ມີຜູ້ແທນຫຼາຍກວ່າ 120 ທ່ານ ຈາກສື່ມວນຊົນ ແລະ ສະຖາບັນ 47 ແຫ່ງ ຕາງໜ້າໃຫ້ແກ່ 16 ປະເທດ ແລະ ອົງການສາກົນ ໄດ້ເຂົ້າຮ່ວມ ເພື່ອປຶກສາຫາລືກ່ຽວກັບບົດບາດ ແລະ ພາລະໜ້າທີ່ຂອງສື່ມວນຊົນໃນການຮ່ວມມືລະດັບພາກພື້ນ ພ້ອມທັງສ້າງຄວາມເຫັນພ້ອມຮ່ວມກັນໃຫ້ກວ້າງຂວາງຍິ່ງຂຶ້ນ.
ນັບແຕ່ເລີ່ມຈັດຂຶ້ນໃນປີ 2007 ເປັນຕົ້ນມາ, ເວທີປາໄສດັ່ງກ່າວໄດ້ຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືດ້ານສື່ມວນຊົນລະຫວ່າງບັນດາປະເທດທີ່ເຂົ້າຮ່ວມຢ່າງຕໍ່ເນື່ອງ. ປັດຈຸບັນ ເວທີປາໄສນີ້ໄດ້ກາຍເປັນກິດຈະກຳສຳຄັນທີ່ມີອິດທິພົນພາຍໃຕ້ຂອບການຮ່ວມມືອາຊຽນບວກສາມ, ມີສ່ວນຊ່ວຍສ້າງສະພາບແວດລ້ອມດ້ານຄວາມຄິດເຫັນສາທາລະນະທີ່ດີ ເພື່ອສົ່ງເສີມການຮ່ວມມືລະດັບພາກພື້ນ ແລະ ມີບົດບາດສະເພາະໃນການເສີມສ້າງຄວາມເຂົ້າໃຈ ແລະ ມິດຕະພາບລະຫວ່າງປະຊາຊົນຂອງບັນດາປະເທດ.
ສຳລັບປະເດັນສຳຄັນທີ່ທຸກຝ່າຍໃຫ້ຄວາມສົນໃຈຮ່ວມກັນໃນງານຄັ້ງນີ້ ແມ່ນ “ການເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ-ການຄ້າ ເພື່ອຄວ້າໂອກາດຈາກຍຸກດິຈິຕອນ ແລະ ປັນຍາປະດິດ”. ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບໂອກາດ ແລະ ສິ່ງທ້າທາຍທີ່ການປ່ຽນແປງທາງເຕັກໂນໂລຊີນຳມາສູ່ການພັດທະນາສື່ມວນຊົນ ພ້ອມທັງສະເໜີຂໍ້ສະເໜີທີ່ເປັນຮູບປະທຳ ເພື່ອຊຸກຍູ້ການຮ່ວມມືດ້ານສື່ມວນຊົນລະຫວ່າງອາຊຽນ ຈີນ ຍີ່ປຸ່ນ ແລະ ສ.ເກົາຫຼີ ເຊັ່ນ: “ເຕັກໂນໂລຊີດິຈິຕອນ ແລະ ປັນຍາປະດິດ ສາມາດຊ່ວຍໃຫ້ຊີວິດມີຄວາມສະດວກສະບາຍຍິ່ງຂຶ້ນ, ເພີ່ມປະສິດທິພາບໃນການເຮັດວຽກ ແລະ ສ້າງໂອກາດໃໝ່ໆ”; “ການພັດທະນາວິທະຍາສາດ-ເຕັກໂນໂລຊີ ຕ້ອງຖືເອົາປະຊາຊົນເປັນໃຈກາງ ເພື່ອໃຫ້ຜົນສຳເລັດຈາກການຮ່ວມມືສາມາດສ້າງປະໂຫຍດໃຫ້ແກ່ປະຊາຊົນຢ່າງແທ້ຈິງ” ແລະ ອື່ນໆ.
ບັນດາຜູ້ແທນເຫັນພ້ອມວ່າ ຈະຮ່ວມກັນຍຶດໝັ້ນທັດສະນະທີ່ເປີດກວ້າງຍິ່ງຂຶ້ນ ແລະ ດຳເນີນການຮ່ວມມືຢ່າງມີປະສິດທິຜົນ ເພື່ອຖ່າຍທອດເລື່ອງລາວກ່ຽວກັບການຮ່ວມມືແບບຊະນະຮ່ວມກັນໃນພາກພື້ນ ແລະ ມິດຕະພາບລະຫວ່າງປະຊາຊົນ, ພ້ອມທັງຮ່ວມກັນຂຽນບົດໃໝ່ແຫ່ງການຮ່ວມມືດ້ານສື່ມວນຊົນລະຫວ່າງອາຊຽນ ຈີນ ຍີ່ປຸ່ນ ແລະ ສ.ເກົາຫຼີ.
ແຫຼ່ງຂ່າວ: Global Times
ຄໍາເຫັນ