![]() |
ທ່ານ ອາຈານ ນາງ ລັດດາວັນ ພົມມະເສນ ຮອງຜູ້ອໍານວຍການໂຮງຮຽນ ມສ ອຸທຸມພອນ ໄດ້ກ່າວວ່າ: ເພື່ອເຮັດໃຫ້ວຽກງານພະລະ-ສິລະປະ ເປັນບໍ່ເກີດແຫ່ງຄວາມສາມັກຄີ ແລະ ດຶງດູດຄວາມສົນໃຈໃຫ້ມີບັນຍາກາດໃນການສຶກສາຮໍ່າຮຽນຂອງນັກຮຽນ ແລະ ທັງເປັນການສ້າງຂະບວນການຕ້ານສິ່ງເສບຕິດພາຍໃນໂຮງຮຽນ, ສະນັ້ນແລ້ວການຈັດກິດຈະກໍາທາງດ້ານພາລະສຶກສາປະກອບມີ 11 ປະເພດກິລາແຂ່ງຂັນ ແລະ ກິດຈະກໍາທາງດ້ານ ສິລະປະສຶກສາແມ່ນໄດ້ມີການປະກວດແຂ່ງຂັນລະຫວ່າງຫ້ອງຕໍ່ຫ້ອງ ໃນລາຍການທີ່ກໍານົດໄວ້ ບໍ່ວ່າຈະເປັນ ລໍາວົງລາວມາດຕະຖານ,ບົດຟ້ອນສິລະປະ-ວັນນະຄະດີ,ຂັບລໍາທ້ອງຖິ່ນ,ບົດເພງ,ດົນຕຣີພື້ນເມືອງ ແລະ ດົນຕຣີສາກົນເຊິ່ງໄລຍະເວລາຂອງການແຂ່ງຂັນແມ່ນໄດ້ເລີ່ມມາແຕ່ເດືອນ ຕຸລາ 2026 ຈົນເຖິງເດືອນ ພະຈິກ 2026 ຈິ່ງຈະສໍາເລັດຕາມແຜນການເຊິ່ງພາຍໃນໂຮງຮຽນ ມສ ອຸທຸມພອນມີນັກຮຽນທັງໝົດ 941 ຄົນ,ຍິງ 530 ຄົນ,ໃນນີ້ຊັ້ນ ມ ຕົ້ນ ມີຈໍານວນນັກຮຽນທັງໝົດ 561 ຄົນ,ຍິງ 306 ຄົນ,ຊັ້ນມ ປາຍມີຈໍານວນນັກຮຽນທັງໝົດ 376 ຄົນ,ຍິງ 221 ຄົນ,ມີອາຄານຮຽນ 9 ຫຼັງ,ແບ່ງເປັນຫ້ອງຮຽນປົກະຕິ 21 ຫ້ອງ.
ທ່ານ ສີວິໄລ ສຸລິໂຍ ມີຄໍາເຫັນວ່າ: ງານແຂ່ງຂັນພະລະສຶກສາ-ສິລະປະສຶກສາ ຂອງໂຮງຮຽນ ມສ ອຸທຸມພອນປະຈໍາປີນີ້ ຈັດຂຶ້ນເພື່ອສ້າງຂະບວນການຄວາມສາມັກຄີມິດຕະພາບ ແລະ ພັດທະນາເຍົາວະຊົນ-ຊາວໜຸ່ມ,ໄວໜຸ່ມທາງດ້ານແນວຄິດ ແລະ ສຸຂະພາບ,ສ້າງຄວາມເບີກບານມ່ວນຊື່ນຫັນເອົາກິລາເປັນກິດຈະກໍາສົ່ງເສີມພະລັງຂອງຄົນຮຸ່ນໜຸ່ມ ໃຫ້ເຊື່ອມຊືມຈິດໃຈແຫ່ງຄວາມສາມັກຄີ,ມິດຕະພາບ,ເພື່ອສຸຂະພາບທີ່ແຂງແຮງ ພ້ອມກັນປະກອບສ່ວນເຂົ້າໃນການປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມພາລະກິດປະຕິວັດ, ປ່ຽນແປງໃໝ່ຮອບດ້ານໃຫ້ບັນລຸຜົນສໍາເລັດຢ່ງາຈົບບງາມ. ຄຽງຄູ່ກັນນີ້ຍັງເປັນການເສີມຂະຫຍາຍມູນເຊື້ອໂຮງຮຽນຕົວແບບດ້ານພະລະສຶກສາ-ສິລະປະສຶກສາ,ທັງເປັນໂຮງຮຽນສີຂຽວ ມີທໍາມະຊາດທີ່ສວຍສົດງົດງາມກາຍເປັນຕົວແບບທາງດ້ານສິ່ງແວດລ້ອມເຊິ່ງເຕັມໄປດ້ວຍຊັບພະຍາກອນອັນລໍ້າຄ່າ,ຄຽງຄູ່ກັນນີ້ຍັງເປັນການສ້າງຂະບວນການຕ້ານສິ່ງເສບຕິດພາຍໃນໂຮງຮຽນ ແລະ ນອກໂຮງຮຽນອີກດ້ວຍ.
ໃນພິທີຍັງໄດ້ມີການສະແດງສິລະປະ-ວັນນະຄະດີ,ການສະແດງສິລະປະມວຍລາຍລາວ,ການແຂ່ງຂັນກິລາຊ່ວງເຮືອບົກ ແລະ ກິລາດຶງເຊືອກ ລະຫວ່າງຫ້ອງຕໍ່ຫ້ອງອີກດ້ວຍ.
ຂ່າວ: ອຸທຸມພອນ

ຄໍາເຫັນ