![]() |
ໂອກາດດັ່ງກ່າວ, ສະຫາຍ ພອຍຄຳ ຮຸ່ງບຸນຍວງ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ຊຶ່ງສະຫາຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສໍາຄັນຂອງວຽກງານກວດກາວ່າ: ກອງປະຊຸມຈະໄດ້ພ້ອມກັນຮັບຟັງການຜ່ານຮ່າງບົດສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030); ຮັບຟັງການເຜີຍແຜ່ບັນຫາທີ່ສໍາຄັນຂອງສູນກາງຈໍານວນໜຶ່ງ ກ່ຽວກັບວຽກງານກວດກາ; ຮັບຟັງ ການປະກອບຄໍາເຫັນຂອງບັນດາ ສະຫາຍ ເລຂາຄະນະບໍລິຫານງານພັກເມືອງ 5 ເມືອງ, ບາງພະແນກການທີ່ກ່ຽວຂ້ອງຈໍານວນໜຶ່ງ; ເຊື່ອມຊຶມບົດໂອ້ລົມ ຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V; ຈາກນັ້ນ ສະຫາຍ ອຸດອນ ສິງດາລາ ກໍາມະການປະຈຳພັກແຂວງ ປະທານຄະນະກວດກາພັກແຂວງ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ 5 ປີ (2021-2025) ແລະ ທິດທາງແຜນການວຽກງານຈຸດສຸມ (2026-2030) ຂອງແຂວງ ໄຊສົມບູນ ຊຶ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ຂໍ້ຄົງຄ້າງ ແລະ ບົດຮຽນຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານໄລຍະ 5 ປີຜ່ານມາແຂວງ ໄຊສົມບູນ, ໂດສະເພາະສະຫາຍໄດ້ຍົກໃຫ້ເຫັນການປະຕິບັດລົງວິໄນຕໍ່ສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ລະເມີດກົດລະບຽບຂອງພັກ, ກົດໝາຍ, ລະບຽບການຕ່າງໆຂອງລັດ 26 ສະຫາຍ, ໃນນັ້ນ ຕິຕຽນຄວາມຜິດ 3 ສະຫາຍ, ກ່າວເຕືອນຄວາມຜິດ 4 ສະຫາຍ, ໂຈະຮ່ວມຊີວິດພັກຊົ່ວຄາວ 5 ສະຫາຍ ແລະ ເອົາອອກຈາກພັກ 14 ສະຫາຍ; ໄດ້ຕິດຕາມ ກວດກາການຈັດຕັ້ງປະຕິບັດວຽກງານການບໍລິຫານລັດຢູ່ບັນດາພະແນກການອ້ອມຂ້າງແຂວງ ແລະ ເມືອງທັງໝົດ 76 ເປົ້າໝາຍ ຜ່ານການຕິດຕາມ, ກວດກາ ເຫັນວ່າມີຫຼາຍພາກສ່ວນສາມາດຈັດຕັ້ງປະຕິບັດບັນລຸຕາມແຜນການ, ແຜນງານທີ່ວາງໄວ້. ຕິດຕາມ, ກວດກາໂຄງການລົງທຶນຂອງລັດຢູ່ແຂວງໄຊສົມບູນໄດ້ທັງໝົດ ຈຳນວນ 323 ໂຄງການ, ໃນນັ້ນ: ກວດກາຮ່ວມກັບອົງການກວດກາແຫ່ງລັດ ໂຄງການທີ່ມີມູນຄ່າ 10 ຕື້ກີບຂຶ້ນໄປ ຈຳນວນ 7 ໂຄງການ ຜ່ານການກວດກາເຫັນວ່າມີມູນຄ່າທີ່ຈະຕ້ອງໄດ້ຫັກລົບ ຈໍານວນ 41,572 ຕື້ກີບ; ກວດກາໂຄງການຕາມຜົນກວດສອບ ຈໍານວນ 7 ໂຄງການ ມູນຄ່າຕາມສັນຍາທັງໝົດ 26,367 ຕື້ກີບ ຜ່ານການກວດກາເຫັນວ່າສາມາດຈັດຕັ້ງປະຕິບັດຖືກຕ້ອງຕາມສັນຍາ;ກວດກາໂຄງການທີ່ນໍາໃຊ້ງົບປະມານບ້ວງກອງທຶນທາງ ຮ່ວມກັບອົງການກວດກາແຫ່ງລັດ ຈໍານວນ 152 ໂຄງການ ຜ່ານການກວດກາເຫັນວ່າ ຍັງມີ ຈໍານວນ 4 ໂຄງການ ທີ່ຄ້າງຈົດທະບຽນຊັບສິນ ມູນຄ່າ 10,000,000 ກີບ ແລະ ມີ ຈໍານວນ 13 ໂຄງການ ບໍ່ທັນໄດ້ຄິດໄລ່ຄ່າຊັບພະຍາກອນທໍາມະຊາດ, ກວດກາໂຄງການເລີ່ມແຕ່ຫົວທີ່ຂັ້ນແຂວງກຳນົດ ທັງໝົດ 9 ໂຄງການ ມູນຄ່າການກໍ່ສ້າງທັງໝົດ ຈໍານວນ 275,159 ຕື້ກີບ ໃນນັ້ນ: ກໍ່ສ້າງສຳເລັດຕາມແຜນ 8 ໂຄງການ ມູນຄ່າ 215,069 ຕື້ກີບ, ບໍ່ສາມາດກໍ່ສ້າງສຳເລັດໄດ້ 1 ໂຄງການ. ກວດກາໂຄງການທີ່ມີມູນຄ່າ 10 ຕື້ກີບລົງມາ ຈໍານວນ 148 ໂຄງການ, ຜ່ານການກວດກາພົບເຫັນມູນຄ່າໜ້າວຽກທີ່ບໍ່ໄດ້ຈັດຕັ້ງປະຕິບັດ ຈະຕ້ອງໄດ້ຫັກລົບອອກຈາກສາລະບານງົບປະມານ ຈຳນວນ 8,603 ຕື້ກີບ, ຕິດຕາມ, ກວດກາໂຄງການຂຸດຄົ້ນແຮ່ທາດແບບທົດລອງຢູ່ແຂວງໄຊສົມບູນຮ່ວມກັບອົງການກວດກາ ແຫ່ງລັດ ຈໍານວນ 6 ໂຄງການ; ວຽກງານຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ພົບເຫັນຄະດີ ສໍ້ລາດບັງຫຼວງ ຈຳນວນ 6 ກໍລະນີ ມູນຄ່າເສຍຫາຍ 10,737,941,000 ກີບ ສາມາດເກັບກູ້ຄືນໃຫ້ລັດໄດ້ 10,527,941,000 ກີບ, ມີພະນັກງານທີ່ຕິດພັນກັບການສໍ້ລາດບັງຫຼວງ ຈຳນວນ 12 ຄົນ.
ໂອກາດນີ້, ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ມີຄຳເຫັນເຈາະຈີ້ມລົງເລິກບາງບັນຫາ ໂດຍສະເພາະແມ່ນບັນດາຂໍ້ຄົງຄ້າງ, ຂໍ້ຂາດຕົກບົກຜ່ອງຕ່າງໆ ເພື່ອໃຫ້ບັນດາສະຫາຍຜູ້ແທນກອງປະຊຸມໄດ້ຜັດປ່ຽນກັນຂຶ້ນປະກອບຄຳເຫັນ. ກອງປະຊຸມຈະດໍາເນີນເປັນເວລາສອງວັນ.
(ຂ່າວ: ຕູ່ນ່າ)

ຄໍາເຫັນ