![]() |
ໃນພິທີ, ທ່ານ ໂພໄຊ ອິນທະວົງສາ ກ່າວວ່າ: ການຈັດພິທີໃນຄັ້ງນີ້, ເພື່ອແຈກຢາຍຢາກິນຂ້າແມ່ທ້ອງໃຫ້ນັກຮຽນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນທົ່ວເມືອງ ເພື່ອໃຫ້ນັກຮຽນມີສຸຂະພາບຮ່າງກາຍທີ່ແຂງແຮງ, ຖ້າເຮົາມີແມ່ທ້ອງຫຼາຍ ຈະເຮັດໃຫ້ການຈະເລີນເຕີບໂຕຂອງຮ່າງກາຍຊ້າລົງ, ສົ່ງຜົນກະທົບຕໍ່ມັນສະໜອງ ເຮັດໃຫ້ຄົນເຮົາພັກຜ່ອນບໍ່ພຽງພໍ, ອິດເມື່ອຍ, ສຸຂະພາບບໍ່ແຂງແຮງ, ສິ່ງສຳຄັນກ່ອນເວລາລູກ-ຫຼານກິນອາຫານທຸກຄັ້ງ ຕ້ອງໄດ້ລ້າງມືເພື່ອຄວາມສະອາດ ປາສະຈາກການເປັນພະຍາດ.
![]() |
ທ່ານ ບຸນໂຮງ ແສງອາລຸນ ໄດ້ແນະນໍາກ່ຽວກັບວິທີການກິນຢາຂ້າແມ່ທ້ອງວ່າ: ການກິນຢາຂ້າແມ່ທ້ອງ ອານເບັນດາໂຊນ 400 ມິນນີກຣາມ ( ALBENDAZOLE 400 MG ) ເພື່ອຂ້າແມ່ທ້ອງໂຕກົມ,ປາກຂໍ, ແມ່ທ້ອງເຂັມມຸດ, ແມ່ທ້ອງຂີ້ກະເດືອນ, ການກິນຢາຂ້າແມ່ທ້ອງປົກກະຕິແລ້ວ ຕ້ອງກິນຫຼັງອາ ຫານຈຶ່ງບໍ່ປວດທ້ອງ, ຢາຂ້າແມ່ທ້ອງມີຂໍ້ຫ້າມ ບໍ່ໃຫ້ກິນກັບຜູ້ທີ່ບໍ່ຖືກທາດ ແລະ ແມ່ຍິງຖືພາ. ເດັກນ້ອຍອາຍຸ 2 ປີຂຶ້ນໄປໃຫ້ກິນເມັດດຽວ, ການກິນຢາຂ້າແມ່ທ້ອງ ເພື່ອຕັດວົງຈອນບໍ່ໃຫ້ພະຍາດແຜ່ລາມໄປ
![]() |
ນັກຮຽນທີ່ໄດ້ຮັບຢາຂ້າແມ່ທ້ອງໃນຄັ້ງນີ້ມີທັງໝົດ 512 ຄົນ, ຕາມແຜນການກິນຢາຂ້າແມ່ທ້ອງໃນຊັ້ນປະຖົມທົ່ວເມືອງ ປີນີ້ມີທັງໝົດ 8,274 ຄົນ ຍິງ 4,076 ຄົນ ແລະ ຊັ້ນມັດທະຍົມຕອນຕົ້ນ ນັບແຕ່ ມ1-ມ4 ຕາມແຜນມີທັງໝົດ 3,586 ຄົນ ຍິງ 1,886 ຄົນ. ຂ່າວ: ບຸນຊູ



ຄໍາເຫັນ