![]() |
ໃນວັນທີ 10 ພະຈິກນີ້, ທ່ານ ທອງໃສ ສິນລາສີ ປັດຈຸບັນຢູ່ບ້ານກ້ອນຄຳ ເມືອງໝື່ນ ແຂວງວຽງຈັນ ພະນັກງານບຳນານ ໄດ້ນໍາອາວຸດເສິກມາມອບໃຫ້ກອງບັນຊາການ ປກສ ເມືອງໝື່ນ ແຂວງວຽງຈັນ, ຊຶ່ງອາວຸດດັ່ງກ່າວແມ່ນອະນຸຍາດໃຫ້ນຳໃຊ້ ໃນການປ້ອງກັນຕົວເວລາເດີນທາງໄປເຂດຫ່າງໄກສອກຫຼີກ ໃນໄລຍະຜ່ານມາ ເມື່ອມີຄໍາສັ່ງຂອງຂັ້ນເທິງ ທ່ານໄດ້ມີຄວາມຕື່ນຕົວສະໜັກໃຈນໍາເອົາປືນມາມອບໃຫ້ການຈັດຕັ້ງ, ຕາງໜ້າຮັບໂດຍ ທ່ານ ພັທ ລັງສີ ສຸຂະລິວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
![]() |
ໃນພິທີໄດ້ເຊັນບົດບັນທຶກມອບ-ຮັບອາວຸດປືນ ປະເພດປືນສັ້ນ K59 ຈໍານວນ 1 ກະບອກ, ລູກກະສູນ 8 ລູກ, ບັດອະນຸຍາດຖືປືນເລກທີ 963, ຜ່ານການກວດກາແລ້ວ ເຫັນວ່າອາວຸດດັງກ່າວມີສະພາບໃຊ້ງານໄດ້ຄົບຖ້ວນ, ພ້ອມນີ້ກອງບັນຊາການ ປກສ ເມືອງ ຈຶ່ງໄດ້ເກັບຮັກສາໄວ້ຕາມລະບຽບກົດໝາຍ ເພື່ອສົ່ງຕໍ່ໃຫ້ພາກສ່ວນທີ່ກ້ຽວຂ້ອງ. ພາບ-ຂ່າວ: ນາງ ວັນນາ


ຄໍາເຫັນ