![]() |
ໃນດ້ານການຂະຫຍາຍຕະຫຼາດ, ຢູວີ້ໄຊ ໄດ້ປະສານສົມທົບກັບອຸດສາຫະກຳ ແລະ ຄວາມຕ້ອງການນຳໃຊ້ຂອງແຕ່ລະປະເທດໃນອາຊຽນ, ສ້າງການຈັດວາງຜະລິດຕະພັນ ແລະ ຂໍ້ໄດ້ປຽບດ້ານການປະກອບທີ່ມີລັກ ສະນະພາກພື້ນ. ໃນໄລຍະເດືອນມັງກອນ ຫາ ກໍລະກົດ 2025, ຢູວີ້ໄຊ ໄດ້ສົ່ງອອກເຄື່ອງຈັກໄປອາຊຽນຫຼາຍກວ່າ 30,000 ໜ່ວຍ. ໃນປີ 2025, ຢູວີ້ໄຊ ມີສ່ວນແບ່ງຕະຫຼາດລະບົບຂັບເຄື່ອນລົດບັນທຸກຂະໜາດກາງຢູ່ຫວຽດນາມຫຼາຍກວ່າ 70%, ມີສ່ວນແບ່ງຕະຫຼາດລະບົບຂັບເຄື່ອນລົດເມຢູ່ຟີລິບປິນຫຼາຍກວ່າ 90% ແລະ ເຄື່ອງຈັກຊຸດ YC4D, YC4E ເປັນຕົ້ນ ມີສ່ວນແບ່ງຕະຫຼາດລະບົບຂັບເຄື່ອນລົດກໍ່ສ້າງຂະໜາດກາງຢູ່ລາວຫຼາຍກວ່າ 70%, ຢູ່ອິນໂດເນເຊຍ, ຢູວີ້ໄຊ ໄດ້ສ້າງຄວາມໄດ້ປຽບດ້ານຕະຫຼາດທີ່ເຂັ້ມແຂງໃນຂົງເຂດລະບົບຂັບເຄື່ອນລົດຂຸດຄົ້ນແຮ່ແບບກວ້າງ, ໂດຍໃຫ້ການສະໜັບສະໜູນພະລັງງານໃນການຂົນສົ່ງ, ການພັດທະນາແຮ່ ແລະ ການກໍ່ສ້າງວິສະວະກຳໃນທ້ອງຖິ່ນ ແລະ ດ້ານການຜະລິດໃນທ້ອງຖິ່ນ, ຢູວີ້ໄຊ ໄດ້ສ້າງຖານການຜະລິດເຄື່ອງຈັກຢູ່ໄທ ແລະ ຫວຽດນາມ, ຊຶ່ງຊຸກຍູ້ໃຫ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ ຂະຫຍາຍຈາກການປະກອບຜະລິດຕະພັນໄປສູ່ການຮ່ວມມືດ້ານການຜະລິດ ແລະ ເຕັກໂນໂລຊີ. ໃນເດືອນສິງຫາ 2024, ໂຮງງານຕ່າງ ປະເທດແຫ່ງທຳອິດຂອງ ຢູວີ້ໄຊ ທີ່ຕັ້ງຢູ່ເຂດສະໝຸດປາການປະເທດໄທ ໄດ້ເປີດການຜະລິດຢ່າງເປັນທາງການ, ຜະລິດຕະພັນຊຸດທຳອິດປະກອບມີ 3 ຊຸດຫຼັກ ຄື: K08, S06 ແລະ S04. ໃນເດືອນທັນວາ 2025, ໂຮງງານຜະລິດເຄື່ອງຈັກຢູ່ຫວຽດນາມ ທີ່ຮ່ວມມືກໍ່ສ້າງລະຫວ່າງ ຢູວີ້ໄຊ ແລະ ບໍລິສັດ ຫຸ້ນສ່ວນ ລົດຍົນ ຫຼົງຈິນ ເຫວ້ ໄດ້ສ້າງສຳເລັດ ແລະ ເປີດການຜະລິດ ໂດຍໃຊ້ເວລານັບຈາກເລີ່ມກໍ່ສ້າງຈົນຮອດເປີດການຜະລິດ 15 ເດືອນ. ຢູວີ້ໄຊ ໄດ້ສະໜອງແກ້ໄຂຄົບວົງຈອນ ລວມມີການກໍ່ສ້າງສາຍການຜະລິດ, ການບໍລິການດ້ານເຕັກນິກ, ການອະນຸຍາດເຕັກໂນໂລຊີ ແລະ ການກໍ່ສ້າງລະບົບດີຈີຕອນ ເພື່ອຍົກສູງຄວາມສາມາດສະໜອງສິນຄ້າໃນທ້ອງຖິ່ນສຳລັບຕະຫຼາດຫວຽດນາມ ແລະ ປະເທດໃກ້ຄຽງ.
![]() |
ທ່ານ ຫຼີເສເວີນ ໄດ້ກ່າວຕື່ມວ່າ: ໃນຂົງເຂດພື້ນຖານໂຄງລ່າງ ແລະ ການຮັບປະກັນພະລັງງານໄຟຟ້າ, ຢູວີ້ໄຊ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນໂຄງການສຳຄັນຕ່າງໆ ຂອງອາຊຽນ ແລະ ຂະຫຍາຍການນຳໃຊ້ຜະລິດຕະພັນລະບົບຂັບເຄື່ອນ. ໃນປີ 2025 ຢູວີ້ໄຊ ໄດ້ຮັບຄຳສັ່ງສະໜອງລະບົບຂັບເຄື່ອນ ສຳລັບໂຄງການສູນຂໍ້ມູນອິນໂດເນເຊຍ, ໂຄງການສະຖານີໄຟຟ້າປະຈຳ ແລະ ໂຄງການທາງລົດໄຟຊາຍຝັ່ງຕາເວັນອອກມາເລເຊຍ. ໃນນັ້ນ ໂຄງການທາງລົດໄຟຊາຍຝັ່ງຕາເວັນອອກມາເລເຊຍ ກ່ຽວຂ້ອງກັບຊຸດເຄື່ອງປັ່ນໄຟຟ້າ 55 ຊຸດ, ກຳລັງໄຟຟ້າຄວບຄຸມ 60-1,000 ກິໂລວັດ ເພື່ອສະໜັບສະໜູນພະລັງງານການກໍ່ສ້າງພື້ນຖານໂຄງລ່າງໃນທ້ອງຖິ່ນ ແລະ ໃນດ້ານການຍົກລະດັບຜະລິດຕະພັນ ແລະ ເຕັກໂນໂລຊີ, ຢູວີ້ໄຊ ໄດ້ສືບຕໍ່ດຳເນີນການປັບປຸງຜະລິດຕະພັນໃຫ້ເໝາະສົມ ແລະ ການປັບປຸງເຕັກນິກ ໂດຍອີງຕາມຂໍ້ກຳນົດການເຂົ້າຕະຫຼາດ, ສະພາບແວດລ້ອມການນຳໃຊ້ ແລະ ລັກສະນະການເຮັດວຽກຂອງແຕ່ລະປະເທດໃນອາຊຽນ. ໃນຂະນະທີ່ສືບຕໍ່ຮັກສາຂໍ້ໄດ້ປຽບດ້ານລະບົບຂັບເຄື່ອນແບບດັ້ງເດີມ, ຢູວີ້ໄຊ ຍັງໄດ້ສຳຫຼວດຢ່າງຕັ້ງໜ້າໃນການນຳໃຊ້ລະບົບຂັບເຄື່ອນພະລັງງານໃໝ່ ເຊັ່ນ: ລະບົບຂະຫຍາຍໄລຍະທາງ ແລະ ໄຮບຣິດ ໃນຕະຫຼາດທ້ອງຖິ່ນ, ເພື່ອສະໜອງທາງເລືອກດ້ານລະບົບຂັບເຄື່ອນທີ່ຫຼາກຫຼາຍ ແລະ ມີປະສິດທິພາບສູງຂຶ້ນໃຫ້ລູກຄ້າ, ຊ່ວຍສົ່ງເສີມການພັດທະນາແບບສີຂຽວຂອງການຂົນສົ່ງ ແລະ ອຸດສາຫະກຳທີ່ກ່ຽວຂ້ອງ.
![]() |
ໃນດ້ານການຮັບປະກັນການບໍລິການ, ຢູວີ້ໄຊ ໄດ້ສືບຕໍ່ປັບປຸງເຄືອຂ່າຍການຕະຫຼາດ ແລະ ການບໍລິ ການຢູ່ຕ່າງປະເທດ, ໂດຍການເພີ່ມທະວີການສະໜອງອາໄຫຼ່, ການສະໜັບສະໜູນດ້ານເຕັກນິກ ແລະ ການຝຶກອົບຮົມຊ່າງເຕັກນິກໃນທ້ອງຖິ່ນ, ຢູວີ້ໄຊ ໄດ້ຍົກສູງຄວາມສາມາດການບໍລິການໃນທ້ອງຖິ່ນຢ່າງຕໍ່ເນື່ອງ ເພື່ອໃຫ້ລູກຄ້າໄດ້ຮັບການຮັບປະກັນການບໍລິການຕະຫຼອດວົງຈອນການນຳໃຊ້ຜະລິດຕະພັນ.
ສຳລັບອະນາຄົດ, ຢູວີ້ໄຊ ຈະສືບຕໍ່ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືກັບວິສາຫະກິດ ແລະ ຄູ່ຮ່ວມງານໃນລະບົບຕ່ອງໂສ້ອຸດສາຫະກຳຂອງປະເທດຕ່າງໆ ໃນອາຊຽນ, ຊຸກຍູ້ການພັດທະນາຮ່ວມກັນຢ່າງກົມກຽວ ລະຫວ່າງຜະລິດຕະພັນລະບົບຂັບເຄື່ອນ, ເຕັກໂນໂລຊີການຜະລິດ ແລະ ຄວາມສາມາດການບໍລິການ, ເພື່ອປະກອບສ່ວນເຂົ້າໃນການຂົນສົ່ງ, ການຍົກລະດັບອຸດສາຫະກຳ ແລະ ການກໍ່ສ້າງພື້ນຖານໂຄງລ່າງຂອງພາກພື້ນ ແລະ ແບ່ງປັນໂອກາດການພັດທະນາ ພ້ອມທັງສ້າງຜົນສຳເລັດຮ່ວມກັນກັບຄູ່ຮ່ວມງານອາຊຽນ.



ຄໍາເຫັນ