ປະທານ ສນຊ ຕ້ອນຮັບເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວເຂົ້າຢ້ຽມອຳລາ

ປະທານ ສນຊ ຕ້ອນຮັບເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວເຂົ້າຢ້ຽມອຳລາ

ປະທານ ສນຊ ຕ້ອນຮັບເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວເຂົ້າຢ້ຽມອຳລາ
ວັນທີ 10 ພະຈິກນີ້, ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບ ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໃນໂອກາດເຂົ້າຢ້ຽມຂໍ່ານັບອຳລາ ໃນວາລະສິ້ນສຸດການປະຕິບັດໜ້າທີ່ທາງການທູດຢູ່ ສປປ ລາວ.
ປະທານ ສນຊ ຕອນຮບເອກອກຄະຣາຊະທດຍປນ ປະຈຳລາວເຂາຢຽມອຳລາ - image 1
 

ໂອກາດດັ່ງກ່າວ, ທ່ານ ປະທານ ສນຊ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ບົດບາດ ແລະ ຜົນງານອັນຕັ້ງໜ້າຂອງທ່ານເອກອັກຄະຣາຊະທູດໃນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຕະຫຼອດໄລຍະການດຳລົງຕຳແໜ່ງ. ໂດຍສະເພາະ ການຊຸກຍູ້ໃຫ້ສາຍພົວພັນສອງປະເທດຖືກຍົກລະດັບຂຶ້ນສູ່ການເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ” ໃນລະຫວ່າງການຢ້ຽມຢາມປະເທດຍີ່ປຸ່ນຢ່າງເປັນທາງການຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໃນເດືອນມັງກອນ 2025.

ພ້ອມນີ້, ທ່ານຍັງໄດ້ຊົມເຊີຍຕໍ່ການອຳນວຍຄວາມສະດວກໃນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ນຳຂັ້ນສູງສອງປະເທດ ຊຶ່ງເປັນປັດໄຈສຳຄັນໃນການເສີມສ້າງຄວາມໄວ້ວາງໃຈ, ຄວາມເຂົ້າໃຈ ແລະ ການຮ່ວມມືລະຫວ່າງສອງຝ່າຍ. ໃນນັ້ນ ລວມມີການຢ້ຽມຢາມ ສປປ ລາວ ຂອງເຈົ້າຍິງໄອໂກະ ໃນເດືອນພະຈິກ 2025, ການຢ້ຽມຢາມປະເທດຍີ່ປຸ່ນຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ໃນເດືອນພຶດສະພາ 2025 ລວມທັງການແລກປ່ຽນການຢ້ຽມຢາມ ແລະ ການເຂົ້າຮ່ວມກອງປະຊຸມສຳຄັນຕ່າງໆຂອງການນຳຂັ້ນສູງລາວ-ຍີ່ປຸ່ນ.

ທ່ານ ປະທານ ສນຊ ຍັງໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ຢ່າງຕໍ່ເນື່ອງ ຜ່ານໂຄງການຊ່ວຍເຫຼືອ ແລະ ໂຄງການພັດທະນາໃນຫຼາຍຂົງເຂດ ການພັດທະນາໂຄງລ່າງພື້ນຖານ, ການປັບປຸງສະໜາມບິນສາກົນວັດໄຕ, ການສົ່ງເສີມການຄົມມະນາຄົມ ແລະ ການເຊື່ອມໂຍງການເດີນທາງ, ການພັດທະນາດ້ານການຄ້າ ແລະ ການລົງທຶນ, ການສຶກສາຜ່ານທຶນ JDS, ລວມທັງໂຄງການ GGP ທີ່ຊ່ວຍຍົກລະດັບຄຸນນະພາບຊີວິດຂອງປະຊາຊົນຢູ່ທ້ອງຖິ່ນຕ່າງໆ. ນອກນີ້, ຍັງມີການຊຸກຍູ້ການຄ້າ, ການສົ່ງອອກ-ນຳເຂົ້າ ແລະ ການລົງທຶນຈາກພາກເອກະຊົນ ຊຶ່ງລ້ວນແຕ່ເປັນພື້ນຖານສຳຄັນໃນການສ້າງຜົນປະໂຫຍດຮ່ວມກັນຂອງສອງປະເທດ.

ຕອນທ້າຍພິທີ, ທ່ານ ປະທານ ສນຊ ໄດ້ກ່າວຂອບໃຈຕໍ່ທ່ານເອກອັກຄະຣາຊະທູດ ທີ່ໄດ້ທຸ້ມເທສະຕິປັນຍາ ແລະ ຄວາມສາມາດໃນການປະຕິບັດພາລະກິດທາງການທູດຢ່າງຕັ້ງໜ້າ ພ້ອມທັງອວຍພອນໃຫ້ທ່ານ ແລະ ຄະນະ ຈົ່ງມີສຸຂະພາບພະລານາໄມສົມບູນ, ປະສົບຜົນສຳເລັດໃນພາລະກິດໜ້າທີ່ໃໝ່ ແລະ ຫວັງວ່າທ່ານຈະສືບຕໍ່ເປັນຂົວຕໍ່ສຳຄັນໃນການເສີມສ້າງ ແລະ ສືບຕໍ່ສາຍພົວພັນມິດຕະພາບ ລວມທັງການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ນັບມື້ຈະເລີນງອກງາມ ແລະ ໝັ້ນຄົງຍິ່ງໆຂຶ້ນຕໍ່ໄປ.ຂ່າວ-ພາບ: ສນຊ

ຄໍາເຫັນ

ຂ່າວການຮ່ວມມື

ພິທີຮັບຮອງແຜນປະຕິບັດງານແຫ່ງຊາດ ການຈັດຕັ້ງປະຕິບັດ ຂໍ້ຕົກລົງສາກົນ ການເຄື່ອນຍ້າຍຖິ່ນຖານທີ່ປອດໄພ

ພິທີຮັບຮອງແຜນປະຕິບັດງານແຫ່ງຊາດ ການຈັດຕັ້ງປະຕິບັດ ຂໍ້ຕົກລົງສາກົນ ການເຄື່ອນຍ້າຍຖິ່ນຖານທີ່ປອດໄພ

ໃນວັນທີ 10 ພະຈິກ ນີ້ ທີ່ ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງພິທີຮັບຮອງຢ່າງເປັນທາງການ ແຜນປະຕິບັດງານແຫ່ງຊາດ ການຈັດຕັ້ງປະຕິບັດ ຂໍ້ຕົກລົງສາກົນ ວ່າດ້ວຍ ການເຄື່ອນຍ້າຍຖິ່ນຖານທີ່ປອດໄພ, ເປັນລະບຽບ ແລະ ປົກກະຕິ ສຳລັບ ສປປ ລາວ, ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ທັນຍາ ປາຊີຟີໂກ (Ms. Tanja Pacifico) ຫົວໜ້າອົງການສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈໍາ ສປປ ລາວ ແລະ ຣາຊະອານາຈັກໄທ ຊຶ່ງມີຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງ ການພາກລັດ, ອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງສາກົນ ແລະ ແຂກທີ່ກ່ຽວຂ້ອງເຂົ້າຮ່ວມ 70 ກວ່າທ່ານ.
ທ່ານ ລິນຄໍາ ດວງສະຫວັນ ຕ້ອນຮັບເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາລາວ

ທ່ານ ລິນຄໍາ ດວງສະຫວັນ ຕ້ອນຮັບເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາລາວ

ໃນວັນທີ 10 ພະຈິກນີ້ ທີ່ຫ້ອງຮັບແຂກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມອໍາລາ ຂອງ ທ່ານ ໂຄອິຊຶມິ ຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດພາລະກິດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ທ່ານ ໄມທອງ ທຳມະວົງສາຕ້ອນຮັບຜູ້ອຳນວຍການຫ້ອງການADBເຂົ້າຍື່ນສານແຕ່ງຕັ້ງ

ທ່ານ ໄມທອງ ທຳມະວົງສາຕ້ອນຮັບຜູ້ອຳນວຍການຫ້ອງການADBເຂົ້າຍື່ນສານແຕ່ງຕັ້ງ

ໃນວັນທີ 9ພະຈິກຜ່ານມາ, ທີ່ ກະຊວງການຕ່າງປະເທດ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຍື່ນສານແຕ່ງຕັ້ງ ຂອງ ທ່ານນາງ ຫວງ ຈີງໝິນ(Jingmin Huang) ຜູ້ອຳນວຍການຫ້ອງການທະນາຄານພັດທະນາອາຊີ (ADB)ປະຈຳ ສປປ ລາວ ຄົນໃໝ່.
ກິດຈະກຳ ແລ່ນຂ້າມຂອງ ນະຄອນພະນົມ-ຄຳມ່ວນ 2026 ເຊື່ອມສາຍສຳພັນມິດຕະພາບສອງຝັ່ງຂອງ

ກິດຈະກຳ ແລ່ນຂ້າມຂອງ ນະຄອນພະນົມ-ຄຳມ່ວນ 2026 ເຊື່ອມສາຍສຳພັນມິດຕະພາບສອງຝັ່ງຂອງ

ວັນທີ 8 ພະຈິກຜ່ານມາ, ແຂວງນະຄອນພະນົມ ປະເທດໄທ ໄດ້ຈັດກິດຈະກໍາ ແລ່ນຂ້າມຂອງ ນະຄອນພະນົມ-ຄຳມ່ວນ 2026 ພາຍໃຕ້ແນວຄິດ “ໜຶ່ງສາຍນໍ້າ ສອງແຜ່ນດິນ” ຫຼື ONE RIVER, TWO NATIONS” ເພື່ອສົ່ງເສີມການທ່ອງທ່ຽວດ້ານກິລາ, ສົ່ງເສີມສຸຂະພາບ ແລະ ກະຊັບສາຍສຳພັນອັນດີລະຫວ່າງປະຊາຊົນສອງຝັ່ງແມ່ນ້ຳຂອງ. ເຂົ້າຮ່ວມເປັນປະທານໃນພິທີເປີດງານມີ ທ່ານ ວາທີ່ພັນຕີ ອະດິສັກ ນ້ອຍສຸວັນ ຜູ້ວ່າຣາຊະການຈັງຫວັດນະຄອນພະນົມ, ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ພ້ອມດ້ວຍບັນດາການນໍາຈາກພາກລັດ, ພາກເອກະຊົນ ແລະ ນັກແລ່ນທັງສອງແຂວງ ເຂົ້າຮ່ວມຢ່າງຄຶກຄື້ນ.
ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງໃຫ້ກະຊວງ ຍທຂ

ລັດຖະບານຍີ່ປຸ່ນ ມອບອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງໃຫ້ກະຊວງ ຍທຂ

ພິທີມອບ-ຮັບ ອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງຈາກລັດຖະບານຍີ່ປຸ່ນ ພາຍໃຕ້ໂຄງການພັດທະນາເສຖະກິດ-ສັງຄົມ ຈັດຂຶ້ນໃນວັນທີ 9 ພະຈິກນີ້, ທີ່ສຳນັກງານລັດວິສາຫະກິດກໍ່ສ້າງທາງເລກ 8 ນະຄອນຫຼວງວຽງຈັນ, ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນ ປະຈຳສປປລາວ, ທ່ານ ສົມມາດ ພົນເສນາ ອະດີດຮອງປະທານສະພາແຫ່ງຊາດ, ອະດີດລັດຖະມົນຕີກະຊວງ ຍທຂ ພ້ອມດ້ວຍແຂກຖຶກເຊີນ ເຂົ້າຮ່ວມ.
ລາວ-ຈີນ ຫາລືແຜນການຮ່ວມມືຍຸດທະສາດດ້ານການສຶກສາ

ລາວ-ຈີນ ຫາລືແຜນການຮ່ວມມືຍຸດທະສາດດ້ານການສຶກສາ

ເມື່ອບໍ່ດົນມານີ້ ທີ່ສຳນັກງານກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ສສກ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ເຫວີຍສືເຈີນ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ເພື່ອເຂົ້າຢ້ຽມ ຢາມ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມືຍຸດທະສາດ ລະຫວ່າງສອງປະເທດ ລາວ-ຈີນ ໂດຍມີຫົວໜ້າກົມ-ຮອງກົມ, ຫົວໜ້າສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ຝ່າຍລາວ ແລະ ຝ່າຍຈີນ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ລາວ-ຈີນ ສ້າງສາຄູ່ຮ່ວມຊາຕາກຳ ແບບຄົບຊຸດໃນຍຸກໃໝ່

ລາວ-ຈີນ ສ້າງສາຄູ່ຮ່ວມຊາຕາກຳ ແບບຄົບຊຸດໃນຍຸກໃໝ່

ສອງປະເທດ ລາວ-ຈີນ ໄດ້ສ້າງສາຄູ່ຮ່ວມຊາຕາກຳ ລາວ-ຈີນ ແບບຄົບຊຸດໃນຍຸກໃໝ່ ໃນນັ້ນ,ໄດ້ເພີ່ມທະວີການແລກປ່ຽນບົດຮຽນການບໍລິຫານປະເທດແມ່ນສ່ວນປະກອບສໍາຄັນ, ໂດຍຜ່ານການພົບປະລະດັບສູງ, ການສໍາມະນາທິດສະດີ, ການປະຖະກາຖາຂອງຜູ້ຊ່ຽວຊານ, ການຝຶກອົບຮົມພະນັກງານ ແລະ ຮູບແບບອື່ນໆ, ໃນຂະນະດຽວກັນ, ລາວ-ຈີນ ໄດ້ ເພີ່ມທະວີການແລກປ່ຽນບົດຮຽນ, ຮຽນຮູ້ບົດຮຽນອັນທີ່ມີປະໂຫຍດຂອງ ກັນ ແລະ ກັນ ຊຶ່ງໄດ້ຂະຫຍາຍບົດບາດຢ່າງຕັ້ງໜ້າໃນການຍົກລະດັບຄວາມສາມາດດ້ານການບໍລິຫານ.
ເວທີປາໄສຄວາມຮ່ວມມືສື່ມວນຊົນອາຊຽນບວກສາມ ຄັ້ງທີ 12 ຈັດຂຶ້ນທີ່ເມືອງຝູໂຈ່ວ ແຂວງຝູຈ້ຽນ ສປ ຈີນ

ເວທີປາໄສຄວາມຮ່ວມມືສື່ມວນຊົນອາຊຽນບວກສາມ ຄັ້ງທີ 12 ຈັດຂຶ້ນທີ່ເມືອງຝູໂຈ່ວ ແຂວງຝູຈ້ຽນ ສປ ຈີນ

ເວທີປາໄສຄວາມຮ່ວມມືສື່ມວນຊົນອາຊຽນບວກສາມ ຄັ້ງທີ 12 ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານ​ມາ ທີ່ເມືອງຝູໂຈ່ວ ແຂວງຝູຈ້ຽນ ທາງພາກຕາເວັນອອກຂອງ ສປ ຈີນ. ເວທີປາໄສດັ່ງກ່າວຈັດຂຶ້ນຮ່ວມກັນໂດຍ ໜັງສືພິມປະຊາຊົນ​ຂອງ​ຈີນ (People's Daily) ແລະ ລັດຖະບານປະຊາຊົນແຂວງຝູຈ້ຽນ ພາຍໃຕ້ຫົວຂໍ້ “ເປີດກວ້າງ ແລະ ຮ່ວມມື ເພື່ອການພັດທະນາຮ່ວມກັນ”.
ສຳມະນາທິດສະດີ ຄັ້ງທີ XIIIລະຫວ່າງ ພັກ ປ​ປລາວ ແລະ ພັກກອມມູນິດຫວຽດນາມ

ສຳມະນາທິດສະດີ ຄັ້ງທີ XIIIລະຫວ່າງ ພັກ ປ​ປລາວ ແລະ ພັກກອມມູນິດຫວຽດນາມ

ໃນທ່າມກາງບັນຍາກາດ ທີ່ສອງພັກ, ສອງລັດ ແລະປະຊາຊົນສອງຊາດລາວ-ຫວຽດນາມ ພວມອອກແຮງແຂ່ງຂັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ (ພັກ ປ​ປລາວ) ແລະ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ເຕັມໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ.
ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ກະຊວງໂຍທາ​ທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບອົງການສະຫະປະຊາຊາດດ້ານເຄຫາສະຖານ (UN​Habitat) ຈັດກອງປະຊຸມເວທີຕົວເມືອງແຫ່ງຊາດລາວ ຄັ້ງທີ 5 (5th Lao National Urban Forum – LNUF 2026) ເພື່ອຊຸກຍູ້ການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງເຂົ້າສູ່ທ້ອງຖິ່ນ ມຸ່ງສ້າງຕົວເມືອງລາວໃຫ້ມີຄວາມສີຂຽວ, ທົນທານ ແລະ ທັນສະໄໝຂຶ້ນໃນວັນທີ 6 ພະຈິກຜ່ານມາ ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເປັນປະທານ, ມີຜູ້ຕາງໜ້າຈາກກະຊວງ, ອົງການຂັ້ນສູນກາງ, ທ້ອງຖິ່ນ, ທຸຕານຸທູດ, ອົງການສາກົນ, ຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ນັກຊ່ຽວຊານເຂົ້າຮ່ວມ.
ເພີ່ມເຕີມ