ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ລາວ-ກຳປູເຈຍ ພົບປະແລກປ່ຽນການຮ່ວມມື

ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ລາວ-ກຳປູເຈຍ ພົບປະແລກປ່ຽນການຮ່ວມມື

ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ລາວ-ກຳປູເຈຍ ພົບປະແລກປ່ຽນການຮ່ວມມື
ກອງປະຊຸມພົບປະແລກປ່ຽນການຮ່ວມມື ລະຫວ່າງກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ (ປກສ) ແຫ່ງ ສປປ ລາວ ແລະ ກົມໃຫຍ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກະຊວງພາຍໃນແຫ່ງຣາຊະອານາຈັກກໍາປູເຈຍ ໄດ້ຈັດຂຶ້ນໃນວັນທີ 11 ພະຈິກນີ້ ທີ່ນະຄອນ ຫຼວງວຽງຈັນ, ຝ່າຍລາວນຳໂດຍທ່ານ ພັນເອກ ເພັດດາວົງ ແກ້ວກັນຍາ ຫົວໜ້າກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ຝ່າຍກຳປູເຈຍ ນໍາໂດຍ ທ່ານ ພົນໂທ ສົກເວດສະນາ ຫົວໜ້າກົມໃຫຍ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ໂດຍມີຄະນະທັງສອງຝ່າຍ ເຂົ້າຮ່ວມ.
ກມຕຳຫວດກວດຄນເຂາ-ອອກເມອງ ລາວ-ກຳປເຈຍ ພບປະແລກປຽນການຮວມມ - image 1
 

ໂອກາດນີ້, ທ່ານ ພັນເອກ ເພັດດາວົງ ແກ້ວກັນຍາ ໄດ້ຍົກໃຫ້ເຫັນຜົນສໍາເລັດການຮ່ວມມືຂອງສອງຝ່າຍໃນໄລຍະ 2 ປີຜ່ານມາ ແລະ ທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ. ໄລຍະຜ່ານມາ, ທັງສອງຝ່າຍໄດ້ອໍານວຍຄວາມສະດວກໃຫ້ພົນລະເມືອງຂອງສອງປະເທດ ລາວ-ກຳປູເຈຍ, ກຳປູເຈຍ-ລາວ, ຄົນຕ່າງ ປະເທດ, ຄົນບໍ່ມີສັນຊາດເດີນທາງເຂົ້າ-ອອກ ຜ່ານດ່ານຊາຍແດນດ້ວຍຈຸດປະສົງທ່ອງທ່ຽວ, ຢ້ຽມຢາມ, ຊື້-ຂາຍ-ແລກປ່ຽນສິນຄ້າ, ເຮັດທຸລະກິດ ແລະ ອື່ນໆ ມີຄວາມສະດວກຄ່ອງຕົວ, ປອດໄພ, ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ປະຕິບັດຖືກຕ້ອງຕາມກົດໝາຍ-ລະບຽບການ ໃນການເດີນທາງເຂົ້າ-ອອກ ບົນພື້ນ ຖານການປະຕິບັດສັນຍາຂ້າມແດນສອງຝ່າຍ, ກໍລະນີມີເຫດການສຸກເສີນຮີບດ່ວນເກີດຂຶ້ນຢູ່ບໍລິເວນຊາຍແດນ, ການເຂົ້າ-ອອກບໍ່ຖືກຕ້ອງ ແມ່ນໄດ້ມີການປະສານສົມທົບກັນແກ້ໄຂຕາມກົດໝາຍ-ລະບຽບການຂອງແຕ່ລະປະເທດຢ່າງທັນການ, ເອົາໃຈໃສ່ເພີ່ມທະວີການສຶກສາອົບຮົມພົນລະເມືອງຂອງສອງຝ່າຍ ໂດຍສະ ເພາະພົນລະເມືອງທີ່ອາໄສຢູ່ລຽບຕາມຊາຍແດນ ໃຫ້ມີຄວາມເຂົ້າໃຈເຖິງລະບຽບການ, ຂໍ້ກຳນົດຕ່າງໆ ກ່ຽວກັບຊາຍແດນທີ່ລັດຖະບານຂອງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ໄດ້ລົງນາມຮ່ວມກັນ ໂດຍສະ ເພາະແມ່ນສັນຍາ ວ່າດ້ວຍການຜ່ານແດນ ສະບັບລົງວັນທີ 28 ມີນາ 2008, ບົນພື້ນຖານຫຼັກການເຄົາລົບອຳນາດອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ ຊຶ່ງກັນ ແລະ ກັນ, ບໍ່ເຂົ້າ-ອອກ ຫຼື ຍົກຍ້າຍຕັ້ງຖິ່ນຖານພູມລໍາເນົາແບບເສລີ. ພ້ອມກັນນັ້ນ, ຍັງໄດ້ສຸມໃສ່ໂຄສະນາມູນເຊື້ອຄວາມສາມັກຄີໃຫ້ພະນັກງານ ກໍຄືປະຊາຊົນລຽບຕາມຊາຍແດນ ຮູ້ໄດ້ເຖິງມູນເຊື້ອຄວາມສາມັກຄີ, ຄວາມຮັກແພງ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຂອງສອງຊາດ ລາວ-ກຳປູເຈຍ, ກຳປູເຈຍ-ລາວ, ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງປະຈຳຢູ່ດ່ານເຂົ້າ-ອອກ ລາວ-ກຳປູເຈຍ ໄດ້ມີການພົວພັນ, ຮ່ວມມື, ປະສານສົມທົບກັນເພື່ອແລກປ່ຽນຂໍ້ມູນ-ຂ່າວສານ, ສະ ພາບການຕ່າງໆ ທີ່ກ່ຽວພັນເຖິງຄວາມສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ, ໄດ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດໃນການກວດກາ ແລະ ຫ້າມນໍາເອົາອາວຸດ, ທາດລະເບີດທີ່ບໍ່ໄດ້ຮັບອະນຸ ຍາດເຂົ້າມາໃນດິນແດນຂອງອີກຝ່າຍ, ແຕ່ລະຝ່າຍບໍ່ໄດ້ນໍາເອົາກໍາລັງຂອງຕົນມາເຄື່ອນໄຫວລາດຕະເວນເລິກເຂົ້າໃນດິນແດນຂອງອີກຝ່າຍ, ໄດ້ມີການຮ່ວມມື ແລະ ອໍານວຍຄວາມສະດວກຊຶ່ງກັນ ແລະ ກັນໃນການຜັກດັນພົນລະເມືອງຂອງແຕ່ລະຝ່າຍ ບໍ່ໃຫ້ເຂົ້າມາເຄື່ອນໄຫວຜິດກົດໝາຍໃນດິນແດນຂອງອີກຝ່າຍ ພ້ອມທັງຮ່ວມມືກັນ ໃນການສົ່ງຜູ້ຮ້າຍຂ້າມແດນ ລະຫວ່າງສອງຝ່າຍຕາມສົນທິສັນຍາ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ ລະຫວ່າງສອງລັດຖະບານ. ຈາກນັ້ນ, ທັງສອງຝ່າຍ ກໍໄດ້ມີຄໍາເຫັນແລກປ່ຽນບົດຮຽນວຽກງານວິຊາສະເພາະ ກໍຄືວຽກງານກວດຄົນເຂົ້າ-ອອກເມືອງຮ່ວມກັນຢ່າງກົງໄປ-ກົງມາ ແລະ ເຫັນດີເປັນເອກະພາບຮ່ວມມືກັນ ເພື່ອສືບຕໍ່ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ແລະ ພ້ອມກັນແກ້ໄຂບັນຫາຂໍ້ຄົງຄ້າງໃນຂົງເຂດວຽກງານກວດຄົນເຂົ້າ-ອອກເມືອງຂອງສອງປະເທດໃຫ້ນັບມື້ໄດ້ຮັບປະສິດທິຜົນສູງ ແລະ ຖືກຕ້ອງສອດຄ່ອງ ຕາມຫຼັກການລະບຽບກົດໝາຍ.

ກມຕຳຫວດກວດຄນເຂາ-ອອກເມອງ ລາວ-ກຳປເຈຍ ພບປະແລກປຽນການຮວມມ - image 2
 

ກອງປະຊຸມ, ທັງສອງຝ່າຍ ຍັງໄດ້ຮ່ວມກັນລົງນາມເຊັນບົດບັນທຶກວ່າດ້ວຍການຮ່ວມມືກັນ ປະຈໍາປີ 2026, ຝ່າຍລາວລົງນາມໂດຍທ່ານ ພັນເອກ ເພັດດາວົງ ແກ້ວກັນຍາ, ຝ່າຍກຳປູເຈຍ ລົງນາມໂດຍທ່ານ ພົນໂທ ສົກເວດສະນາ ໂດຍມີຄະນະທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

(ຂ່າວ-ພາບ: ແກ້ວອຸເພັດ)

ກມຕຳຫວດກວດຄນເຂາ-ອອກເມອງ ລາວ-ກຳປເຈຍ ພບປະແລກປຽນການຮວມມ - image 3

ຄໍາເຫັນ

ຂ່າວການຮ່ວມມື

ສຳເລັດຊຸດຝຶກອົບຮົມພາສາຫວຽດນາມໄລຍະສັ້ນ ໃຫ້ພະນັກງານຢູ່ແຂວງໄຊສົມບູນ

ສຳເລັດຊຸດຝຶກອົບຮົມພາສາຫວຽດນາມໄລຍະສັ້ນ ໃຫ້ພະນັກງານຢູ່ແຂວງໄຊສົມບູນ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງໄຊສົມບູນ ຮ່ວມກັບ ນະຄອນບັກນິງ ສສ ຫວຽດນາມ ໄດ້ສຳເລັດຊຸດຝຶກອົບຮົມວິຊາພາສາຫວຽດນາມຂັ້ນພື້ນຖານໃຫ້ພະນັກງານຫຼັກແຫຼ່ງ ແລະ ພະນັກງານວິຊາການ ແຂວງໄຊສົມບູນ. ພາຍຫຼັງດຳເນີນການຮຽນ-ການສອນມາເປັນເວລາ 3 ເດືອນ ປະຈຳປີ 2026 ຊຶ່ງເລີ່ມແຕ່ວັນທີ 15 ສິງຫາ 2026 ແລະ ໄດ້ສຳເລັດລົງຢ່າງຈົບງາມໃນວັນທີ 11 ພະຈິກນີ້, ໂດຍການເຂົ້າຮ່ວມຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ມີທ່ານ ພຸດລຳໄພ ທຽມພຣະສອນ ກໍາມະການພັກແຂວງ ຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຫົວໜ້າພະແນກ, ຄູ-ອາ ຈານ ຈາກນະຄອນບັກນິງ ສສ ຫວຽດນາມ ແລະ ພະນັກງານອ້ອມຂ້າງແຂວງ ເຂົ້າຮ່ວມ.
ມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

ມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

ພິທີມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງຈັດຂຶ້ນຢ່າງເປັນທາງການໃນວັນທີ 11 ພະຈິກນີ້, ທີ່ສະໜາມກິລາດັ່ງກ່າວ, ໂດຍມີທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ໂຄອິຊຶມິຊຶໂຕມຸເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ມີຮອງປະທານຄະນະກຳມາທິການບໍລິຫານງານອົງການ JICA, ບັນດາການນຳພັກ - ລັດຂອງສອງປະເທດລາວ - ຍີ່ປຸ່ນ, ແຂກຖືກເຊີນພ້ອມດ້ວຍມວນຊົນເຂົ້າຮ່ວມ.
ສະຫຼອງ 69 ປີວັນຊາດມາເລເຊຍ ແລະ 60 ປີ ສາຍພົວພັນການທູດລາວ-ມາເລເຊຍ

ສະຫຼອງ 69 ປີວັນຊາດມາເລເຊຍ ແລະ 60 ປີ ສາຍພົວພັນການທູດລາວ-ມາເລເຊຍ

​ ສະຖານເອກອັກຄະລັດຖະທູດ ມາເລເຊຍປະຈໍາ ສປປ ລາວ ທີ່ນະຄອນຫຼວງວຽງຈັນ, ໄດ້ຈັດງານສະເຫຼີມສະຫຼອງວັນຊາດມາເລເຊຍ ຄົບຮອບ 69 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ-ມາເລເຊຍ ຄົບຮອບ 60 ປີ ຢ່າງເປັນທາງການ ໃນວັນທີ 11 ພະຈິກຜ່ານມານີ້ ທີ່ໂຮງແຮມ ອາວານີ + ລ້ານຊ້າງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ບັນດາທູດ, ທູຕານຸທູດ ພ້ອມແຂກຖືກເຊີນ.
ເວທີປາໄສສັງຄົມນິຍົມໂລກ ຄັ້ງທີ 16 ເປີດຂຶ້ນຢູ່ນະຄອນຫຼວງປັກກິງ  (16th World Socialism Forum)

ເວທີປາໄສສັງຄົມນິຍົມໂລກ ຄັ້ງທີ 16 ເປີດຂຶ້ນຢູ່ນະຄອນຫຼວງປັກກິງ (16th World Socialism Forum)

ເວທີປາໄສສັງຄົມນິຍົມໂລກ ຄັ້ງທີ 16 (16th World Socialism Forum) ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 3 ຫາ 4 ພະຈິກ ຜ່ານມາ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ. ເປັນເຈົ້າພາບໂດຍ ສະຖາບັນວິທະຍາສາດສັງຄົມຈີນ, ສູນຄົ້ນຄວ້າສັງຄົມນິຍົມໂລກແຫ່ງສະຖາບັນວິທະຍາສາດສັງຄົມຈີນ, ສະຖາບັນຄົ້ນຄວ້າລັດທິມາກ, ສູນຄົ້ນຄວ້າແນວຄິດ (ສີ ຈິ້ນຜິງ) ວ່າດ້ວຍຍຸກສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກສະໄໝໃໝ່ ແລະ ສູນຄົ້ນຄວ້າແນວຄິດການສ້າງຕັ້ງພັກຂອງ (ສີ ຈິ້ນຜິງ).
ຄະນະສິລະປະກອນ ກອງບັນຊາການທະຫານເຂດ 5 ຫວຽດນາມ ສະແດງສິລະປະ ຢູ່ແຂວງອັດຕະປື

ຄະນະສິລະປະກອນ ກອງບັນຊາການທະຫານເຂດ 5 ຫວຽດນາມ ສະແດງສິລະປະ ຢູ່ແຂວງອັດຕະປື

ວັນທີ 9 ພະຈິກຜ່ານມາ, ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື, ຄະນະສິລະປະກອນ ຈາກກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ ນຳໂດຍ ສະຫາຍ ພັນໂທ ດິ່ງ ວັນ ເດ່ ຫົວໜ້າຄະນະສິລະປະກອນ ໄດ້ນຳພາຄະນະ ເຄື່ອນໄຫວສະແດງສິລະປະ ຢູ່ແຂວງອັດຕະປື ເພື່ອສະຫຼອງວັນຊາດແຫ່ງ ສປປ ລາວ ຄົບຮອບ 51 ປີ ຄື: ວັນທີ 2 ທັນວາ 1975-2 ທັນວາ 2026 ແລະ ໃນໂອກາດຄົບຮອບ 65 ປີ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄື: ວັນທີ 5 ກັນຍາ 1962-5 ກັນຍາ 2027 ແລະ ຄົບຮອບ 50 ປີ ວັນລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ວັນທີ 18 ກໍລະກົດ 1977-18 ກໍລະກົດ 2027 ທີ່ຈະມາເຖິງ.
ງານບຸນມະໂຫລານຊາວໜຸ່ມຫວຽດນາມ-ກໍາປູເຈຍ-ລາວ ປີ 2026 ທີ່ຫວຽດນາມ

ງານບຸນມະໂຫລານຊາວໜຸ່ມຫວຽດນາມ-ກໍາປູເຈຍ-ລາວ ປີ 2026 ທີ່ຫວຽດນາມ

ງານບຸນມະໂຫລານຊາວໜຸ່ມຫວຽດນາມ-ກຳາປູເຈຍ-ລາວ ປີ 2026 ຈັດຂຶ້ນໃນລະຫວ່າງວັນທີ 8-11 ພະຈິກ ນີ້ ທີ່ຫ້ອງປະຊຸມ ແລະ ວາງສະແດງແຂວງກວາງຫງາຍ ສສ ຫວຽດນາມ ເປັນກຽດເຂົ້າຮ່ວມໂດຍທ່ານ ອູ່ຮວັນ ກຳມະການສຳຮອງສູນກາງພັກ ຮອງເລຂາຜູ້ປະຈຳການພັກແຂວງ ປະທານຄະນະກຳມະການແນວໂຮມຊາວຫວຽດນາມ ແຂວງກວາງຫງາຍ ພ້ອມດ້ວຍແຂກຖືກເຊີນ ແລະ ຄະນະຜູ້ແທນຊາວໜຸ່ມທັງ 3 ປະເທດເຂົ້າຮ່ວມ. ຄະນະຜູ້ແທນຊາວໜຸ່ມລາວນຳພາໂດຍ ທ່ານ ນາງ ສີສົມພອນ ຕິປັນຍາ ຮອງຫົວໜ້າກົມພັດທະນາວິຊາຊີບຊາວໜຸ່ມລາວ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ).
ເປີດອົບຮົມ-ຫັດແອບວຽກງານສືບຂ່າວ-ຕີພິເສດແລະສ້ອມແປງອາວຸດປະຈໍາປີ 2026

ເປີດອົບຮົມ-ຫັດແອບວຽກງານສືບຂ່າວ-ຕີພິເສດແລະສ້ອມແປງອາວຸດປະຈໍາປີ 2026

ວັນທີ 10 ພະຈິກຜ່ານມາ, ກອງບັນຊາການທະຫານແຂວງແທັງຮວາສສຫວຽດນາມສົມທົບກອງບັນຊາການທະຫານແຂວງຫົວພັນໄດ້ເປີດຊຸດອົບຮົມ-ຫັດແອບວຽກງານສືບຂ່າວ-ຕີພິເສດແລະສ້ອມແປງອາວຸດປະຈໍາປີ 2026 ຢູ່ກອງບັນຊາການທະຫານແຂວງຫົວພັນ, ໂດຍມີສະຫາຍພົນຈັດຕະວາຄໍາເມືອງໂຄດວົງຄູນຫົວໜ້າການທະຫານກອງບັນຊາການທະຫານແຂວງຫົວພັນພ້ອມດ້ວຍຄະນະ, ສະຫາຍພັນເອກເຈີນຮີ້ວຕຸ່ງຮອງຫົວໜ້າການທະຫານກອງບັນຊາການທະຫານແຂວງແທັງຮວາສສຫວຽດນາມພ້ອມດ້ວຍຄະນະ, ມີບັນດາຄູ-ອາຈານແລະນັກຝຶກອົບຮົມເຂົ້າຮ່ວມ.
ພິທີຮັບຮອງແຜນປະຕິບັດງານແຫ່ງຊາດ ການຈັດຕັ້ງປະຕິບັດ ຂໍ້ຕົກລົງສາກົນ ການເຄື່ອນຍ້າຍຖິ່ນຖານທີ່ປອດໄພ

ພິທີຮັບຮອງແຜນປະຕິບັດງານແຫ່ງຊາດ ການຈັດຕັ້ງປະຕິບັດ ຂໍ້ຕົກລົງສາກົນ ການເຄື່ອນຍ້າຍຖິ່ນຖານທີ່ປອດໄພ

ໃນວັນທີ 10 ພະຈິກ ນີ້ ທີ່ ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງພິທີຮັບຮອງຢ່າງເປັນທາງການ ແຜນປະຕິບັດງານແຫ່ງຊາດ ການຈັດຕັ້ງປະຕິບັດ ຂໍ້ຕົກລົງສາກົນ ວ່າດ້ວຍ ການເຄື່ອນຍ້າຍຖິ່ນຖານທີ່ປອດໄພ, ເປັນລະບຽບ ແລະ ປົກກະຕິ ສຳລັບ ສປປ ລາວ, ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ທັນຍາ ປາຊີຟີໂກ (Ms. Tanja Pacifico) ຫົວໜ້າອົງການສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈໍາ ສປປ ລາວ ແລະ ຣາຊະອານາຈັກໄທ ຊຶ່ງມີຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງ ການພາກລັດ, ອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງສາກົນ ແລະ ແຂກທີ່ກ່ຽວຂ້ອງເຂົ້າຮ່ວມ 70 ກວ່າທ່ານ.
ທ່ານ ລິນຄໍາ ດວງສະຫວັນ ຕ້ອນຮັບເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາລາວ

ທ່ານ ລິນຄໍາ ດວງສະຫວັນ ຕ້ອນຮັບເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາລາວ

ໃນວັນທີ 10 ພະຈິກນີ້ ທີ່ຫ້ອງຮັບແຂກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມອໍາລາ ຂອງ ທ່ານ ໂຄອິຊຶມິ ຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດພາລະກິດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ທ່ານ ໄມທອງ ທຳມະວົງສາຕ້ອນຮັບຜູ້ອຳນວຍການຫ້ອງການADBເຂົ້າຍື່ນສານແຕ່ງຕັ້ງ

ທ່ານ ໄມທອງ ທຳມະວົງສາຕ້ອນຮັບຜູ້ອຳນວຍການຫ້ອງການADBເຂົ້າຍື່ນສານແຕ່ງຕັ້ງ

ໃນວັນທີ 9ພະຈິກຜ່ານມາ, ທີ່ ກະຊວງການຕ່າງປະເທດ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຍື່ນສານແຕ່ງຕັ້ງ ຂອງ ທ່ານນາງ ຫວງ ຈີງໝິນ(Jingmin Huang) ຜູ້ອຳນວຍການຫ້ອງການທະນາຄານພັດທະນາອາຊີ (ADB)ປະຈຳ ສປປ ລາວ ຄົນໃໝ່.
ເພີ່ມເຕີມ