ບົດລາຍງານໄດ້ລະບຸວ່າ: ໂຕເລກຫຼ້າສຸດນີ້ສະແດງເຖິງການຫຼຸດລົງທີ່ໃຫຍ່ທີ່ສຸດນັບຕັ້ງແຕ່ເດືອນກັນຍາ 2020, ເມື່ອການໃຊ້ຈ່າຍຫຼຸດລົງ 10.2% ເນື່ອງຈາກການລະບາດຂອງພະຍາດ ໂຄວິດ-19.
ການຫຼຸດລົງດັ່ງກ່າວເພີ່ມຂຶ້ນຢ່າງຫຼວງຫຼາຍຈາກລະດັບ 3.1% ໃນເດືອນສິງຫາ ຜ່ານມາ, ໂດຍກະຊວງດັ່ງກ່າວລາຍງານວ່າຄົວເຮືອນທີ່ມີສະມາຊິກ 2 ຄົນຂຶ້ນໄປໃຊ້ຈ່າຍສະເລ່ຍ 289,536 ເຢນ (1,830 ໂດລາ).
ເມື່ອຈຳແນກຕາມໝວດໝູ່, ການໃຊ້ຈ່າຍດ້ານພະລັງງານ ແລະ ນ້ຳຫຼຸດລົງ 10.5% ເມື່ອທຽບກັບປີ 2025, ໂດຍຄ່າໄຟຟ້າຫຼຸດລົງ 11.9% ເນື່ອງຈາກອຸນຫະພູມຕ່ຳກວ່າປີກ່ອນ, ເຮັດໃຫ້ການໃຊ້ເຄື່ອງປັບອາກາດຫຼຸດລົງ.
ການໃຊ້ຈ່າຍດ້ານອາຫານ ແລະ ເຄື່ອງດື່ມຫຼຸດລົງ 2.5% ຊຶ່ງຫຼຸດລົງຕິດຕໍ່ກັນເປັນເດືອນທີ 4, ເນື່ອງຈາກຜູ້ບໍລິໂພກເລືອກຊື້ເຂົ້າທີ່ມີລາຄາຖືກກວ່າ, ໃນຂະນະທີ່ລາຄາສິນຄ້າທີ່ສູງຂຶ້ນ ແລະ ສະພາບອາກາດກົດດັນການໃຊ້ຈ່າຍດ້ານເຄື່ອງດື່ມ.
ນອກຈາກນັ້ນ, ການໃຊ້ຈ່າຍດ້ານເຟີນີເຈີ ແລະ ເຄື່ອງໃຊ້ໄຟຟ້າໃນເຮືອນຫຼຸດລົງ 6.4%, ສ່ວນໜຶ່ງແມ່ນຍ້ອນການຊື້ເຄື່ອງປັບອາກາດຫຼຸດລົງທ່າມກາງສະພາບອາກາດທີ່ບໍ່ດີ. ສ່ວນການໃຊ້ຈ່າຍດ້ານເຄື່ອງນຸ່ງຫົ່ມ ແລະ ເກີບຫຼຸດລົງ 3.6% ຍ້ອນຝົນຕົກໜັກ ແລະ ພາຍຸໄຕ້ຝຸ່ນເຮັດໃຫ້ປະຊາຊົນບໍ່ຢາກໃຊ້ຈ່າຍ.
ຢ່າງໃດກໍຕາມ, ເຖິງວ່າຈະມີສະພາບອາກາດທີ່ບໍ່ເອື້ອອຳນວຍ. ແຕ່ການໃຊ້ຈ່າຍໃນການກິນເຂົ້ານອກບ້ານເພີ່ມຂຶ້ນ 2.3%, ໂດຍໄດ້ຮັບແຮງກະຕຸ້ນຈາກວັນພັກ 5 ມື້ໃນທ້າຍອາທິດ.
ຂໍ້ມູນການໃຊ້ຈ່າຍຂອງຄົວເຮືອນແມ່ນຕົວຊີ້ວັດຫຼັກຂອງການບໍລິໂພກພາກເອກະຊົນ ຊຶ່ງກວມເອົາຫຼາຍກວ່າເຄິ່ງໜຶ່ງຂອງລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງຍີ່ປຸ່ນ.
ຄໍາເຫັນ