![]() |
ໃນກອງປະຊຸມຄັ້ງນີ້, ບັນດາຜູ້ແທນໄດ້ລົງເລິກແລກປ່ຽນບົດຮຽນ ກ່ຽວກັບ ຫົວຂໍ້ຕ່າງໆ ເປັນຕົ້ນແມ່ນ ການຟື້ນຟູສັນຕິພາບ ແລະ ສະຖຽນລະພາບ ແບບຍືນຍົງ, ການເສີມຂະຫຍາຍປະຊາທິປະໄຕ ແລະ ການປົກຄອງ, ການພັດທະນາປັນຍາປະດິດ ເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັນ ແລະ ການປ່ຽນແປງດິນຟ້າອາກາດ; ຍົກໃຫ້ເຫັນເຖິງບັນຫາຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນ ທີ່ມີຕໍ່ການນໍາພາຂອງບັນດາພັກການເມືອງ ໃນຂະນະທີ່ໂລກກໍາລັງປະເຊີນໜ້າກັບບັນຫາທ້າທ້າຍທາງດ້ານພູມສາດການເມືອງ, ຄວາມບໍ່ແນ່ນອນທາງດ້ານເສດຖະກິດ, ຄວາມແຕກແຍກທາງການເມືອງ ທີ່ເພີ່ມຂຶ້ນ ແລະ ຄວາມຕ້ອງການພັດທະນາທາງດ້ານເຕັກໂນໂລຊີ ທີ່ວ່ອງໄວເພື່ອຊຸກຍູ້ການເສີມຂະຫຍາຍການຮ່ວມມື ໃນພາກພື້ນ ແລະ ໃນໂລກ ເພື່ອຮ່ວມກັນຮັບມືກັບສິ່ງທ້າທ້າຍທີ່ມາພ້ອມການຫັນປ່ຽນດັ່ງກ່າວ.
ໃນໂອກາດກອງປະຊຸມໃຫຍ່ດັ່ງກ່າວ, ພັກ ປປ ລາວ ໄດ້ຖືກຮັບຮອງເຂົ້າເປັນສະມາຊິກຄະນະປະຈໍາໄອແຄັບ ພາຍຫຼັງທີ່ພັກ ປປ ລາວ ໄດ້ສະແດງເຈດຈໍານົງໃນປີ 2025. ອົງການ ICAPP ເປັນອົງການພົວພັນຫຼາຍຝ່າຍດ້ານພັກສ້າງຕັ້ງໃນປີ 2000 ເພື່ອເຕົ້າໂຮມກໍາລັງແຮງຂອງບັນດາພັກການເມືອງໃນການຮັກສາການກໍາອໍານາດ, ຂະຫຍາຍບົດບາດ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງສະມາຊິກ ຊຶ່ງກວມເອົາບັນດາພັກການເມືອງທີ່ມີອຸດົມການຫຼາກຫຼາຍກວ່າ 350 ພັກການເມືອງ ແລະ ມີຄະນະປະຈໍາ ຈໍານວນ 25 ປະເທດ. ການເຂົ້າເປັນສະມາຊິກດັ່ງກ່າວເປັນການຍົກສູງບົດບາດຂອງພັກ ປປ ລາວ ໃນເວທີສາກົນ ກໍຄືການປະຕິບັດໜ້າທີ່ມີສ່ວນຮ່ວມໃນການກໍານົດນະໂຍບາຍ, ວິໄສທັດ ແລະ ແຜນການເຄື່ອນໄຫວຂອງອົງການ.
![]() |
ພ້ອມນັ້ນ, ຄະນະຜູ້ແທນ ພັກ ປປ ລາວ ໄດ້ປະກອບຄຳເຫັນໃນ 2 ກອງປະຊຸມໂດຍໄດ້ສະແດງຄວາມຂອບໃຈມາຍັງບັນດາພັກການເມືອງ ທີ່ໃຫ້ການສະໜັບສະໜູນພັກ ປປ ລາວ ໃນການເຂົ້າເປັນສະມາຊິກຄະນະປະຈໍາດັ່ງກ່າວ; ຢືນຢັນຄວາມໝາຍໝັ້ນໃນການສຸມທຸກຄວາມພະຍາຍາມເຂົ້າໃນການປະ ຕິບັດໜ້າທີ່ຄະນະປະຈໍາ; ຍົກໃຫ້ເຫັນວ່າສັນຕິພາບ ແລະ ສະຖຽນລະພາບ ບໍ່ແມ່ນພຽງພື້ນຖານອັນຈໍາເປັນໃຫ້ແກ່ການພັດທະນາຂອງທຸກປະເທດເທົ່ານັ້ນແຕ່ຍັງເປັນພື້ນຖານສຳຄັນຂອງຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ແລະ ຄວາມກ້າວໜ້າຂອງໂລກ.
ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ໄດ້ເປັນເອກະພາບຮັບຮອງເອົາຖະແຫຼງການເຊອູນ ຊຶ່ງມີເນື້ອໃນຍົກໃຫ້ເຫັນເຖິງຄວາມສໍາຄັນໃນການເພີ່ມທະວີຄວາມສາມັກຄີ, ການຮ່ວມມື ລະຫວ່າງ ບັນດາພັກການເມືອງໃນອາຊີ ແລະ ໃນໂລກ; ສຸມຄວາມພະຍາຍາມຮ່ວມກັນໃນການຮັບມືກັບບັນດາສິ່ງທ້າທ້າຍ ຕໍ່ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການພັດທະນາ.
(ຂ່າວ: ຄຕພ)


ຄໍາເຫັນ