລວມຄ່າປັບໄໝ 1,311.35 ລ້ານກີບ ແລະ ມູນຄ່າມອບເຂົ້າງົບປະມານທັງໝົດ 1,311.35 ລ້ານກີບ, ເພີ່ມຂຶ້ນ 48.65% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
![]() |
ທ່ານ ສີມອນ ອຸທິຄູນ ກ່າວຕື່ມວ່າ: ໃນ 3 ເດືອນທ້າຍປີ 2026 ຄະນະນຳດ່ານ ຈະສືບຕໍ່ຊີ້ນຳການຈັດເກັບລາຍຮັບໃຫ້ບັນລຸຕາມແຜນການ, ເພີ່ມທະວີການຕິດຕາມ ແລະ ກວດກາ ການເກັບລາຍຮັບໃຫ້ຖືກ ຕ້ອງ, ໂປ່ງໃສ ແລະ ມີປະສິດທິຜົນ. ພ້ອມທັງເຂັ້ມງວດຕໍ່ການຫຼົບຫຼີກພາສີ, ການສໍ້ໂກງທາງພາສີ ແລະ ການຄ້າຂ້າມແດນທີ່ຜິດກົດໝາຍ. ນອກນີ້, ຈະສືບຕໍ່ອຳນວຍຄວາມສະດວກໃຫ້ຜູ້ປະກອບການ ແລະ ຜູ້ນຳເຂົ້າ-ສົ່ງອອກ, ນຳໃຊ້ເຕັກໂນໂລຊີພັດທະນາລະບົບບໍລິການ ແລະ ປັບປຸງຂັ້ນຕອນພິທີການພາສີໃຫ້ວ່ອງໄວ, ຄວບຄູ່ກັບການສ້າງ ແລະ ຍົກລະດັບຄວາມຮູ້, ຄວາມສາມາດ ແລະ ວິໄນຂອງພະນັກງານພາສີ ເພື່ອຍົກສູງຄຸນນະ ພາບວຽກງານ ແລະ ປະສິດທິຜົນໃນການຈັດເກັບລາຍຮັບຂອງລັດ. ຂ່າວ: ມະນີວອນ



ຄໍາເຫັນ