![]() |
ທ່ານ ໂຄອິຊຶມິ ຊຶໂຕະມຸ ກ່າວວ່າ: ການມອບອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງໃນຄັ້ງນີ້ ເປັນໂຄງການສືບຕໍ່ໂຄງການຈາກປີຜ່ານມາ ຊຶ່ງມີເປົ້າໝາຍສະໜັບສະໜູນການແກ້ໄຂບັນຫາຂອງຝ່າຍລາວ ເພື່ອບູລະນະຮັກສາເສັ້ນທາງໃຫ້ນໍາໃຊ້ໄດ້ຢ່າງຍາວນານ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງປະເທດລາວ.
![]() |
ທ່ານ ເຫຼັກໄຫຼ ສີວິໄລ ກ່າວວ່າ: ການມອບ-ຮັບອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງ ມູນຄ່າການຊ່ວຍເຫຼືອທັງໝົດ 1,700 ລ້ານເຢນ (ການມອບໃນຄັ້ງນີ້ແມ່ນ 955,838,000 ເຢນ ແລະ ສ່ວນທີ່ເຫຼືອຈະມອບ-ຮັບໃນຄັ້ງຕໍ່ໄປ) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ. ຊຶ່ງຄັ້ງຜ່ານມາ ກໍໄດ້ໃຫ້ການຊ່ວຍເຫຼືອກ່ອນໜ້ານີ້ຕົກເປັນມູນຄ່າ 1,500 ລ້ານເຢນ ພາຍໃຕ້ໂຄງການພັດທະນາເສດຖະກິດ-ສັງຄົມ ເພື່ອນໍາໃຊ້ເຂົ້າໃນວຽກງານສ້ອມແປງ ແລະ ປັບປຸງເສັ້ນທາງທີ່ຖືກຜົນກະທົບຈາກໄພພິບັດທາງທຳມະຊາດ ໃນຂອບເຂດທົ່ວປະເທດຂອງ ລາວ. ໃນໄລຍະຜ່ານມາ, ສະພາບເສັ້ນທາງຂອງ ສປປລາວ ໃນທົ່ວປະເທດໄດ້ຮັບຜົນກະທົບຈາກໄພທຳມະຊາດຢ່າງໜັກໜ່ວງ ເຮັດໃຫ້ຫຍຸ້ງຍາກໃນການເດີນທາງໄປມາຫາສູ່ ແລະ ຂົນສົ່ງສິນຄ້າ ສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ການດຳລົງຊີວິດຂອງປະຊາຊົນ, ການເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ກໍຄືການພັດທະນາເສດຖະກິດ-ສັງຄົມ. ສະນັ້ນ, ເພື່ອປັບປຸງ, ຟື້ນຟູ ແລະ ຍົກລະດັບຄຸນນະພາບເສັ້ນທາງພາຍໃນ ສປປລາວ ທີ່ເປ່ເພເນື່ອງຈາກໄພພິ ບັດທຳມະຊາດ ໂດຍນຳໃຊ້ເຕັກນິກ, ເຕັກໂນໂລຊີທີ່ທັນສະໄໝ, ວ່ອງໄວ ແລະ ເປັນມິດຕໍ່ສິ່ງແວດລ້ອມ. ກະຊວງ ຍທຂ ຈຶ່ງໄດ້ສະເໜີຂໍການຊ່ວຍເຫຼືອອຸປະກອນ ແລະ ລົດກົນຈັກສ້ອມແປງເສັ້ນທາງຈາກລັດຖະບານຍີ່ປຸ່ນໃນຄັ້ງນີ້ເປັນຄັ້ງທີ 4.
![]() |
ການຊ່ວຍເຫຼືອໃນຄັ້ງນີ້, ເພື່ອຍົກລະດັບຄຸນນະພາບ ແລະ ປະສິດທິພາບວຽກງານບູລະນະສ້ອມແປງເສັ້ນ ທາງໃຫ້ວ່ອງໄວ, ມີປະສິດທິພາບ. ໂຄງການດັ່ງກ່າວປະກອບສ່ວນສໍາຄັນເຂົ້າໃນການຍົກລະດັບເສັ້ນທາງຫຼວງແຫ່ງຊາດໃຫ້ໂລ່ງລ່ຽນ ສາມາດຮອງຮັບການໄປມາຫາສູ່, ການບໍລິການຂົນສົ່ງສິນຄ້າ ແລະ ການບໍລິການທ່ອງທ່ຽວກັບປະເທດເພື່ອນບ້ານໃກ້ຄຽງ ກໍຄືໃນພາກພື້ນ ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາດ້ານເສດຖະ ກິດ-ສັງຄົມຂອງ ສປປລາວ ໂດຍສະເພາະປະຊາຊົນຢູ່ເຂດດັ່ງກ່າວ ແລະ ໃນ ສປປລາວ ໃຫ້ມີຊີວິດການເປັນຢູ່ດີຂຶ້ນ. ຂໍສະແດງຄວາມຮູ້ບຸນຄຸນເປັນຢ່າງຍິ່ງ ແລະ ຂອບໃຈມາຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເວົ້າລວມ, ເວົ້າສະເພາະ ແມ່ນທ່ານເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວ ພ້ອມດ້ວຍທີມງານສະຖານທູດທີ່ຍາມໃດກໍຢືນຄຽງຂ້າງໃຫ້ການຊ່ວຍເຫຼືອ ສປປລາວ ເວົ້າລວມ, ເວົ້າສະເພາະ ແມ່ນກະຊວງ ຍທຂ ໂດຍສະເພາະແມ່ນການຊ່ວຍເຫຼືອອັນລໍ້າຄ່າໃນຄັ້ງນີ້.
ຂ້າພະເຈົ້າຕາງໜ້າໃຫ້ລັດຖະບານ ສປປລາວ ຂໍຮັບເອົາອຸປະກອນ ແລະ ລົດກົນຈັກສ້ອມແປງຂົວ-ທາງໃນຄັ້ງນີ້ ແລະ ຂໍໃຫ້ຄໍາໝັ້ນສັນຍາຕໍ່ລັດຖະບານຍີ່ປຸ່ນ ກໍຄືປະຊາຊົນຍີ່ປຸ່ນວ່າ ຈະນໍາໃຊ້ອຸປະກອນ ແລະ ລົດກົນຈັກເຫຼົ່ານີ້ໃຫ້ເກີດຜົນປະໂຫຍດສູງສຸດ ໃນວຽກງານພັດທະນາວຽກງານພື້ນຖານໂຄງລ່າງຂອງ ສປປລາວ ແລະ ເພື່ອໃຫ້ມີຄວາມຍືນຍົງ ທັງເປັນການຊຸກຍູ້ສົ່ງເສີມພັດທະນາລັດວິສາຫະກິດຂອງ ສປປລາວ ໃຫ້ມີທ່າແຮງເຕີບໃຫຍ່ເຂັ້ມແຂງຂຶ້ນຕື່ມ. ຕາງໜ້າກະຊວງ ຍທຂ ຂໍມອບການຊ່ວຍເຫຼືອໃນຄັ້ງນີ້ ໃຫ້ລັດວິສາຫະກິດກໍ່ສ້າງທາງເລກ 8, ລັດວິສາຫະກິດກໍ່ສ້າງຄົມມະນາຄົມ ແລະ ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນະຄອນຫຼວງວຽງຈັນ ເພື່ອໃຫ້ລັດວິສາຫະກິດດັ່ງກ່າວ ນຳໃຊ້ເຂົ້າໃນການຍົກລະດັບບູລະນະ, ກໍ່ສ້າງຂົວ-ທາງ ແລະ ພັດທະນາຄວາມອາດສາມາດຂອງບຸກຄະລາກອນ ນັກຂັບຂີ່, ຜູ້ຄວບຄຸມເຄື່ອງກົນຈັກ ໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ ແນໃສ່ໃຫ້ເປັນລັດວິສາຫະກິດຕົວແບບຢ່າງແທ້ຈິງຂອງລັດຖະບານ ກໍຄືໃນ ສປປລາວ ໂດຍສະເພາະ ວຽກງານສໍາຫຼວດ, ປັບ ປຸງ, ບູລະນະ ແລະ ກໍ່ສ້າງເສັ້ນທາງໃນ ສປປລາວ ໃຫ້ມີຄຸນນະພາບດີຂຶ້ນເທື່ອລະກ້າວ. ໃນພິທີທ່ານ ພູເພື່ອນ ແສງພະຈັນ ຜູ້ອຳນວຍການລັດວິສາຫະກິດກໍ່ສ້າງທາງເລກ 8 ໄດ້ຕາງໜ້າໃຫ້ບັນດາລັດວິສາຫະກິດ ກ່າວສະແດງຄວາມຂອບໃຈ. ຂ່າວ: ພູວັນ



ຄໍາເຫັນ