ວິທະຍຸ, ໂທລະພາບສູນກາງຈີນ ລາຍງານວ່າ: ໃນວັນທີ 9 ພະຈິກຜ່ານມາ, ກະຊວງການເງິນ ສະຫະລັດ ອາເມຣິກາ ໄດ້ເປີດເຜີຍວ່າ: ໃນປີງົບປະມານ 2026 ທີ່ສິ້ນສຸດລົງໃນວັນທີ 30 ກັນຍາ ຜ່ານມາ, ລວມຍອດມູນຄ່າການຂາດດຸນງົບປະມານຂອງລັດຖະບານ ສະຫະລັດ ອາເມຣິກາຢູ່ທີີ່ 2,000 ຕື້ໂດລາ, ເພີ່ມຂຶ້ນ 217 ຕື້ໂດລາ ເມື່ອທຽບໃສ່ປີກາຍ ຫຼື 12% ເມື່ອທຽບໃສ່ປີງົບປະມານ 2025.
ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດມາເລເຊຍໄດ້ເປີດເຜີຍໃນວັນທີ 10 ຕຸລາ ຜ່ານມາວ່າ, ຍອດຂາຍໃນຂະແໜງການຜະລິດຂອງມາເລເຊຍໃນໄຕມາດທີສາມຂອງປີ 2026 ໄດ້ເພີ່ມຂຶ້ນ 10.7% ເມື່ອທຽບກັບປີກ່ອນ ເປັນ 553.5 ຕື້ຣິງກິດ (ປະມານ 136.62 ຕື້ໂດລາ) ຊຶ່ງເລັ່ງຂຶ້ນຈາກການຂະຫຍາຍຕົວ 9.3% ໃນໄຕມາດທີ 2 ຂອງປີ 2026.
ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດເຢຍລະມັນລາຍງານໃນວັນທີ 9 ພະຈິກ ຜ່ານມາວ່າ,ການສົ່ງອອກຂອງເຢຍລະມັນເພີ່ມຂຶ້ນ 2% ໃນເດືອນກັນຍາ ເມື່ອທຽບກັບເດືອນກ່ອນໜ້ານີ້, ສ່ວນໃຫຍ່ແມ່ນຍ້ອນຄວາມຕ້ອງການຈາກບັນດາປະເທດສະມາຊິກສະຫະພາບເອີຣົບ (EU).
ວິທະຍຸ, ໂທລະພາບສູນກາງຈີນ ລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ອີງຕາມໂຕເລກສະຖິຕິຂອງອົງການພາສີແຫ່ງຊາດຈີນ. ໃນ 10 ເດືອນຂອງປີນີ້, ຍອດມູນຄ່າການຳເຂົ້າ ແລະ ສົ່ງອອກສິນຄ້າຂອງຈີນບັນລຸເຖິງ 44,810 ຕື້ຢວນ, ເພີ່ມຂຶ້ນ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໄດ້ຮັກສາທ່າອຽງການເຕີບໂຕຢ່າງແຂງແຮງ. ໃນນັ້ນ, ມູນຄ່າການສົ່ງອອກບັນລຸ 25,990 ຕື້ຢວນ, ເພີ່ມຂຶ້ນ 17.6% ແລະ ມູນຄ່າການນຳເຂົ້າບັນລຸ 18,820 ຕື້ຢວນ, ເພີ່ມຂຶ້ນ 23.6%.
ຕາມຄຳເຊີນຂອງລັດຖະບານຍີ່ປຸ່ນ, ທ່ານ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງ ສສຫວຽດນາມ ໄດ້ຢ້ຽມຢາມທາງການປະເທດຍີ່ປຸ່ນ ແຕ່ວັນທີ 8–11 ພະຈິກ 2026. ການຢ້ຽມຢາມຄັ້ງນີ້ດຳເນີນໄປໃນສະພາບທີ່ສະຖານະການພາກພື້ນ ແລະ ສາກົນຍັງສືບຕໍ່ມີຄວາມຜັນແປຫຼາຍດ້ານ, ການແຂ່ງຂັນທາງຍຸດທະສາດລະຫວ່າງບັນດາປະເທດມະຫາອຳນາດມີທ່າອ່ຽງເພີ່ມຂຶ້ນ, ເສດຖະກິດໂລກປະເຊີນກັບສິ່ງທ້າທາຍຫຼາຍປະການ, ຂະນະທີ່ບັນດາປະເທດພວມເລັ່ງປັບປ່ຽນຍຸດທະສາດການພັດທະນາ, ຮັບປະກັນຄວາມໝັ້ນຄົງທາງເສດຖະກິດ ແລະ ຫັນໄປສູ່ການກະຈາຍແຫຼ່ງສະໜອງສິນຄ້າໃຫ້ມີຄວາມຫຼາກຫຼາຍ. ພາຍໃຕ້ສະພາບການດັ່ງກ່າວ, ການຢ້ຽມຢາມຄັ້ງນີ້ຖືເປັນເຫດການດ້ານການຕ່າງປະເທດທີ່ສຳຄັນ, ປະກອບສ່ວນເສີມສ້າງສາຍພົວພັນຫວຽດນາມ – ຍີ່ປຸ່ນ, ຂະຫຍາຍຂອບການຮ່ວມມື ແລະ ສ້າງແຮງຜັກດັນໃໝ່ໃຫ້ແກ່ການພັດທະນາເສດຖະກິດ – ສັງຄົມຂອງສອງປະເທດ.
ຂ່າວຕ່າງປະເທດລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ກະຊວງພາຍໃນ ແລະ ການສື່ສານຂອງຍີ່ປຸ່ນໄດ້ເປີດເຜີຍວ່າ: ການໃຊ້ຈ່າຍຂອງຄົວເຮືອນຕົວຈິງຂອງຍີ່ປຸ່ນ ໃນເດືອນກັນຍາຜ່ານມາ ຫຼຸດລົງ 6.8% ເມື່ອທຽບກັບປີກ່ອນ ຊຶ່ງຫຼຸດລົງຕິດຕໍ່ກັນເປັນເດືອນທີ 10 , ຍ້ອນວ່າສະພາບອາກາດທີ່ບໍ່ເອື້ອອຳນວຍສົ່ງຜົນກະທົບຕໍ່ການບໍລິໂພກໃນຫຼາຍຂະແໜງການ.
ວິທະຍຸ, ໂທລະພາບສູນກາງຈີນ ລາຍງານວ່າ: ໃນວັນທີ 8 ພະຈິກ ຜ່ານມາ (ຕາມເວລາໃນທ້ອງຖິ່ນ), ເກີດອຸບັດເຫດລົດໄຟຕົກລາງຢູ່ເຂດເອັນອາຢັດ ແຂວງກີຊາ ປະເທດເອຢິບ ເຮັດໃຫ້ມີຜູ້ເສຍຊີວິດ 7 ຄົນ ແລະ ບາດເຈັບ 112 ຄົນ. ກະຊວງສາທາລະນະສຸກເອຢິບລາຍງານວ່າ: ມີຜູ້ບາດເຈັບ 45 ຄົນ ໄດ້ອອກໂຮງໝໍແລ້ວຫຼັງຈາກການປິ່ນປົວ.
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 8 ພະຈິກ ຜ່ານມາວ່າ: ສິງກະໂປ ແລະ ມາເລເຊຍ ປະກາດແຜນການທີ່ຈະເພີ່ມໂຄຕ້າລົດແທັກຊີ່ຂ້າມຊາຍແດນທີ່ໄດ້ຮັບອະນຸຍາດ ຈາກ 300 ຄັນ ເປັນ 500 ຄັນຕໍ່ປະເທດ ຊຶ່ງຈະເລີ່ມແຕ່ວັນທີ 16 ພະຈິກ ເປັນຕົ້ນໄປ, ເພື່ອເສີມຂະຫຍາຍການເຊື່ອມຕໍ່ລະຫວ່າງສອງປະເທດ. ໂດຍຖະແຫຼງການຮ່ວມຈາກກະຊວງຂົນສົ່ງຂອງທັງສອງປະເທດໄດ້ລະບຸວ່າໂຄຕ້າທີ່ເພີ່ມຂຶ້ນພາຍໃຕ້ໂຄງການລົດແທັກຊີ່ຂ້າມຊາຍແດນຈະຊ່ວຍໃຫ້ລົດແທັກຊີ່ໄດ້ເຂົ້າຮ່ວມຫຼາຍຂຶ້ນ ແລະ ປັບປຸງຄວາມສາມາດໃນການຂົນສົ່ງຜູ້ໂດຍສານ.
ວິທະຍຸ, ໂທລະພາບສູນກາງຈີນ ລາຍງານວ່າ: ໃນເວລາ 4 ໂມງ 24 ນາທີຂອງວັນທີ 9 ພະຈິກ ຜ່ານມາ, ຢູ່ສະໜາມຍິງສົ່ງການບິນອະວະກາດທາງການຄ້າໄຫຫຼຳ, ຈີນໄດ້ຍິງສົ່ງດາວທຽມວົງໂຄຈອນຕ່ຳສຳລັບອິນເຕີເນັດກຸ່ມທີ 29 ດ້ວຍຈະຫຼວດສົ່ງຍານ CZ-12. ດາວທຽມໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສະດວກ ເຮັດໃຫ້ພາລະກິດການຍິງສົ່ງຄັ້ງນີ້ປະສົບຜົນສຳເລັດຢ່າງຈົບງາມ. ດາວທຽມດັ່ງກ່າວໄດ້ຮັບຄວາມຮັບຜິດຊອບລວມໃນການຄົ້ນຄວ້າ ແລະ ຜະລິດໂດຍສະຖາບັນເລກທີ 5 ຂອງກຸ່ມບໍລິສັດວິທະຍາສາດເຕັກໂນໂລຊີການບິນອະວະກາດຈີນ.
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ສະພາແຫ່ງຊາດຫວຽດນາມໄດ້ຮັບຮອງເອົາມະຕິກ່ຽວກັບການຂຶ້ນແຜນງົບປະມານຂອງລັດ ປີ 2027 ໃນວັນທີ 9 ພະຈິກ ຜ່ານມາ. ດ້ວຍສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມ 471/471 ທ່ານ ໄດ້ລົງຄະແນນສຽງເຫັນດີ, ກວມເອົາ 94.2% ຂອງຈຳນວນສະມາຊິກສະພາແຫ່ງຊາດທັງໝົດ.
ຄໍາເຫັນ