![]() |
ທ່ານ ຮອງຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ກ່າວວ່າ: ການຝຶກອົບຮົມວຽກງານຜູ້ຊ່ວຍຜູ້ພິພາກໃນຄັ້ງນີ້, ມີຄວາມໝາຍຄວາມສໍາຄັນຫຼາຍ, ເປັນການກໍ່ສ້າງ ແລະ ພັດທະນາບຸກຄະລະກອນ ຂອງສານປະຊາຊົນ ໃນຂອບເຂດທົ່ວປະເທດ ແລະ ຊຸດຝຶກອົບຮົມຈະໄດ້ດໍາເນີນໃນລະຫວ່າງ ວັນທີ 10 ພະຈິກ ຫາ 8 ທັນວາ 2026 ເປັນເວລາ 20 ວັນ, ມີນັກສໍາມະນາກອນທັງໝົດ 60 ທ່ານ ຍິງ 15 ທ່ານ.ໃນນັ້ນ,ມາຈາກສານທ້ອງຖິ່ນ ຈໍານວນ 40 ທ່ານ ຍິງ 11 ທ່ານ, ສານທະຫານ 2 ທ່ານ ແລະ ຈາກສານພາຍໃນນະຄອນຫຼວງ 20 ທ່ານ ຍິງ 3 ທ່ານ, ສານທະຫານ 6 ທ່ານ ຊຶ່ງລ້ວນແມ່ນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນຕາມລະບຽບ, ໄດ້ຮັບການອະນຸຍາດ ແລະ ຢັ້ງຢືນຈາກການຈັດຕັ້ງທີ່ກ່ຽວຂ້ອງແຕ່ລະຂັ້ນຂອງສານປະຊາຊົນໃຫ້ເຂົ້າຮ່ວມ.
![]() |
ສໍາລັບເອກະສານທີ່ນໍາມາຝຶກອົບຮົມ ປະກອບມີ 11 ວິຊາ ຄື: ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຈັນຍາບັນ-ຈັນຍາທໍາແລະ ມະນຸດສໍາພັນ; ການຄົ້ນຄວ້າສໍານວນຄະດີແພ່ງ; ການຄົ້ນຄ້ວາສໍານວນຄະດີອາຍາ-ຄະດີເດັກ; ເຕັກນິກການເອົາຄໍາໃຫ້ການ; ເຕັກນິກການໄກ່ເກ່ຍຄະດີ; ການເຮັດບົດສະຫຼຸບ-ລາຍງານຄະດີ; ການຊັ່ງຊາຕີລາຄາຫຼັກຖານ; ການຂຽນຄໍາຕັດສິນຄະດີອາຍາ-ຄະດີເດັກ;ການຂຽນຄໍາຕັດສິນຄະດີແພ່ງ; ທັກສະການຄົ້ນຄວ້າການດຳເນີນຄະດີການຄ້າມະນຸດ ແລະ ກົດໝາຍດໍາເນີນຄະດີແພ່ງ ສະບັບປັບປຸງ ປີ 2024.
ຂ່າວ: ລັດດາວັນ


ຄໍາເຫັນ