ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ
ກະຊວງໂຍທາ​ທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບອົງການສະຫະປະຊາຊາດດ້ານເຄຫາສະຖານ (UN​Habitat) ຈັດກອງປະຊຸມເວທີຕົວເມືອງແຫ່ງຊາດລາວ ຄັ້ງທີ 5 (5th Lao National Urban Forum – LNUF 2026) ເພື່ອຊຸກຍູ້ການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງເຂົ້າສູ່ທ້ອງຖິ່ນ ມຸ່ງສ້າງຕົວເມືອງລາວໃຫ້ມີຄວາມສີຂຽວ, ທົນທານ ແລະ ທັນສະໄໝຂຶ້ນໃນວັນທີ 6 ພະຈິກຜ່ານມາ ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເປັນປະທານ, ມີຜູ້ຕາງໜ້າຈາກກະຊວງ, ອົງການຂັ້ນສູນກາງ, ທ້ອງຖິ່ນ, ທຸຕານຸທູດ, ອົງການສາກົນ, ຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ນັກຊ່ຽວຊານເຂົ້າຮ່ວມ.
ເວທຕວເມອງແຫງຊາດ ຄງທ 5 ຊກຍການພດທະນາຕວເມອງລາວ ສຄວາມສຂຽວ, ທນທານ ຍນຍງ - image 1
 

ກອງປະຊຸມປີນີ້ ຈັດຂຶ້ນເນື່ອງໃນໂອກາດວັນເຄຫາສະຖານໂລກ ປີ 2026 (World Habitat Day 2026) ພາຍໃຕ້ຫົວຂໍ້ “ການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງເຂົ້າສູ່ຂັ້ນທ້ອງຖິ່ນ: ເພື່ອສ້າງຕົວເມືອງສີຂຽວ, ທົນທານ ແລະ ນະວັດຕະກຳ”. ເວທີດັ່ງກ່າວມີ 3 ຈຸດປະສົງຫຼັກ ຄື: ແລກປ່ຽນບົດຮຽນ ແລະ ຕົວແບບທີ່ດີໃນການນຳເອົາເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໂດຍສະເພາະເປົ້າໝາຍທີ 11 ວ່າດ້ວຍຕົວເມືອງ ແລະ ຊຸມຊົນທີ່ຍືນຍົງ ໄປປະຕິບັດຢູ່ທ້ອງຖິ່ນ; ກຳນົດບັນຫາບຸລິມະສິດ ແລະ ຄວາມຕ້ອງການດ້ານວິຊາການ, ທຶນຮອນ ແລະ ການຍົກລະດັບຂີດຄວາມສາມາດ; ພ້ອມທັງສ້າງຄວາມເປັນເອກະພາບໃນການເຊື່ອມສານ SDGs ເຂົ້າກັບແຜນພັດທະນາຂອງຂະແໜງການ ແລະ ທ້ອງຖິ່ນ.

ທ່ານ ເຫຼັກໄຫຼ ສີວິໄລ ກ່າວວ່າ: ເວທີຕົວເມືອງແຫ່ງຊາດເປັນກົນໄກສຳຄັນໃນການກຳນົດທິດທາງ ແລະ ຊອກຫາແນວທາງແກ້ໄຂບັນຫາການພັດທະນາຕົວເມືອງ. ປັດຈຸບັນ ອັດຕາການຫັນເປັນຕົວເມືອງຂອງ ສປປ ລາວ ເພີ່ມຂຶ້ນຢູ່ລະດັບ 38-40% ເຮັດໃຫ້ຕົວເມືອງກາຍເປັນກຳລັງສຳຄັນໃນການຂັບເຄື່ອນເສດຖະກິດຂອງຊາດ. ແຕ່ຂະນະດຽວກັນ, ກໍຍັງມີສິ່ງທ້າທາຍຫຼາຍດ້ານ ເຊັ່ນ: ການຂະຫຍາຍຕົວຂອງເມືອງຢ່າງບໍ່ເປັນລະບົບ, ມົນລະພິດສິ່ງແວດລ້ອມ, ການຈັດການສິ່ງເສດເຫຼືອ ແລະ ຄວາມສ່ຽງຈາກໄພພິບັດ.

ທ່ານລັດຖະມົນຕີ ໄດ້ສະເໜີ 5 ບັນຫາບຸລິມະສິດໃຫ້ກອງປະຊຸມສຸມໃສ່ປຶກສາຫາລື ປະກອບມີ: ການຮັບປະກັນທີ່ຢູ່ອາໄສ ໂດຍຜັນຂະຫຍາຍກົດໝາຍວ່າດ້ວຍທີ່ຢູ່ອາໄສ ເລກທີ 71/ສພຊ, ລົງວັນທີ 11 ທັນວາ 2024 ເພື່ອໃຫ້ປະຊາຊົນເຂົ້າເຖິງທີ່ຢູ່ອາໄສທີ່ປອດໄພ, ຖືກສຸຂະອະນາໄມ, ມີລາຄາເໝາະສົມ ແລະ ເປັນມິດຕໍ່ສິ່ງແວດລ້ອມ.

ເວທຕວເມອງແຫງຊາດ ຄງທ 5 ຊກຍການພດທະນາຕວເມອງລາວ ສຄວາມສຂຽວ, ທນທານ ຍນຍງ - image 2
 

ການພັດທະນາໂຄງລ່າງພື້ນຖານທີ່ທົນທານ ໂດຍເນັ້ນລະບົບລະບາຍນ້ຳ, ການປ້ອງກັນຕາຝັ່ງເຈື່ອນ ແລະ ການອະນຸລັກເຂດຊຸ່ມຊື່ນໃນຕົວເມືອງ. ການຄຸ້ມຄອງສິ່ງເສດເຫຼືອແບບປະສົມປະສານ ແລະ ສົ່ງເສີມເສດຖະກິດໝູນວຽນ ເພື່ອຫຼຸດຜ່ອນມົນລະພິດ ແລະ ຍົກລະດັບການຈັດການຂີ້ເຫຍື້ອຕາມທິດສີຂຽວ.ການພັດທະນາຕົວເມືອງອັດສະລິຍະ (Smart City) ໂດຍນຳໃຊ້ຂໍ້ມູນຜັງເມືອງດີຈີຕອນ ແລະ ຕົວເມືອງຈຳລອງ 3 ມິຕິ ເພື່ອຍົກລະດັບການບໍລິຫານລັດໃຫ້ທັນສະໄໝ, ວ່ອງໄວ ແລະ ໂປ່ງໃສ. ການເສີມສ້າງຄວາມເປັນເຈົ້າການ ແລະ ການຮ່ວມມື ລະຫວ່າງພາກລັດ, ເອກະຊົນ, ຊຸມຊົນ ແລະ ຄູ່ຮ່ວມພັດທະນາສາກົນ.

ນອກຈາກນີ້, ທ່ານລັດຖະມົນຕີຍັງໄດ້ກ່າວເນັ້ນເຖິງ 3 ເສົາຄໍ້າຍຸດທະສາດຂອງການພັດທະນາຕົວເມືອງໃນປີນີ້ ຄື: ການສ້າງຕົວເມືອງສີຂຽວ ດ້ວຍການເພີ່ມພື້ນທີ່ສີຂຽວ ແລະ ສົ່ງເສີມເສດຖະກິດໝູນວຽນ; ການສ້າງຕົວເມືອງທົນທານ ໂດຍນຳໃຊ້ແນວທາງແກ້ໄຂທີ່ອີງໃສ່ທຳມະຊາດແລະ ການສ້າງຕົວເມືອງອັດສະລິຍະ ຜ່ານການປະຍຸກໃຊ້ເຕັກໂນໂລຊີ, ລະບົບຂໍ້ມູນພູມສາດ (GIS) ແລະ ລະບົບດີຈີຕອນ.ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ, ສ້າງສັນ ແລະ ເປັນຮູບປະທຳ ໂດຍມຸ່ງເນັ້ນວ່າ ແຕ່ລະພາກສ່ວນຈະສາມາດມີສ່ວນຮ່ວມພັດທະນາຕົວເມືອງໃຫ້ສະອາດ, ປອດໄພ, ທົນທານ ແລະ ໜ້າຢູ່ສຳລັບທຸກຄົນໄດ້ແນວໃດ.

ພາຍໃນກອງປະຊຸມ ມີການນຳສະເໜີຫົວຂໍ້ຫຼັກຈາກກົມເຄຫາ ແລະ ຜັງເມືອງ ແລະ UN-Habitat, ພ້ອມຈັດເວທີສົນທະນາ 3 ຫົວຂໍ້ ຄື: ຕົວເມືອງສີຂຽວ, ຕົວເມືອງທົນທານ ແລະ ຕົວເມືອງນະວັດຕະກຳ ໂດຍມີຜູ້ຕາງໜ້າຈາກທ້ອງຖິ່ນ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ຮ່ວມແລກປ່ຽນປະສົບການ. ພ້ອມນັ້ນ, ຍັງມີການວາງສະແດງຜົນງານ ແລະ ນະວັດຕະກຳດ້ານການພັດທະນາຕົວເມືອງ, ການສຳຫຼວດ ແລະ ອອກແບບ, ການກໍ່ສ້າງໂຄງລ່າງພື້ນຖານ ແລະ ການປັບປຸງສິ່ງແວດລ້ອມຕົວເມືອງ.

ເວທຕວເມອງແຫງຊາດ ຄງທ 5 ຊກຍການພດທະນາຕວເມອງລາວ ສຄວາມສຂຽວ, ທນທານ ຍນຍງ - image 3
 

ຜົນສຳເລັດສຳຄັນຂອງກອງປະຊຸມ ແມ່ນການເຫັນດີຕໍ່ຖະແຫຼງການຮຽກຮ້ອງ LNUF 2026 ວ່າດ້ວຍການເຊື່ອມສານ SDGs ເຂົ້າສູ່ທ້ອງຖິ່ນ, ພ້ອມທັງບັນດາຂໍ້ສະເໜີທີ່ໄດ້ຈາກການປຶກສາຫາລື.ໃນພິທີໄດ້ມີການລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງກົມເຄຫາ ແລະ ຜັງເມືອງ ກັບບໍລິສັດ ຢູນິກເທັກ ຈຳກັດ ເພື່ອເປີດກວ້າງການຮ່ວມມືກັບພາກເອກະຊົນໃນວຽກງານພັດທະນາຕົວເມືອງ.

ກອງປະຊຸມເວທີຕົວເມືອງແຫ່ງຊາດລາວ ຄັ້ງທີ 5 ຖືເປັນອີກບາດກ້າວສຳຄັນໃນການຜັນຂະຫຍາຍວາລະການພັດທະນາຕົວເມືອງໃໝ່ (New Urban Agenda) ແລະ ເປົ້າໝາຍການພັດທະນາແບບຍືນຍົງ ເປົ້າໝາຍທີ 11 (SDG 11) ໃຫ້ເກີດຜົນເປັນຮູບປະທຳຢູ່ທ້ອງຖິ່ນ ເພື່ອສ້າງຕົວເມືອງລາວໃຫ້ໜ້າຢູ່, ປອດໄພ, ທົນທານ ແລະ ຍືນຍົງ.

ແຫຼ່ງຂ່າວ: ກະຊວງ ຍທຂ

ຄໍາເຫັນ

ຂ່າວການຮ່ວມມື

ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ພິທີມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ມີການຮຽນ- ການສອນພາສາຣັດເຊຍ ຈັດຂຶ້ນວັນທີ 6 ພະຈິກຜ່ານມາ ທີ່ສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍ ຊຶ່ງມອບໂດຍທ່ານ ເຊຣເກ ຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນຣັດເຊຍ ປະຈຳ ສປປ ລາວ ແລະ ຮັບໂດຍທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ຜູ້ອຳນວຍການໂຮງຮຽນຈຳນວນໜຶ່ງເຂົ້າຮ່ວມ.
ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ເພີ່ມເຕີມ