![]() |
ພິທີເຊັນສັນຍາມອບການຊ່ວຍເຫຼືອດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ ທີ່ແຂວງຫຼວງນໍ້າ ທາ ລະຫວ່າງ ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ, ເມືອງວຽງພູຄາ ໂດຍມີ ທ່ານ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ເລຂາພັກແຂວງຫຼວງນໍ້າທາ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ.
ໃນພິທີດັ່ງກ່າວ. ທ່ານທູດໄດ້ກ່າວວ່າ: “ໃນປີ 2024, ລະບົບຊົນລະປະທານຂອງບ້ານໃໝ່ແມ່ນໄດ້ຮັບຄວາມເສຍຫາຍຢ່າງໜັກຈາກພາຍຸ, ຕັ້ງແຕ່ນັ້ນມາກໍບໍ່ສາມາດສົ່ງນໍ້າເຂົ້າທົ່ງນາໄດ້ຢ່າງພຽງພໍ. ໃນລະດູ ແລ້ງ, ພື້ນທີ 3/4 ຂອງທົ່ງນາແມ່ນບໍ່ສາມາດເຮັດຜົນລະປູກໄດ້, ໃຫ້ຜົນຜະລິດແຕ່ລະປີແມ່ນຫຼຸດລົງເປັນ ຈໍານວນຫຼາຍ. ດັ່ງນັ້ນ, ລັດຖະບານຍີ່ປຸ່ນຈຶ່ງໄດ້ສະໜັບສະໜຸນກໍ່ສ້າງລະບົບຊົນລະປະທານ ແລະ ຮ່ອງສົ່ງນໍ້າອັນໃໝ່ ເພື່ອຮັບປະກັນວ່າຈະສາມາດສົ່ງນໍ້າໃຫ້ແກ່ທົ່ງນາໄດ້ຢ່າງພຽງພໍ. ຂ້າພະເຈົ້າຫວັງເປັນຢ່າງຍິ່ງວ່າ, ການຊ່ວຍເຫຼືອໃນຄັ້ງນີ້ ຈະບໍ່ພຽງແຕ່ແມ່ນການຊ່ວຍເຫຼືອດ້ານການກໍ່ສ້າງເທົ່ານັ້ນ, ແຕ່ຍັງແມ່ນການສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນໃນພື້ນທີ່ດັ່ງກ່າວດ້ວຍ”.
ໂຄງການ GGP ແມ່ນໂຄງການຂະໜາດນ້ອຍທີ່ຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງປະ ຊາຊົນທ້ອງຖິ່ນໂດຍກົງ ເພື່ອສົ່ງເສີມການພັດທະນາເສດຖະກິດ ແລະ ສັງຄົມ ຂອງປະເທດທີ່ກໍາລັງພັດທະນາ ຊຶ່ງລວມປະເທດລາວເຊັ່ນດຽວກັນ.
ມາຮອດປັດຈຸບັນ, ລັດຖະບານຍີ່ປຸ່ນໄດ້ສະໜັບສະໜຸນແຂວງຫຼວງນໍ້າທາຫຼາຍກ່ວາ 1,190,000 ໂດລາ ໂດຍສະເພາະໃນຂົງເຂດວຽກງານການສຶກສາ ແລະ ຊົນລະປະທານ. ປະເທດຍີ່ປຸ່ນໃນຖານະເປັນສ່ວນໜຶ່ງຂອງຄວາມມຸ່ງໝັ້ນໃນການແກ້ໄຂຄວາມແຕກໂຕນດ້ານເສດຖະກິດ ແລະ ສັງຄົມໃນພາກພື້ນ ຈະສືບຕໍ່ໃຫ້ການສະໜັບສະໜູນການຍົກລະດັບຊີວິດການເປັນຢູ່ຂັ້ນຮາກຖານພາຍໃນທົ່ວປະເທດລາວເພື່ອໃຫ້ໝັ້ນໃຈວ່າ “ຈະບໍ່ມີໃຜຖືກຖິ້ມໄວ້ຂ້າງຫຼັງ”.
(ແຫຼ່ງຂ່າວ: ສະຖ່ນທູດຍີ່ປຸ່ນ)

ຄໍາເຫັນ