![]() |
ໃນວາລະ ທ່ານ ນາງ ວຽງທອງ ສີພັນດອນ ໄດ້ຍົກໃຫ້ເຫັນ ມະຕິກອງປະຊຸມຄົບຄະນະສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກສະໄໝທີXII, ກອງປະຊຸມຄົບຄະນະສະໄໝວິສາມັນ ຄັ້ງທີ 1 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ດໍາເນີນ ແຕ່ວັນທີ 28 ກັນຍາ - 1 ຕຸລາ 2026 ທີ່ສໍານັກງານສູນກາງພັກ, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ; ປະຕິບັດຕາມແຜນດໍາເນີນງານ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ການເລັ່ງທວງ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ. ຄະນະບໍລິຫານງານສູນກາງພັກ ໄດ້ມອບໃຫ້ກົມການເມືອງສູນກາງພັກ ຊີ້ນໍາການຄົ້ນຄວ້າ ວິເຄາະ, ວິໄຈ, ສະຫຼຸບຕີລາຄາ ບັນຫາກ່ຽວຂ້ອງຈໍານວນໜຶ່ງ ເພື່ອປັບປຸງ, ບູລະນະ ແລະ ວາງທິດທາງ, ແຜນນະໂຍບາຍຕ່າງໆອອກ ທີ່ມີລັກສະນະສະຫຼຸບທິດສະດີ-ພຶດຕິກຳ, ການບຸກເບີກ-ປະດິດສ້າງໃໝ່ດ້ານແນວທາງ ແນໃສ່ບຸກທະລຸ ແລະ ສ້າງການຫັນປ່ຽນທີ່ແຂງແຮງ, ຕັ້ງໜ້າ ໃນການນໍາພາການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໃຫ້ມີຜົນສໍາເລັດ.
ຄະນະບໍລິຫານງານສູນກາງພັກຢືນຢັນວ່າ ພັກເຮົາຍາມໃດກໍຍຶດໝັ້ນແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນພາລະກິດ, ແມ່ນໜ້າທີ່ ຂອງທົ່ວປວງຊົນ. ການສ້າງທ່າສະໜາມ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານໃນໄລຍະນີ້ ເປັນວຽກໃຈກາງທີ່ຕິດພັນໂດຍກົງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ, ຖືເປັນບັນຫາພື້ນຖານ ຮັບປະກັນສະຖຽນລະພາບທາງການເມືອງ, ການປົກປ້ອງໝາກຜົນ ຂອງການປະຕິວັດ, ການພັດທະນາ ກໍຄືການຮັກສາອໍານາດອະທິປະໄຕ ແລະ ຄວາມໝັ້ນຄົງ ຂອງປະເທດຊາດ ໄວ້ໃຫ້ໝັ້ນຄົງ.
ບົນພື້ນຖານດັ່ງກ່າວ ກອງປະຊຸມ ໄດ້ຄົ້ນຄວ້າ ປຶກສາຫາລື ແລະ ໃຫ້ທິດຊີ້ນໍາຕໍ່ຮ່າງມະຕິຂອງຄະນະບໍລິຫານງານສູນກາງພັກ ຮ່າງມະຕິ ວ່າດ້ວຍ ການສ້າງທ່າສະໜາມ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນ ຮອບດ້ານ ຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ຮ່າງມະຕິວ່າດ້ວຍ ການຊຸກຍູ້, ສົ່ງເສີມ ແລະ ພັດທະນາ ບັນດາພາກສ່ວນເສດຖະກິດ ຕາມທິດ ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ(ສອຈ), ຮ່າງມະຕິ ວ່າດ້ວຍການພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນນະພາບ ຕອບສະໜອງ ການພັດທະນາໃນເງື່ອນໄຂໃໝ່ ແລະ ວຽກງານອື່ນ, ມະຕິວ່າດ້ວຍ ການເພື່ອທະວີ ການນໍາພາຂອງພັກ ແລະ ການຄຸ້ມຄອງລັດ ຕໍ່ວຽກງານສື່ມວນຊົນ ໃນໄລຍະໃໝ່ ຊຶ່ງເພື່ອເພີ່ມທະວີ ການພັດທະນາວຽກງານຖະແຫຼງຂ່າວ-ສື່ມວນຊົນ ໃຫ້ເຂັ້ມແຂງ ໃຫ້ມີຄວາມທັນສະໄໝ, ວ່ອງໄວ, ທັນການ ກາຍເປັນກະບອກສຽງທີ່ແຫຼມຄົມຂອງພັກ ຕິດພັນກັບການຍົກລະດັບ ວຽກງານໂຄສະນາປະຊາສໍາພັນ ດ້ວຍຫຼາຍຮູບຫຼາຍສີ ແລະ ວຽກງານອື່ນໆ.
(ຂ່າວ: ແສງຈັນ)

ຄໍາເຫັນ