![]() |
ໃນພິທີ, ທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ ໄດ້ລາຍງານຜົນສໍາເລັດ 30 ປີ ຂອງ ມຊ ໂດຍຍົກໃຫ້ເຫັນປະຫວັດຄວາມເປັນມາ, ຂະບວນການກໍ່ຕັ້ງ, ບັນດາຜົນງານ, ເສັ້ນທາງການພັດ ທະນາໃນໄລຍະ 30 ປີຜ່ານມາ ແລະ ທິດທາງການສືບຕໍ່ພັດທະນາຂອງ ມຊ. ຕະຫຼອດໄລຍະ 30 ປີ ນັບແຕ່ປີ 1996 ຮອດປີ 2026, ມຊ ໄດ້ຜ່ານໄລຍະຂອງການພັດທະນາດັ່ງນີ້: ໄລຍະທີໜຶ່ງ (ນັບແຕ່ປີສ້າງຕັ້ງ 1996 ຈົນເຖິງ 2015): ໃນໄລຍະນີ້, ໜ້າທີ່ຫຼັກ ແມ່ນການຂະຫຍາຍໂອກາດ ການເຂົ້າເຖິງການສຶກສາຂັ້ນສູງ ແລະ ສ້າງພື້ນຖານຊັບພະຍາກອນມະນຸດພາຍໃນປະເທດ; ໄລຍະທີສອງ: ນັບແຕ່ປີ 2016 ເຖິງປີ 2020 ມຊ ໄດ້ກ້າວເຂົ້າສູ່ການຄົ້ນຄວ້າວິທະຍາສາດ ໂດຍສ້າງຂີດໝາຍໃໝ່ທີ່ບໍ່ພຽງແຕ່ເປັນບ່ອນຖ່າຍທອດຄວາມຮູ້ ແຕ່ຍັງຕ້ອງສ້າງຄວາມຮູ້ໃໝ່ໄປຄຽງຄູ່ກັນ. ໄດ້ມີການຂະຫຍາຍການສຶກສາລະດັບເໜືອປະລິນຍາຕີ, ໄດ້ເສີມຂະຫຍາຍການຄົ້ນຄວ້າວິທະຍາສາດ ແລະ ເຊື່ອມໂຍງ-ໝູນໃຊ້ຜົນການຄົ້ນຄວ້າເຂົ້າໃນການແກ້ໄຂບັນຫາຕົວຈິງຂອງຊາດ; ໄລຍະທີສາມ: ນັບແຕ່ປີ 2021ເຖິງ ປັດຈຸບັນ: ເມື່ອສະພາບການພັດທະນາເສດ ຖະກິດ-ສັງຄົມປ່ຽນແປງ, ຕະຫຼາດແຮງງານມີຄວາມຕ້ອງການໃໝ່ ແລະ ວິທະຍາການຂອງໂລກກ້າວໜ້າຢ່າງວ່ອງໄວ, ມຊ ກໍຕ້ອງປັບປຸງຕົນເອງໃຫ້ທັນກັບສະພາບການ. ໃນປັດຈຸບັນ, ກຳລັງກ້າວເຂົ້າສູ່ຍຸກໃໝ່ ທີ່ມະຫາວິທະຍາໄລ ບໍ່ພຽງແຕ່ເປັນສະຖານທີ່ຮຽນ-ສອນ ແລະ ຄົ້ນຄວ້າ ແຕ່ຕ້ອງເປັນສະຖາບັນທີ່ສາມາດປ່ຽນຄວາມຮູ້ ເພື່ອສ້າງມູນຄ່າທາງດ້ານສັງຄົມ ແລະ ເສດຖະກິດ. ພ້ອມກັນນີ້, ພວກເຮົາກຳລັງມຸ່ງໜ້າສູ່ການເປັນມະຫາວິທະຍາໄລ 4.0 ທີ່ນຳໃຊ້ເຕັກໂນໂລຊີດີຈີຕອນ, ປັນຍາປະດິດ (AI) ແລະ ນະວັດຕະກຳ.
![]() |
ຕະຫຼອດໄລຍະ 3 ທົດສະວັດຜ່ານມາ, ມຊ ໄດ້ປະກອບສ່ວນໃຫ້ການພັດທະນາປະເທດຢ່າງຕັ້ງໜ້າ ຕາມພາລະບົດບາດຂອງຕົນ ເຮັດໃຫ້ມີຜົນງານທີ່ພົ້ນເດັ່ນໄດ້ຫຼາຍດ້ານດັ່ງນີ້: ດ້ານທີ 1: ການສ້າງຊັບພະ ຍາກອນມະນຸດ: ການພັດທະນາຊັບພະຍາກອນມະນຸດ ຖືເປັນຫົວໃຈສໍາຄັນຂອງການສ້າງຄວາມເຂັ້ມແຂງໃຫ້ ມຊ. ຜົນສໍາເລັດອັນພົ້ນເດັ່ນສະແດງອອກດ້ານການຍົກລະດັບວຸດທິການສຶກສາ ແລະ ການພັດທະນາຕໍາ ແໜ່ງວິຊາການດັ່ງນີ້: ຈາກໄລຍະເລີ່ມຕົ້ນທີ່ມີພະນັກງານ-ຄູສອນສ່ວນໃຫຍ່ມີວຸດທິການສຶກສາລະດັບປະລິນ ຍາຕີ ຜ່ານການພັດທະນາຢ່າງບໍ່ຢຸດຢັ້ງ ມາຮອດປັດຈຸບັນວຸດທິປະລິນຍາເອກ ແລະ ປະລິນຍາໂທ ໄດ້ເພີ່ມ ຂຶ້ນປ່ຽນແທນໃຫ້ລະດັບປະລິນຍາຕີ. ປັດຈຸບັນມີພະນັກງານ, ຄູ-ອາຈານທັງໝົດ 1,383 ທ່ານ. ໃນນັ້ນ, ມີລະດັບປະລິນຍາຕີ 282 ທ່ານ, ປະລິຍາໂທ 859 ທ່ານ, ປະລິນຍາເອກ 208 ທ່ານ; ການພັດທະນາຕໍາ ແໜ່ງວິຊາການ: ຜົນງານການພັດທະນາບຸກຄະລາກອນ ດ້ານຕໍາແໜ່ງວິຊາການຄູຕະຫຼອດໄລຍະ 30 ປີ: ລະດັບສາດສະດາຈານ 22 ທ່ານ, ຮອງສາດສະດາຈານ 235 ທ່ານ, ອາຈານ 352 ທ່ານ, ຜູ້ຊ່ວຍອາຈານ 344 ທ່ານ. ການສ້າງຊັບພະຍາກອນມະນຸດສະໜອງໃຫ້ສັງຄົມ. ມຊ ໄດ້ສ້າງຊັບພະຍາກອນມະນຸດຫຼາກຫຼາຍສາຂາ ໃນຫຼາຍລະດັບ ນັບແຕ່ລະດັບອະນຸປະລິນຍາ ຈົນເຖິງປະລິນຍາເອກ ສະໜອງໃຫ້ສັງຄົມ ກໍຄືປະເທດຊາດ ນັບແຕ່ສົກສຶກສາທໍາອິດ ຈົນເຖິງສົກສຶກສາ 2025-2026 ຊຶ່ງເປັນເວລາ 30 ປີ ມີຜູ້ສໍາເລັດການສຶກສາທັງໝົດ 142,910 ຄົນ. ຊຶ່ງຜູ້ສຳເລັດການສຶກສາດັ່ງກ່າວ ໄດ້ນຳເອົາຄວາມຮູ້, ຄວາມສາມາດ ແລະ ປະສົບການຂອງຕົນ ໄປປະກອບສ່ວນໃນການພັດທະນາປະເທດຊາດໃນຫຼາຍຂົງເຂດ, ເປັນກຳລັງສຳ ຄັນໃຫ້ພາກລັດ, ພາກທຸລະກິດ, ພາກການຜະລິດ, ພາກບໍລິການ ແລະ ຂະແໜງການຕ່າງໆ ຂອງສັງຄົມ; ດ້ານທີ 2: ການພັດທະນາຫຼັກສູດ: ແມ່ນໜຶ່ງໃນໝາກຜົນອັນພົ້ນເດັ່ນທີ່ສຸດຂອງ ມຊ ໃນຕະຫຼອດໄລຍະສາມທົດສະວັດ ຈາກຈຸດເລີ່ມຕົ້ນທີ່ມີພຽງຫຼັກສູດປະລິນຍາຕີ ແລະ ອະນຸປະລິນຍາ, ມຊ ໄດ້ມີການພັດທະນາຫຼັກ ສູດຢ່າງບໍ່ຢຸດຢັ້ງ ຊຶ່ງມີຫຼາຍລະດັບ ແຕ່ຫຼັກສູດອະນຸປະລິນຍາ ຈົນຮອດຫຼັກສູດປະລິນຍາເອກ. ປັດຈຸບັນມີຫຼັກສູດປະລິນຍາຕີ, ປະລິນຍາໂທ ແລະ ປະລິຍາເອກ ລວມທັງໝົດ 265 ຫຼັກສູດ; ດ້ານທີ 3: ການຄົ້ນ ຄວ້າວິທະຍາສາດ ຖືເປັນຕົວຊີ້ວັດທີ່ສໍາຄັນທີ່ສຸດໃນການຫັນປ່ຽນ ມຊ ຈາກສະຖາບັນທີ່ເນັ້ນການສອນພຽງຢ່າງດຽວໄປສູ່ການເປັນ "ມະຫາວິທະຍາໄລແຫ່ງການຄົ້ນຄວ້າ" ຕາມທີ່ກໍານົດໄວ້ໃນພັນທະກິດຂອງ ມຊ. ຕະຫຼອດໄລຍະ 3 ທົດສະວັດ, ມຊ ໄດ້ຕີພິມເຜີຍແຜ່ບົດຄົ້ນຄວ້າ-ບົດຄວາມທາງວິຊາການຫຼາຍກວ່າ 1,000 ບົດ ແລະ ມີການອ້າງອີງຫຼາຍກວ່າ 15,500 ຄັ້ງ; ດ້ານທີ 4: ການສ້າງນະວັດຕະກໍາ ຊຶ່ງຖືເປັນໝາກຜົນຂັ້ນສູງສຸດຂອງການພັດທະນາວິຊາການ ກໍຄື ການຄົ້ນຄວ້າ. ຊຶ່ງ ມຊ ໄດ້ມີນະໂຍບາຍສົ່ງເສີມມາຕະຫຼອດ ນັບແຕ່ຊຸມປີ 2010 ເປັນຕົ້ນມາ ສາມມາດຄົ້ນຄວ້ານະວັດຕະກຳໃໝ່ໄດ້ຫຼາຍກ່ວາ 30 ລາຍການ; ດ້ານທີ 5: ການຮ່ວມມືກັບພາກພື້ນ ແລະ ສາກົນ: ມຊ ໄດ້ມຸ່ງຂະຫຍາຍການແລກປ່ຽນທາງວິຊາການ, ການພັດ ທະນາຫຼັກສູດ, ການຍົກລະດັບຄູ-ອາຈານ ແລະ ການສ້າງເຄືອຂ່າຍກັບສະຖາບັນຄູ່ຮ່ວມມື. ຕະຫຼອດໄລຍະເວລາ 30 ປີ ມີການເຊັນສັນຍາການຮ່ວມມືກັບບັນດາມະຫາວິທະຍາໄລ ແລະ ສະຖາບັນຕ່າງໆ 360 ສັນ ຍາ.
![]() |
ໃນໂອກາດນີ້, ໄດ້ມີພິທີມອບ-ຮັບໃບຍ້ອງຍໍໃຫ້ຜູ້ທີ່ມີຜົນງານດີເດັ່ນຕະຫຼອດ 30 ປີ ຂອງ ມຊ 1,594 ທ່ານ; ມອບໃບຍ້ອງຍໍ ພ້ອມໂລ້ລາງວັນ ໃຫ້ນັກຄົ້ນຄວ້າວິທະຍາສາດດີເດັ່ນ 36 ທ່ານ. ໃຫ້ກຽດມອບໃບຍ້ອງຍໍໂດຍທ່ານ ທອງສະລິດ ມັງໜໍ່ເມກ ແລະ ໃຫ້ກຽດມອບໃບຍ້ອງຍໍ ພ້ອມໂລ້ລາງວັນໂດຍ ທ່ານ ສິນທະວອນ ດາລາວົງ.
(ຂ່າວ-ພາບ: ວັນເພັງ)



ຄໍາເຫັນ