![]() |
ທ່ານ ສາຍສະໝອນ ລາດຊະວົງ ຮອງຜູ້ອຳນວຍການບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ໄດ້ສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານປະຈຳປີ 2025, ໂດຍໄດ້ສະທ້ອນໃຫ້ເຫັນເຖິງຜົນງານທີ່ບໍລິສັດສາມາດບັນລຸໄດ້, ໃນການປະຕິບັດໜ້າທີ່ຕາມການມອບໝາຍ ເພື່ອສືບຕໍ່ຮັກສາການຜະລິດ ແລະ ພັດທະນາອົງກອນໃຫ້ກ້າວໜ້າ.
![]() |
ໃນພິທີໄດ້ມີການປະດັບຫຼຽນກາລະນຶກ 50 ປີ ວັນສ້າງຕັ້ງ ສປປ ລາວ ໃຫ້ພະນັກງານມີທັງໝົດ 8 ທ່ານ ໃຫ້ກຽດປະດັບຫຼຽນໂດຍທ່ານ ອຸດຕະມະ ຈັນນີຍາວົງ, ພ້ອມທັງປະກາດພະນັກງານອອກພັກການ ຮັບອຸດໜູນບຳນານ ຈຳນວນ 3 ທ່ານ ປະກອບມີ: ທ່ານ ແກ້ວວິໄຊ ບົວສັງຄົມ ຜູ້ຈັດການໂຮງງານສໍຂາວທ່າແຂກ, ນາງ ຂວັນໃຈ ສີສະຫວັດ ແລະ ທ່ານ ນາງ ວິໄລພອນ ຕ້າຍທຳມະທອງສີ ພ້ອມທັງມອບໃບຍ້ອງຍໍຂັ້ນບໍລິສັດ ໃຫ້ບຸກຄົນທີ່ມີຜົນງານດີເດັ່ນປະເພດ I ຈຳນວນ 3 ທ່ານ ຍິງ 1 ທ່ານ ແລະ ມອບຂອງຂວັນຊົມເຊີຍໃຫ້ບຸກ ຄົນທີ່ມີຜົນງານດີເດັ່ນປະເພດ II ຈຳນວນ 8 ທ່ານ ຍິງ 3 ທ່ານ, ເພື່ອເປັນການຍ້ອງຍໍໃຫ້ກຳລັງໃຈ ພະນັກ ງານ-ກຳມະກອນທີ່ມີຜົນງານດີເດັ່ນໃນ 1 ປີຜ່ານມາ.
![]() |
ຕອນທ້າຍພິທີ, ທ່ານ ອຸດຕະມະ ຈັນນີຍາວົງ ໄດ້ໂອ້ລົມເນັ້ນໜັກໃຫ້ຄະນະນຳ ແລະ ພະນັກງານພາຍໃນບໍລິສັດ ເອົາໃຈໃສ່ວຽກງານການເມືອງ-ແນວຄິດ, ສືບຕໍ່ປັບປຸງຮູບແບບ ແລະ ວິທີການເຮັດວຽກໃຫ້ທັນສະ ໄໝ, ຍົກລະດັບຄວາມຮູ້ ແລະ ເພີ່ມຂີດຄວາມສາມາດຂອງພະນັກງານ, ສົ່ງເສີມການພັດທະນາບຸກຄະລາກອນ
ສືບຕໍ່ຍົກສູງຄຸນນະພາບການບໍລິຫານ, ປັບປຸງປະສິດທິຜົນການຜະລິດ ເພື່ອພັດທະນາບໍລິສັດໃຫ້ຈະເລີນຮຸ່ງ ເຮືອງ ໝັ້ນຄົງ ຕອບສະໜອງຄວາມຕ້ອງການດ້ານອຸປະກອນການຮຽນ-ການສອນໃຫ້ດີຂຶ້ນ.
ຂ່າວ: ແດງສະຫວັດ



ຄໍາເຫັນ