ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດມາເລເຊຍໄດ້ເປີດເຜີຍໃນວັນທີ 10 ຕຸລາ ຜ່ານມາວ່າ, ຍອດຂາຍໃນຂະແໜງການຜະລິດຂອງມາເລເຊຍໃນໄຕມາດທີສາມຂອງປີ 2026 ໄດ້ເພີ່ມຂຶ້ນ 10.7% ເມື່ອທຽບກັບປີກ່ອນ ເປັນ 553.5 ຕື້ຣິງກິດ (ປະມານ 136.62 ຕື້ໂດລາ) ຊຶ່ງເລັ່ງຂຶ້ນຈາກການຂະຫຍາຍຕົວ 9.3% ໃນໄຕມາດທີ 2 ຂອງປີ 2026.
ຖະແຫຼງການລະບຸວ່າ: ຍອດຂາຍໃນຂະແໜງການຜະລິດເພີ່ມຂຶ້ນ 5.5% ເມື່ອທຽບກັບໄຕມາດທີ່ຜ່ານມາ.
ສຳລັບ 9 ເດືອນທຳອິດຂອງປີ 2026, ຍອດຂາຍສະສົມໃນຂະແໜງການຜະລິດບັນລຸ 1.58 ພັນຕື້ຣິງກິດ, ເພີ່ມຂຶ້ນ 8.5% ຈາກໄລຍະດຽວກັນຂອງປີກ່ອນ, ເມື່ອທຽບກັບອັດຕາການເຕີບໂຕ 3.6% ໃນລະຫວ່າງເດືອນມັງກອນ ຫາ ເດືອນກັນຍາ 2025.
ໃນຂະນະດຽວກັນ, ມູນຄ່າການຂາຍດ້ານການຜະລິດໃນເດືອນກັນຍາ 2026 ໄດ້ເພີ່ມຂຶ້ນ 12.9% ເມື່ອທຽບກັບປີກ່ອນເປັນ 191.1 ຕື້ຣິງກິດ ຊຶ່ງເລັ່ງຂຶ້ນເມື່ອທຽບກັບການເຕີບໂຕ 9.9% ໃນເດືອນສິງຫາ 2026.
ການເຕີບໂຕນີ້ແມ່ນຍ້ອນຍອດຂາຍໃນຂະແໜງອຸປະກອນໄຟຟ້າ ແລະ ເອເລັກໂຕຣນິກ ເພີ່ມຂຶ້ນ 23.9%.
ຄໍາເຫັນ