ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ
ວັນທີ 10 ພະຈິກ ນີ້ ຕໍ່ເນື່ອງຈາກວາລະກອງປະຊຸມໃນວັນທຳອິດຜ່ານມາ, ພາຍໃຕ້ການເປັນປະທານ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ທີ່ຈັດຂຶ້ນ ທີ່ແຂວງຫຼວງນ້ຳທາ ໄດ້ສືບຕໍ່ເຂົ້າສູ່ ວາລະການແລກປ່ຽນ, ປຶກສາຫາລື ແລະ ຕອບຄຳຖາມເຈາະຈີ້ມ ແລະ ເລິກເຊິ່ງ.
ຜບລຫານ-ຄມຄອງໂຮງຮຽນການເມອງ ທວປະເທດ ແລກປຽນຄຳເຫນຢາງກງໄປກງມາ ຕາມ “ຄຳຖາມເຈາະຈມ” ແລະ ການຊແຈງແກໄຂຈາກສມປຊ - image 1
 

 

ໃນວາລະດັ່ງກ່າວ, ບັນດາຜູ້ແທນ ເຊິ່ງເປັນຕາງໜ້າຈາກ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ທົ່ວປະເທດ ໄດ້ຂຶ້ນປະກອບຄຳເຫັນ, ຍົກຂໍ້ສະເໜີ ແລະ ຕັ້ງບັນຫາແລກປ່ຽນຢ່າງກົງໄປກົງມາ ໂດຍອີງຕາມ “ຄຳຖາມເຈາະຈີ້ມ” ທີ່ຄະນະຮັບຜິດຊອບກອງປະຊຸມໄດ້ກຳນົດໄວ້ຢ່າງເປັນລະບົບ. ບັນດາປະເດັນທີ່ຖືກນໍາມາປຶກສາຫາລືໃນທີ່ປະຊຸມ ມີຄວາມພົ້ນເດັ່ນ ແລະ ເປັນຮູບປະທຳຢ່າງຍິ່ງ ເປັນຕົ້ນແມ່ນ:

  1. ການປຶກສາຫາລືກ່ຽວກັບຫຼັກສູດຝຶກອົບຮົມ: ບັນດາຜູ້ແທນໄດ້ສຸມໃສ່ປະກອບຄຳເຫັນ ຕໍ່ກັບແຜນການປັບປຸງຫຼັກສູດຝຶກອົບຮົມ “ຄູການເມືອງ” ຈາກ 3 ເດືອນ ມາເປັນ 1 ເດືອນ ພ້ອມທັງເຈາະຈີ້ມເຖິງການປັບປຸງເນື້ອໃນກຸ່ມວິຊາຕ່າງໆ ໃຫ້ສອດຄ່ອງກັບການສິດສອນໃນຍຸກປັດຈຸບັນ.

2. ການບໍລິຫານ-ຄຸ້ມຄອງການຮຽນ-ການສອນ: ມີການແລກປ່ຽນບົດຮຽນກ່ຽວກັບຄວາມສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດຫຼັກສູດທິດສະດີການເມືອງຂັ້ນຕົ້ນ ແລະ ຂັ້ນກາງ, ການແນະນຳການຂຽນບົດປະເມີນ ແລະ ບົດປ້ອງກັນຈົບຂັ້ນ, ຕະຫຼອດຮອດການກັ່ນຕອງມາດຖານເປົ້າໝາຍ “ສົ້ນເຂົ້າ” ຂອງນັກສຶກສາໃຫ້ຮັດກຸມກວ່າເກົ່າ.

3. ການປະຕິບັດມາດຖານ ແລະ ຕົວຊີ້ວັດ: ໄດ້ພ້ອມກັນທົບທວນ ແລະ ສະເໜີມູມມອງຕໍ່ກັບຕົວຊີ້ວັດໃນຂໍ້ແຂ່ງຂັນ “ໂຮງຮຽນສອນດີ-ສອນເກັ່ງ” ແລະ ມາດຖານໂຮງຮຽນພັດທະນາທີ່ມີຄຸນນະພາບ ເພື່ອໃຫ້ແທດເໝາະກັບຄວາມສາມາດຕົວຈິງຂອງແຕ່ລະທ້ອງຖິ່ນ.

ພາຍຫຼັງທີ່ບັນດາໂຮງຮຽນທ້ອງຖິ່ນໄດ້ ຍົກຄຳຖາມ ແລະ ຂໍ້ສະເໜີຂຶ້ນມາສະແດງທັດສະນະແລ້ວ, ຕາງ ໜ້າຈາກຫ້ອງການ, ບັນດາກົມ, ຄະນະຕ່າງໆ ແລະ ສູນຕ່າງໆ ພາຍໃນ ສມປຊ ກໍໄດ້ຂຶ້ນຕອບຄຳຖາມ, ຊີ້ແຈງ ແລະ ມີຄຳເຫັນຕໍ່ກັບທຸກ ຂໍ້ສະເໜີ ແລະ ບັນຫາຂໍ້ຂ້ອງໃຈຂອງບັນດາແຂວງ/ນະຄອນຫຼວງຢ່າງຈະແຈ້ງ, ເລິກເຊິ່ງ ແລະ ເປັນວິທະຍາສາດ.

ການຕອບຄຳຖາມເຈາະຈີ້ມ ແລະ ການແລກປ່ຽນແບບສາຍຕັ້ງ-ສາຍຂວາງໃນຄັ້ງນີ້ ໄດ້ສະທ້ອນໃຫ້ເຫັນເຖິງ ບັນຍາກາດປະຊາທິປະໄຕພາຍໃນພັກ, ຊ່ວຍແກ້ໄຂບັນຫາທີ່ຕິດຄັດໃນໄລຍະຜ່ານມາ, ສ້າງຄວາມຮັບຮູ້ເປັນເອກະພາບກັນໃນທົ່ວລະບົບ ແລະ ຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານກໍ່ສ້າງ-ບຳລຸງພະນັກງານ ໃນສົກປີ 2026-2027 ທີ່ຈະມາເຖິງ ໄດ້ຮັບຜົນສຳເລັດ ແລະ ມີຄຸນນະພາບສູງຂຶ້ນກວ່າເກົ່າ.

(ແຫຼ່ງຂ່່າວ: ສມປຊ)

ຄໍາເຫັນ

ຂ່າວສືກສາ-ກິລາ

ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ໃນວັນທີ 5 ພະຈິກ ຜ່ານມາ ທີ່ ນະຄອນຫຼວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ເອັສຊີຈີ (SCG) ຈັດພິທີມອບທຶນການສຶກສາ, ສືບຕໍ່ໂຄງການ "SCG Sharing the Dream 2026" ຕໍ່ເນື່ອງເປັນປີທີ 15 ທີ່ ສປປ ລາວ ໂດຍ ເອັສຊີຈີ ໄດ້ມອບທຶນການສຶກສາໃນ ສປປ ລາວ ໄປແລ້ວ 2,601 ທຶນ ແລະ ປີນີ້, ຈະມອບເພີ່ມອີກ ຈຳນວນ 126 ທຶນ ໃຫ້ແກ່ເຍົາວະຊົນທີ່ຕັ້ງໃຈຮຽນ ແລະ ປະພຶດດີ ເພື່ອສະໜັບສະໜູນໃຫ້ເຍົາວະຊົນເຂົ້າເຖິງການສຶກສາ ພ້ອມຕໍ່ຍອດແນວຄິດ "Green Active Generation" ສົ່ງເສີມຄວາມສຳຄັນຂອງການເບິ່ງແຍງຊຸມຊົນ ແລະ ສິ່ງແວດລ້ອມ ພ້ອມລົງມືພັດທະນາຊຸມຊົນ ແລະ ເປັນກຳລັງສຳຄັນພັດທະນາປະເທດຢ່າງຍືນຍົງ.
ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ແລະ ວຽກງານບໍລິຫານຄຸ້ມຄອງ ຜູ້ບໍລິຫານໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ແລະ ທິດທາງແຜນການ ສົກປີ 2026-2027 ໄດ້ຈັດຂຶ້ນໃນວັນທີ 9 ພະຈິກ 2026 ນີ້ ທີ່ແຂວງຫຼວງນ້ຳທາ ຢ່າງເປັນທາງການ.
ນັກສຶກສາ ມຊ ຍາດໄດ້ລາງວັນຊະນະເລີດ ການແຂ່ງຂັນນະວັດຕະກຳລະດັບສາກົນ ທີ່ສິງກະໂປ

ນັກສຶກສາ ມຊ ຍາດໄດ້ລາງວັນຊະນະເລີດ ການແຂ່ງຂັນນະວັດຕະກຳລະດັບສາກົນ ທີ່ສິງກະໂປ

ນັກສຶກສາ ສາຂາບໍລິຫານທຸລະກິດ ຫຼັກສູດນານາຊາດ (IBM) ປີ 2 ຮຸ່ນທີ 5 ຈາກຄະນະເສດຖະ ສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ສ້າງຜົນງານເປັນປະຫວັດສາດສ້າງຊື່ສຽງ ແລະ ຄວາມພາກພູມໃຈໃຫ້ວົງການສຶກສາລາວ ສາມາດຍາດໄດ້ລາງວັນຊະນະເລີດ ອັນດັບທີ 1 ໃນການແຂ່ງຂັນນະວັດຕະກຳລະດັບສາກົນ ປີ 2026 (EDUtech ASIA University Grand Final) ທີ່ປະເທດສິງກະໂປ ຊຶ່ງໄດ້ເດີນທາງມາຮອດ ສປປ ລາວ ແລ້ວໃນຕອນຄໍ່າວັນທີ 8 ພະຈິກຜ່ານມາ, ທີ່ສະໜາມບິນສາກົນວັດໄຕ ໂດຍມີທ່ານ ນາງ ວາດສະໜາ ຈັນທະນາສິນ ຫົວໜ້າຄະນະວິຊາ ຄສບ ພ້ອມດ້ວຍຄະນະອາຈານ ແລະ ນັກສຶກສາໃຫ້ກຽດຕ້ອນຮັບ.
ຍົກສະຖານະວິທະຍາໄລຄູປາກເຊ ເປັນມະຫາວິທະຍາໄລສ້າງຄູແຫ່ງຊາດ ພ້ອມປະກາດແຕ່ງຕັ້ງຜູ້ບໍລິຫານຊຸດໃໝ່

ຍົກສະຖານະວິທະຍາໄລຄູປາກເຊ ເປັນມະຫາວິທະຍາໄລສ້າງຄູແຫ່ງຊາດ ພ້ອມປະກາດແຕ່ງຕັ້ງຜູ້ບໍລິຫານຊຸດໃໝ່

ວັນທີ 5 ພະຈິກຜ່ານມາ,ທີ່ວິທະຍາໄລຄູປາກເຊ ໄດ້ຈັດພິທີປະກາດແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ຂອງມະຫາວິທະຍາໄລສ້າງຄູແຫ່ງຊາດ ວິທະຍາເຂດຈຳປາສັກ (ຊື່ເກົ່າ: ວິທະຍາໄລຄູປາກເຊ) ຢ່າງເປັນທາງການ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຫຼ້າວັນ ວົງຄໍາສານ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລສ້າງຄູແຫ່ງຊາດ ພ້ອມດ້ວຍຜູ້ຕາງໜ້າຈາກກົມສຶກສາຊັ້ນສູງ, ກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກິລາ (ສສກ), ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ແລະ ແຂວງເຊກອງ, ພ້ອມດ້ວຍແຂກຖືກເຊີນຈາກພະແນກການກ່ຽວຂ້ອງ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ພະແນກ ວທ ແຂວງອັດຕະປື ຈັດກິດຈະກຳສົ່ງເສີມການອ່ານ ຢູ່ໂຮງຮຽນປະຖົມສົມບູນດອນໃຜ່

ພະແນກ ວທ ແຂວງອັດຕະປື ຈັດກິດຈະກຳສົ່ງເສີມການອ່ານ ຢູ່ໂຮງຮຽນປະຖົມສົມບູນດອນໃຜ່

ກອງວັດທະນະທຳ ພະແນກວັດທະນະທຳ ແລະ ການທ່ອງທ່ຽວ(ວທ) ແຂວງອັດຕະປື ໄດ້ລົງເຄື່ອນໄຫວຈັດກິດຈະກຳສົ່ງເສີມການອ່ານຂຶ້ນໃນວັນທີ 5 ພະຈິກຜ່ານມາ, ທີ່ໂຮງຮຽນປະຖົມສົມບູນບ້ານດອນໃຜ່ ເມືອງສະໜາມໄຊ, ໃຫ້ກຽດເຂົ້າຮ່ວມມີທ່ານ ອ໋ອງຄຳ ຄູນສະໄໝ ຮອງຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ, ມີທີມງານຈັດກິດຈະກຳຈາກກອງວັດທະນະທຳ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ທ່ານ ບຸນທ່ຽງ ລັດຕະນະວົງ ພູມໃຈໄດ້ນຳເອົາຄວາມຮູ້ຈາກ ມຊ ໄປໝູນໃຊ້ຢ່າງມີປະສິດທິຜົນ ກາຍເປັນຜູ້ປະກອບການ

ທ່ານ ບຸນທ່ຽງ ລັດຕະນະວົງ ພູມໃຈໄດ້ນຳເອົາຄວາມຮູ້ຈາກ ມຊ ໄປໝູນໃຊ້ຢ່າງມີປະສິດທິຜົນ ກາຍເປັນຜູ້ປະກອບການ

ໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 5 ພະຈິກນີ້, ທີ່ ມຊ. ທ່ານ ບຸນທ່ຽງ ລັດຕະນະວົງ ອະດີດນັກສຶກສາຄະນະເສດຖະ ສາດ ແລະ ບໍລິຫານທຸລະກິດ ມຊ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ວ່າ: ຕົນເອງ ເປັນຜູ້ໜຶ່ງທີ່ໄດ້ສຶກສາຮໍ່າຮຽນຢູ່ໃນຮົ້ວ ມຊ ແຫ່ງນີ້ ແລະ ຮູ້ສຶກດີໃຈ ແລະ ປະທັບໃຈທີ່ໄດ້ເຂົ້າຮ່ວມພິທີໃນຄັ້ງນີ້ ແລະ ໄດ້ແບ່ງປັນບົດຮຽນຈາກການສຶກສາ ແລະ ປະສົບການສ້າງທຸລະກິດຂອງຕົນເອງ ໂດຍຊີ້ໃຫ້ເຫັນວ່າອົງຄວາມຮູ້ທີ່ໄດ້ຮັບຈາກການສຶກສາຮໍ່າຮຽນ ສາມາດນຳໄປໝູນໃຊ້, ປະຕິບັດຕົວຈິງຢ່າງມີປະສິດທິຜົນ ຈາກພະນັກງານກິນເງິນເດືອນ ກາຍມາເປັນຜູ້ປະກອບການສ້າງວຽກເຮັດງານທຳໃຫ້ແຮງງານລາວຫຼາຍຮ້ອຍຄົນ.
ກອງປະຊຸມວິທະຍາສາດລະດັບຊາດ ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ກອງປະຊຸມວິທະຍາສາດລະດັບຊາດ ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ. ມຊ ໄດ້ຈັດກອງປະຊຸມວິທະຍາສາດ ລະດັບຊາດ ພາຍໃຕ້ຫົວຂໍ້: ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ເພື່ອການພັດທະນາແບບຍືນຍົງ ແລະ ສີຂຽວ ໃນວັນທີ 4 ພະຈິກນີ້, ທີ່ຫ້ອງປະຊຸມຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມຊ ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອໍານວຍການໃຫຍ່ ມຊ, ມີທ່ານ ນາງ ວັນແສງ ຈຸນລະມະນີ ຮອງຜູ້ອໍານວຍການໃຫຍ່ມະຫາວິທະຍາໄລສ້າງຄູແຫ່ງຊາດ, ມີນັກຄົ້ນ ຄ້ວາ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍພາກສ່ວນກ່ຽວເຂົ້າຮ່ວມ.
ພູຜາ ຄວ້າແຊັມເທັນນິດ ລາຍການ ຈູເນຍ ແຊັມປ້ຽນຊິບ 2026 ທີ່ປະເທດໄທ

ພູຜາ ຄວ້າແຊັມເທັນນິດ ລາຍການ ຈູເນຍ ແຊັມປ້ຽນຊິບ 2026 ທີ່ປະເທດໄທ

ທ້າວ ພູຜາ ຈັນທະວົງ ຫຼື ພູມ ນັກເທັນນິດດາວຮຸ່ງເຍົາວະຊົນລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນ ແລະ ສ້າງຊື່ສຽງໃຫ້ກັບປະເທດຊາດ ດ້ວຍການຄວ້າແຊັມໃນການແຂ່ງຂັນເທັນນິດເຍົາວະຊົນ ລາຍການ Junior Tennis Championship 2026 ຮຸ່ນອາຍຸບໍ່ເກີນ 14 ປີ (U-14) ທີ່ນະຄອນຫຼວງບາງກອກ ປະເທດໄທ ໃນລະຫວ່າງວັນທີ 31 ຕຸລາ ຫາ 1 ພະຈິກ ຜ່ານມາ.
ສຸພົນສາ ແລະ ເພັດນະຄອນ ສອງນັກແມ້ນປືນລາວ ຄວ້າແຊັມລາຍການ ໄອພີເອັດຊີ ຊີງແຊັມປະເທດລາວ ປະຈຳປີ 2026

ສຸພົນສາ ແລະ ເພັດນະຄອນ ສອງນັກແມ້ນປືນລາວ ຄວ້າແຊັມລາຍການ ໄອພີເອັດຊີ ຊີງແຊັມປະເທດລາວ ປະຈຳປີ 2026

ທ້າວ ສຸພົນສາ ນິຍົມ ແລະ ທ້າວ ເພັດນະຄອນ ພາມີສິດ ສອງໜຸ່ມນັກກິລາແມ້ນປືນໄອພີເອັດຊີ ທີມຊາດລາວ ນັກແມ້ນປືນລະດັບຕົ້ນຂອງປະເທດລາວ ຄວ້າແຊັມການແຂ່ງຂັນກິລາຍິງປືນ IPSC ຊີງແຊັມປະເທດລາວ ປະຈຳປີ 2026 ໄປຄອງ ຂະນະທີ່ ແຊັມປະເພດປືນໂປຣດັກຊັນຍິງເປັນຂອງນາງ ກົງຄຳ ບົວແສງພະຈັນ.
ປະກາດນຳໃຊ້ແຜນດຳເນີນງານເພື່ອຄວາມສະເໝີພາບ ຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ ຄັ້ງທີ V

ປະກາດນຳໃຊ້ແຜນດຳເນີນງານເພື່ອຄວາມສະເໝີພາບ ຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ ຄັ້ງທີ V

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີປະກາດການນຳໃຊ້ແຜນດຳເນີນງານເພື່ອຄວາມສະເໝີພາບຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ 5 ປີ ຄັ້ງທີ V ໃນວັນທີ 3 ພະຈິກຜ່ານມາ, ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ນາງ ຊູຮຸນ ຄິມ ຜູ້ອຳນວຍການພາກພື້ນຂອງອົງການ UNESCO ບາງກອກ ແລະ ທ່ານ ນາງ ເບັນນິຕ້າ ຊຳເມີວິວ ຮອງເອກອັກຄະລັດຖະທູດອົສຕຣາລີ ປະຈຳລາວ, ມີຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າຈາກບັນດາກົມ ແລະ ພະແນກການ, ຄູ່ຮ່ວມພັດທະນາ, ແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ