![]() |
ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຕະຫຼອດໄລຍະ 7 ທົດສະວັດກວ່າຜ່ານມາ ສືບຕໍ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງໃນຫຼາຍຂົງເຂດການຮ່ວມມື, ໂດຍສະເພາະໃນປີ 2025 ຜ່ານມາ ທີ່ເປັນປີແຫ່ງການສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ຊຶ່ງສອງຝ່າຍໄດ້ຍົກລະດັບສາຍພົວພັນການທູດ ຈາກ ຄູ່ຮ່ວມຍຸດທະສາດ ຂຶ້ນເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ, ພ້ອມທັງສະແດງຄວາມຊົມເຊີຍແລະ ຕີລາຄາສູງ ຕໍ່ບົດບາດອັນສໍາຄັນ ແລະ ຕັ້ງໜ້າຂອງທ່ານທູດຕະຫຼອດໄລຍະການປະຕິບັດໜ້າທີ່ 2 ປີ 4 ເດືອນທີ່ຜ່ານມາດ້ວຍຜົນສໍາເລັດອັນຈົບງາມຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສປປ ລາວ-ຍີ່ປຸ່ນ ໂດຍສະເພາະທາງດ້ານການເມືອງ, ສາທາລະນະສຸກ, ພື້ນຖານໂຄງລ່າງ, ສຶກສາ-ກິລາ, ວັດທະນະທໍາ-ສັງຄົມ, ກະສິກໍາ ແລະ ປ່າໄມ້, ການເກັບກູ້ລະເບີດທີ່ບໍ່ທັນແຕກ (UXO) ແລະ ອື່ນໆ, ລວມທັງການສະໜັບສະໜູນຊຶ່ງກັນ ແລະ ກັນ ຢ່າງຕໍ່ເນື່ອງ ລະຫວ່າງ ສອງປະເທດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ. ນອກຈາກນີ້, ທ່ານທູດຍັງໄດ້ມີການເຄື່ອນໄຫວວຽກງານການທູດຢ່າງຫ້າວຫັນ ແລະ ມີຜົນງານອັນພົ້ນເດັ່ນໃນຫຼາຍດ້ານໃນການສືບຕໍ່ຊຸກຍູ້ບັນດາແຜນງານ, ໂຄງການການຮ່ວມມືຂອງສອງລັດຖະບານ ລາວ-ຍີ່ປຸ່ນ ໃຫ້ມີຄວາມຕໍ່ເນື່ອງ, ຮັກສາໄດ້ບັນຍາກາດຂອງການພົວພັນຮ່ວມມື ແລະ ຜົນປະໂຫຍດຂອງປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ, ລວມທັງສາມາດຮັກສາໄດ້ລະດັບການຊ່ວຍເຫຼືອຂອງ ລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ.ຄຽງຄູ່ກັນນີ້້, ທ່ານທູດໄດ້ມີບົດບາດສໍາຄັນໃນການເປັນຂົວຕໍ່ຊຸກຍູ້ການແລກປ່ຽນຢ້ຽມຢາມຂອງບັນດາການນໍາຂັ້ນສູງລະຫວ່າງສອງປະເທດ ພິເສດແມ່ນການຢ້ຽມຢາມສປປ ລາວ ຢ່າງເປັນທາງການຂອງສົມເດັດ ເຈົ້າຍິງ ໄອໂກະແຫ່ງຍີ່ປຸ່ນໃນເດືອນພະຈິກ 2025 ຜ່ານມາ,ຊຶ່ງສປປລາວເປັນປະເທດທໍາອິດທີ່ພະອົງໄດ້ຢ້ຽມຢາມທາງການໃນພາລະກິດຢ້ຽມຢາມຕ່າງປະເທດອັນໄດ້ກາຍເປັນຂີດໝາຍສໍາຄັນທາງປະຫວັດສາດຂອງການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ຍິ່ປຸນ. ນອກຈາກນີ້, ທ່ານທູດ ໄດ້ເອົາໃຈໃສ່ເຄື່ອນໄຫວຢ້ຽມຢາມຕົວຈິງຢູ່ບັນດາແຂວງ ແລະ ພົບປະເຮັດວຽກກັບບັນດາອົງການຈັດຕັ້ງຂັ້ນທ້ອງຖິ່ນຂອງລາວ ຢ່າງສະໝໍ່າສະເໝີ.
![]() |
ໃນໂອກາດດຽວກັນນີ້, ທ່ານທູດກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະຊາຊົນລາວ ໂດຍສະເພາະກະຊວງການຕ່າງປະເທດ ທີ່ໄດ້ອໍານວຍຄວາມສະດວກ ແລະ ການຊ່ວຍເຫຼືອ ໃຫ້ແກ່ການເຄື່ອນໄຫວໜ້າທີ່ການທູດຂອງຕົນຢູ່ ສປປ ລາວ ຈົນປະສົບຜົນສໍາເລັດຢ່າງຈົບງາມ, ສະແດງຄວາມປິຕິຍິນດີ ແລະ ຂອບໃຈຕໍ່ລັດຖະບານ ແຫ່ງ ສປປ ລາວ ເປັນຢ່າງຍິ່ງ ທີ່ເຫັນໄດ້ເຖິງຜົນງານ, ຍ້ອງຍໍຊົມເຊີຍ ແລະ ປະດັບຫຼຽນໄຊມິດຕະພາບອັນມີຄຸນຄ່າໃຫ້ແກ່ຕົນໃນຄັ້ງນີ້, ພ້ອມທັງຢືນຢັນວ່າຈະສືບຕໍ່ໃນການເປັນຂົວຕໍ່ປະສານງານປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ໃຫ້ໄດ້ຮັບການພັດທະນາ ແລະ ມີບາດກ້າວຂະຫຍາຍຕົວຍິ່ງໆຂຶ້ນໃນອະນາຄົດ.(ຂ່າວ: ກຕທ)


ຄໍາເຫັນ