![]() |
ປຶ້ມທີ່ນໍາມາມອບໃນຄັ້ງນີ້, ປະກອບມີ ປຶ້ມແບບຮຽນພາສາຣັດເຊຍ, ປຶ້ມແບບຝຶກຫັດ ແລະ ປຶ້ມຝຶກຂຽນ ລວມມູນຄ່າຫຼາຍກວ່າ 22,000 ໂດລາ. ນອກນີ້, ຍັງໄດ້ມອບອຸປະກອນເຕັກນິກຕ່າງໆ ເຊັ່ນ: ເຄື່ອງສາຍຈໍພາບ (ໂປຣເຈັກເຕີ), ຈໍຮັບພາບ, ກະດານຂາວໄວບອດ ແລະ ອຸປະກອນອື່ນໆ ທີ່ຈຳເປັນສຳລັບການສົ່ງເສີມ ແລະ ອຳນວຍຄວາມສະດວກໃນການຮຽນ-ການສອນຢ່າງມີປະສິດທິຜົນ. ປັດຈຸບັນ, ມີໂຮງຮຽນປະຖົມສຶກສາ 5 ແຫ່ງ, ໂຮງຮຽນມັດທະຍົມສຶກສາ 6 ແຫ່ງ ໃນນະຄອນຫຼວງວຽງຈັນ ພ້ອມທັງໂຮງຮຽນມັດທະຍົມສຶກສາ 3 ແຫ່ງ ໃນແຂວງຫຼວງພະບາງ (ລວມທັງໂຮງຮຽນກິນນອນສຳລັບເດັກກຳພ້າ) ທີ່ຈັດການຮຽນ-ການສອນພາສາຣັດເຊຍ.
![]() |
ໂອກາດນີ້, ທ່ານ ເຊຣເກ ຊົດສະກີ ໄດ້ເນັ້ນໜັກເຖິງການພົວພັນຮ່ວມມືລະຫວ່າງສະຫະພັນຣັດເຊຍ ແລະ ສປປ ລາວ ໃນຂະແໜງການສຶກສາ ທີ່ນັບມື້ເຕີບໂຕຂຶ້ນນັ້ນມີຫຼາຍມິຕິ ແລະ ມີສ່ວນສຳຄັນໃນການຊຸກຍູ້ການພັດທະນາສາຍພົວພັນສອງຝ່າຍໃຫ້ແໜ້ນແຟ້ນຍິ່ງຂຶ້ນ ທັງໃນດ້ານສັງຄົມ-ການເມືອງ ແລະ ດ້ານເສດຖະກິດ.
ຂ່າວ: ສະບາໄພ


ຄໍາເຫັນ