![]() |
ໃນພິທີ, ທັງສອງຝ່າຍໄດ້ຕີລາຄາສູງເຖິງສາຍພົວພັນການຮ່ວມອັນດີງາມ ລະຫວ່າງສອງປະເທດ ລາວ-ຈີນ ທີ່ມີມາແຕ່ດົນນານ ພ້ອມທັງປຶກສາຫາແຜນການຮ່ວມມືຫຼາຍດ້ານ ເປັນຕົ້ນການຮ່ວມມືທາງດ້ານການສ້າງຫຼັກສູດພາສາຈີນ ເຂົ້າໃນຊັ້ນມັດທະຍົມຂອງ ສປປ ລາວ; ການຮ່ວມມືດ້ານຊັບພະຍາກອນມະນຸດ ລາວ-ຈີນ ຊຶ່ງຝ່າຍຈີນຈະຝຶກອົບຮົມບຸກຄະລາກອນຜູ້ຈັດການ ແລະ ວິຊາຊີບພາກວິຊາການ 3,000 ຄົນໃຫ້ແກ່ລາວ ຮອດປີ 2028, ບັນລຸເປົ້າໝາຍໃຫ້ນັກຮຽນລາວ 10,000 ຄົນເຂົ້າຮຽນຢູ່ຈີນທຸກໆປີ, ຂະຫຍາຍການຮ່ວມມືແລກປ່ຽນ ລະຫວ່າງສອງຝ່າຍ ໃນຂະແໜງການສຶກສາຊັ້ນສູງ, ການສຶກສາວິຊາຊີບ, ການສຶກສາພາສາ, ການສຶກສາດ້ານດີຈີຕອນ ແລະ ປັນຍາປະດິດ ແລະ ຂະແໜງອື່ນໆໃຫ້ສຳເລັດ. ຝ່າຍຈີນຈະສືບຕໍ່ສະໜອງທຶນການສຶກສາໃຫ້ນັກຮຽນລາວ ທີ່ດີເດັ່ນເພື່ອເຂົ້າຮຽນຢູ່ຈີນ, ຝຶກຝົນບຸກຄະລາກອນທີ່ມີຄຸນນະພາບສູງໃນຂະແໜງການຮ່ວມມືສຳຄັນຂອງສອງຝ່າຍ. ສອງຝ່າຍຮ່ວມມືຍົກລະດັບຄວາມສາມາດໃນການນຳໃຊ້ເຕັກໂນໂລຊີດີຈີຕອນຂອງພະນັກງານລັດຖະກອນ ແລະ ປະຊາຊົນທົ່ວໄປຂອງລາວ, ຫຼຸດຜ່ອນຄວາມແຕກຕ່າງດ້ານດີຈີຕອນ, ສ້າງເງື່ອນໄຂທີ່ດີໃຫ້ລາວກ້າວໄປສູ່ສັງຄົມດີຈີຕອນ. ຝ່າຍຈີນຍິນດີຕາມຄວາມຕ້ອງ ການຂອງຝ່າຍລາວ, ສືບຕໍ່ສະໜັບສະໜູນລາວຍົກລະດັບການສຶກສາ ດ້ວຍວິທີການປະສົມປະສານລະ ຫວ່າງການຊ່ວຍເຫຼືອດ້ານວັດຖຸ ແລະ ດ້ານຊັອບແວ, ສະໜັບສະໜູນລາວສ້າງປຶ້ມແບບຮຽນຊັ້ນປະຖົມ ແລະ ມັດທະຍົມ.
ໂອກາດນີ້, ທ່ານ ນາງ ເຫວີຍສືເຈີນ ໄດ້ລາຍງານເຖິງຄວາມຄືບໜ້າການສ້າງໂຄງຮ່າງຫຼັກສູດພາສາຈີນສໍາລັບຊັ້ນມັດທະຍົມ, ການຈັດຕັ້ງປະຕິບັດໂຄງການສ້າງໂຮງຮຽນ 67 ສະໄໝໃໝ່ຢູ່ ສປປ ລາວ, ການຜັນຂະຫຍາຍຖະແຫຼງການຮ່ວມກັນປີ 2026 ໃນມາດຕາທີ່ 24, ມະຫາວິທະຍາໄລຊົນເຜົ່າກວາງຊີ ຍິນດີທີ່ຈະຮ່ວມມືກັບທາງຝ່າຍລາວ ໂດຍສະເພາະມະຫາວິທະຍາໄລແຫ່ງຊາດ ກໍຄື ກະຊວງ ສສກ ໃນການຜັນຂະຫຍາຍໂຄງການດັ່ງກ່າວ ໂດຍສະເພາະ ເລື່ອງການສົ່ງບຸກຄະລາກອນ ນັກຮຽນ, ນັກສຶກສາໄປຮໍ່າຮຽນ ຫຼື ຍົກລະດັບ, ຝຶກອົບຮົມຢູ່ ສປ ຈີນ ໃນໂຄງການຈາກ 3,000 ຄົນ ຮອດປີ 2028 ໃຫ້ເປັນ 10,000 ຄົນທີ່ລະບຸໃນມະຕິທີ 24, ວຽກງານການປັບປຸງຫ້ອງຄົ້ນຄວ້າ-ທົດລອງຢູ່ ມຊ ເພື່ອຍົກລະດັບໃຫ້ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ຂອງການສຶກສາທີ່ຕ້ອງໄປຄຽງຄູ່ກັບການຄົ້ນຄວ້າ ແລະ ທົດລອງ. ຊຶ່ງຝ່າຍ ສປ ຈີນ ໄດ້ສະແດງຄວາມພ້ອມເຕັມທີ່ ທີ່ຈະສືບຕໍ່ສະໜັບສະໜູນ ແລະ ຊ່ວຍ ເຫຼືອການຮ່ວມມືທາງດ້ານຕ່າງໆ ຕາມການສະເໜີຂອງຝ່າຍລາວ ເພື່ອໃຫ້ສາມາດຈັດຕັ້ງໄດ້ເປັນຮູບປະທຳ.
ໂອກາດດັ່ງກ່າວ, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຕ້ອນຮັບ ພ້ອມທັງຕີລາຄາສູງຕໍ່ການຮ່ວມມືອັນແໜ້ນແຟ້ນລະຫວ່າງສອງຊາດ ລາວ-ຈີນ ໂດຍສະເພາະການຮ່ວມມືລະຫວ່າງ ມຊ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ທີ່ໄດ້ຮ່ວມມືກັນຢ່າງສະໜິດແໜ້ນ. ພ້ອມນັ້ນ, ທ່ານຍັງໄດ້ສະແດງຄວາມຄວາມເປັນຫ່ວງ ແລະ ປຶກສາຫາລືກ່ຽວກັບວິທີການຜັນຂະຫຍາຍມະຕິທີ 24 ໃຫ້ເປັນຮູບປະທໍາ ແລະ ມີປະສິດທິພາບ, ເນື່ອງຈາກຈຳນວນທຶນການສຶກສາມີຈຳນວນຫຼວງຫຼາຍເຖິງ 10,000 ທຶນ. ສະນັ້ນ, ຂໍໃຫ້ທັງສອງມະຫາວິທະຍາໄລໃຫ້ຊ່ວຍເປັນໜຶ່ງໃນໜ່ວຍງານ ໃນການຈັດຕັ້ງປະຕິບັດມະຕິດັ່ງກ່າວໃຫ້ເກີດຜົນເປັນຈິງ. ນອກຈາກນັ້ນ, ປັດຈຸບັນຄວາມຕ້ອງການຮຽນພາສາຈີນຢູ່ ສປປ ລາວ ມີຈຳນວນເພີ່ມຂຶ້ນຢ່າງຫຼວງ ຫຼາຍ, ສະເໜີໃຫ້ຝ່າຍຈີນພິຈາລະນາຊ່ວຍເຫຼືອດ້ານການພັດທະນາຄູສອນພາສາຈີນ, ການປັບປຸງຫຼັກສູດການຮຽນ-ການສອນ ເພື່ອຮັບໃຊ້ໃຫ້ການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມືຕ່າງໆ ແລະ ຜັນຂະ ຫຍາຍຖະແຫຼງການຮ່ວມ ແລະ ກົນໄກຕິດຕາມ ເວົ້າລວມ ເວົ້າສະເພາະ ເພື່ອຜັນຂະຫຍາຍມະຕິທີ 24 ຂອງຖະແຫຼງການຮ່ວມກັນ ທີ່ປະມຸກລັດ/ຜູ້ນຳສູງສຸດຂອງສອງປະເທດ ລາວ-ຈີນ ໃຫ້ປະກົດຜົນເປັນຮູບປະທຳຢ່າງແທ້ຈິງ.
(ແຫຼ່ງຂ່າວ: ສສກ)

ຄໍາເຫັນ