![]() |
ທ່ານກົງຈັກສີສະຫວາດໄດ້ເຜີຍແຜ່ 3 ເອກະສານສຳຄັນທີ່ກ່ຽວຂ້ອງກັບວຽກງານສື່ມວນຊົນຄື: ເອກະສານການເພີ່ມທະວີບົດບາດການນຳຂອງພັກຕໍ່ສື່ມວນຊົນໃນໄລຍະໃໝ່, ຈັນຍາບັນສື່ມວນຊົນໃນໄລຍະໃໝ່ແລະບາງມາດຕາຂອງກົດໝາຍສື່ມວນຊົນ (ສະບັບປັບປຸງ), ບາງຕອນສໍາຄັນທ່ານໄດ້ເນັ້ນວ່າ: ສື່ມວນຊົນເປັນເຄື່ອງມືສຳຄັນຂອງພັກແລະລັດ, ເປັນຂົວຕໍ່ລະຫວ່າງພັກ-ລັດກັບປະຊາຊົນບັນດາເຜົ່າ. ມີບົດບາດໃນການເຜີຍແຜ່ແນວທາງ, ນະໂຍບາຍ, ກົດໝາຍ, ສ້າງຄວາມເຂົ້າໃຈໃຫ້ສັງຄົມພ້ອມທັງຕິດຕາມແລະສະທ້ອນຜົນການປະຕິບັດວຽກງານຂອງຂະແໜງການຕ່າງໆ.
![]() |
ພ້ອມເນັ້ນເຖິງຄວາມສຳຄັນຂອງຈັນຍາບັນວິຊາຊີບສື່ມວນຊົນຊຶ່ງເປັນຫຼັກການແລະມາດຕະຖານທີ່ນັກຂ່າວ, ບັນນາທິການ, ຜູ້ຜະລິດລາຍການແລະຜູ້ສື່ສານຜ່ານສື່ອອນລາຍຕ້ອງຍຶດຖືຢ່າງເຄັ່ງຄັດ, ໂດຍສະເພາະການກວດສອບແຫຼ່ງຂໍ້ມູນ, ນຳສະເໜີຂ່າວສານຢ່າງຖືກຕ້ອງ, ເປັນທຳແລະຮັບຜິດຊອບຕໍ່ສັງຄົມ. ທ່າມກາງການແຜ່ກະຈາຍຂໍ້ມູນຂ່າວສານຢ່າງວ່ອງໄວໃນປັດຈຸບັນການຮັກສາຈັນຍາບັນຈຶ່ງເປັນສິ່ງຈຳເປັນເພື່ອຫຼີກລ່ຽງຜົນເສຍຫາຍທີ່ອາດເກີດຂຶ້ນຕໍ່ບຸກຄົນ, ອົງການແລະສັງຄົມ. ນອກຈາກນັ້ນ, ການກຳແໜ້ນແລະປະຕິບັດກົດໝາຍ, ນິຕິກຳໃນຂົງເຂດສື່ມວນຊົນຍັງເປັນພື້ນຖານສຳຄັນໃນການຄຸ້ມຄອງແລະດຳເນີນວຽກງານສື່ມວນຊົນໃຫ້ຖືກຕ້ອງຕາມລະບຽບການ.
![]() |
ດັ່ງນັ້ນ, ນັກຂ່າວແລະພະນັກງານສື່ມວນຊົນຈຶ່ງຕ້ອງຍົກສູງຄວາມຮັບຜິດຊອບ, ພັດທະນາຄວາມຮູ້-ຄວາມສາມາດແລະປະຕິບັດວຽກງານຕາມຫຼັກວິຊາຊີບເພື່ອປະກອບສ່ວນໃຫ້ວຽກງານສື່ມວນຊົນມີຄຸນນະພາບແລະປະສິດທິຜົນຍິ່ງຂຶ້ນ.
ຂ່າວ: ວົງສະໄໜ



ຄໍາເຫັນ