![]() |
ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານນາງຫວງ ຈີງໝິນທີ່ໄດ້ຮັບການແຕ່ງຕັ້ງ ເປັນຜູ້ອຳນວຍການຫ້ອງການທະນາຄານADBປະຈຳ ສປປ ລາວ ຄົນໃໝ່ພ້ອມທັງໄດ້ເນັ້ນໜັກວ່າ ທະນາຄານADBເປັນຄູ່ຮ່ວມມືທີ່ສຳຄັນ ແລະ ຍາວນານຂອງ ສປປ ລາວ. ໃນປີ 2025, ສອງຝ່າຍໄດ້ສະເຫຼີມສະຫຼອງການຮ່ວມມືຄົບຮອບ 60ປີ ແລະ ຕະຫຼອດໄລຍະຜ່ານມາ, ADBໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ຜ່ານໂຄງການເງິນກູ້, ເງິນຊ່ວຍເຫຼືອລ້າ ແລະ ທາງດ້ານເຕັກນິກວິຊາການ ຫຼາຍກວ່າ 402ໂຄງການ ລວມມູນຄ່າກວ່າ 2,9 ຕື້ໂດລາຊຶ່ງເປັນກົນໄກສຳຄັນໃນການຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5ປີ ຄັ້ງທີ 10ຂອງ ສປປ ລາວ.
ພ້ອມດຽວກັນນີ້, ທ່ານຮອງລັດຖະມົນຕີ ໄມທອງ ຍັງໄດ້ຊຸກຍູ້ໃຫ້ທ່ານນາງ ຫວງ ຈີງໝິນສືບຕໍ່ປະສານສົມທົບຢ່າງໃກ້ຊິດກັບບັນດາຂະແໜງການທີ່ກ່ຽວຂ້ອງຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນຍຸດທະສາດການເປັນຄູ່ຮ່ວມມືລະດັບປະເທດ (CPS) 2024–2028ໂດຍສະເພາະການຫັນປ່ຽນໂຄງສ້າງເສດຖະກິດໄປສູ່ຄຸນນະພາບໃໝ່ ແລະ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງມີຄຸນນະພາບຊຶ່ງຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ກໍຄືການຮັດແໜ້ນການຮ່ວມມືອັນດີ ລະຫວ່າງ ສປປ ລາວ ກັບທະນາຄານADBໃຫ້ມີຄວາມແໜ້ນແຟ້ນ, ມີປະສິດທິພາບ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.
ໃນຂະນະດຽວກັນ, ທ່ານນາງຫວງ ຈີງໝິນກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອຸ່ນຂອງຄະນະນໍາກະຊວງການຕ່າງປະເທດ ກໍຄື ລັດຖະບານ ແຫ່ງ ສປປ ລາວແລະ ໄດ້ຢືນຢັນຄືນຄຳໝັ້ນສັນຍາ ຈະປະຕິບັດໜ້າທີ່ຂອງຕົນ ຢ່າງສຸດຄວາມສາມາດ ເພື່ອສົ່ງເສີມການຮ່ວມມືກັບ ສປປ ລາວ ໃນຕໍ່ໜ້າ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ.ການພົບປະດັ່ງກ່າວ, ໄດ້ດຳເນີນໄປດ້ວຍບັນຍາກາດອັນອົບອຸ່ນດ້ວຍໄມຕິຈິດມິດຕະພາບ ແລະ ມີຄວາມເຂົ້າໃຈອັນດີຕໍ່ກັນ. (ຂ່າວ: ກຕທ)

ຄໍາເຫັນ