ສ​ສກເກັບ​ຂໍ້ມູນການ​ສຶກ​ສາ​ຄົ້ນ​ຄວ້າເພື່ອສົ່ງເສີມ ການສຶກສາຮຽນຮ່ວມຂອງນັກຮຽນພິການ

ສ​ສກເກັບ​ຂໍ້ມູນການ​ສຶກ​ສາ​ຄົ້ນ​ຄວ້າເພື່ອສົ່ງເສີມ ການສຶກສາຮຽນຮ່ວມຂອງນັກຮຽນພິການ

ສ​ສກເກັບ​ຂໍ້ມູນການ​ສຶກ​ສາ​ຄົ້ນ​ຄວ້າເພື່ອສົ່ງເສີມ ການສຶກສາຮຽນຮ່ວມຂອງນັກຮຽນພິການ
ການເຂົ້າໃຈສິ່ງທີ່ເກີດຂຶ້ນໃນຫ້ອງຮຽນຕົວຈິງແມ່ນມີຄວາມສໍາຄັນສໍາລັບການປັບປຸງການສຶກສາສໍາລັບເດັກພິການ, ຄູສາມາດໃຊ້ວິທີການທີ່ແຕກຕ່າງກັນເພື່ອຊ່ວຍໃຫ້ນັກຮຽນມີສ່ວນຮ່ວມໃນບົດຮຽນ. ປະສົບການໃນຫ້ອງຮຽນຈະແຕກຕ່າງກັນຫຼາຍສໍາລັບນັກຮຽນທີ່ມີຄວາມຫຍຸ້ງຍາກໃນດ້ານການເບິ່ງເຫັນ, ການໄດ້ຍິນ, ການສື່ສານ, ການເຄື່ອນໄຫວ ຫຼື ດ້ານການຮຽນຮູ້, ການເຂົ້າໃຈປະສົບການເຫຼົ່ານີ້ ຈະຊ່ວຍໃຫ້ຄູ ແລະ ຜູ້ເຮັດວຽກສຶກສານິເທດເຂົ້າໃຈຕໍ່ຄວາມຕ້ອງການຂອງນັກຮຽນເພື່ອໃຫ້ນັກຮຽນທຸກຄົນສາມາດຮຽນຮູ້ຮ່ວມກັນໄດ້.
ສ​ສກເກບ​ຂມນການ​ສກ​ສາ​ຄນ​ຄວາເພອສງເສມ ການສກສາຮຽນຮວມຂອງນກຮຽນພການ - image 1
 

ກະຊວງສຶກສາທິການ ແລະ ກິລາ(ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີຜ່ານແຜນງານບີຄວາ, ກຳລັງນຳພາຂັ້ນຕອນໃໝ່ຂອງການສຶກສາຄົ້ນຄວ້າການຮຽນຮ່ວມຂອງນັກຮຽນພິການ, ໃນລະຫວ່າງວັນທີ 17 ຫາ 19ພະຈິກ 2026, ທີມງານສຶກສາຄົ້ນຄວ້າ ໄດ້ລົງຕິດຕາມເພື່ອສັງເກດການສອນກິດຈະກຳໃນຫ້ອງຮຽນ ແລະ ສຳພາດນັກຮຽນພິການກ່ຽວກັບປະສົບການຂອງເຂົາເຈົ້າຢູ່ໂຮງຮຽນ. ການສຶກສາຄົ້ນຄວ້າດັ່ງກ່າວດຳເນີນໂດຍ ການນຳພາຂອງວິຊາການຫ້ອງການສຶກສາທິການ ແລະ ກິລາເມືອງຄູນ ແລະ ທີມງານວິຊາການຈາກ ວິທະຍາເຂດຄັງໄຂມະຫາວິທະຍາໄລສ້າງຄູແຫ່ງຊາດ ພາຍໃຕ້ການຊີ້ນຳຂອງກົມພັດທະນາການສຶກສາຄູ ແລະ ການບໍລິຫານການສຶກສາ.

ສ​ສກເກບ​ຂມນການ​ສກ​ສາ​ຄນ​ຄວາເພອສງເສມ ການສກສາຮຽນຮວມຂອງນກຮຽນພການ - image 2
 

ການສຶກສາຄົ້ນຄວ້າດັ່ງກ່າວ ຈະໄດ້ດຳເນີນໄປຕະຫຼອດສົກຮຽນ 2026–2027 ໃນໂຮງຮຽນປະຖົມຈຳນວນໜຶ່ງທີ່ເມືອງຄູນ ແຂວງຊຽງຂວາງ, ການສຶກສາຄົ້ນຄວ້າດັ່ງກ່າວກຳລັງສຶກສາເຖິງວິທີການນຳໃຊ້ຊັບພະຍາກອນການສອນແບບຮຽນຮ່ວມ ໃນຫ້ອງຮຽນຕົວຈິງທີ່ພັດທະນາໂດຍກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນດ້ານວິຊາການຈາກ ແຜນງານບີຄວາ, ຊັບພະຍາກອນດັ່ງກ່າວປະກອບມີເອກະສານເພື່ອຊ່ວຍໃຫ້ຄູເຂົ້າໃຈເຖິງຄວາມຕ້ອງການດ້ານການຮຽນຮູ້ ແລະ ການສະໜັບສະໜູນຂອງນັກຮຽນ, ຄຳແນະນຳໃນກາດັດປັບການສອນຂອງເຂົາເຈົ້າ, ພ້ອມທັງມີວິດີໂອທີ່ສະແດງໃຫ້ເຫັນເຖິງລັກສະນະທ່າທາງຂອງນັກຮຽນ ໃນຫ້ອງຮຽນ ທີ່ອາດຈະຊີ້ບອກວ່າເດັກຕ້ອງການການເອົາໃຈໃສ່ເພີ່ມເຕີມເມື່ອໃດ. ການຄົ້ນຄວ້າດັ່ງກ່າວຈະຊ່ວຍປະເມີນວ່າເອກະສານເຫຼົ່ານີ້ມີຄວາມຊັດເຈນ, ໃຊ້ໄດ້ຈິງ ແລະ ເປັນປະໂຫຍດ ຕໍ່ຄູໃນການສິດສອນປະຈຳວັນຂອງເຂົາເຈົ້າຫຼືບໍ່.

ທ່ານ ລຳພູນ ຫຼວງໄຊຫົວໜ້າກົມພົດທະນາຄູ ແລະ ການບໍລິຫານການສຶກສາ ກ່າວວ່າ: “ກະຊວງສຶກສາທິການ ແລະ ກິລາ ຕ້ອງການສຶກສາຄົ້ນຄວ້າ ແລະ ສຶກສາຫຼັກຖານທີ່ສະທ້ອນເຖິງຄວາມເປັນຈິງຂອງໂຮງຮຽນ ແລະ ປະສົບການຂອງນັກຮຽນ, ໂດຍການສຶກສາການປະຕິບັດການສອນໃນຫ້ອງຮຽນ ແລະ ການຟັງຄຳເຫັນຈາກນັກຮຽນໂດຍກົງ, ພວກເຮົາຈະສາມາດລະບຸການສະໜັບສະໜູນທີ່ເປັນປະໂຫຍດທີ່ສຸດ ແລະ ເລືອກວິທີການສົ່ງເສີມການສອນຂອງຄູ.”

ໃນລະຫວ່າງການລົງສັງເກດການຂັ້ນທ້ອງຖິ່ນ, ທີມງານຄົ້ນຄວ້າ ກຳລັງສັງເກດວິທີທີ່ຄູຈັດກິດຈະກຳ ແລະ ຊ່ວຍເຫຼືອນັກຮຽນພິການໃນລະຫວ່າງການຮຽນ, ທີມງານສຶກສາຄົ້ນຄວ້າຈະສັງເກດ ວິທີທີ່ຄູດັດປັບກິດຈະກຳ, ໃຫ້ການສະໜັບສະໜູນເພີ່ມເຕີມ ແລະ ການມີສ່ວນຮ່ວມຂອງນັກຮຽນໃນການຮຽນໃນຫ້ອງຮຽນ. ພ້ອມທັງ ຈະສັງເກດເບິ່ງວິທີທີ່ນັກຮຽນປະຕິບັດຕາມຄຳແນະນຳ, ສື່ສານ, ເຮັດວຽກບ້ານໃຫ້ສຳເລັດ, ເຮັດກິດຈະກຳຮ່ວມກັບເພື່ອນຮ່ວມຫ້ອງ ແລະ ເຂົ້າຮ່ວມກິດຈະກຳໃນຫ້ອງຮຽນ.

ຄູພອນສະຫວັນ ຈັນທະລາ ຄູສອນຫ້ອງຄວບ ປ.3 ແລະ ປ.4 ໄດ້ກ່າວ່າ: “ໃນຫ້ອງຮຽນຂອງຂ້າພະເຈົ້າມີນັກຮຽນພິການ 1 ຄົນ, ລາວເປັນຄົນຫູໜວກ ແລະ ເວົ້າບໍ່ໄດ້. ໃນເວລາສອນ, ຂ້າພະເຈົ້າໄດ້ໃຊ້ພາສາກາຍເພື່ອສື່ສານກັບລາວແລະ ໄດ້ເອົາໃຈໃສ່ໃນການແນະນຳລາວເປັນພິເສດ ເຊັ່ນ: ໃນວິຊາຄະນິດສາດ, ຂ້າພະເຈົ້າໄດ້ໃຊ້ໄມ້ດິ້ວ ເພື່ອຊ່ວຍລາວນັບເລກ, ໃຊ້ບັດຄຳສັບ ແລະ ບັດຮູບພາບ ເພື່ອຊ່ວຍລາວໃນການຮຽນວິຊາພາສາລາວ. ພ້ອມນີ້ ໃນຫ້ອງ, ກໍຍັງມີໝູ່ຮ່ວມຫ້ອງທີ່ພາລາວຂຽນໜັງສື ແລະ ພວກເຮົາພະຍາຍາມຊ່ວຍລາວ ໃຫ້ສາມາດຮຽນຮ່ວມກັບໝູ່ໃນຫ້ອງໃຫ້ໄດ້, ສິ່ງທ້າທາຍໃນການສອນຂອງຂ້າພະເຈົ້າ ແມ່ນການແບ່ງເວລາສອນນັກຮຽນໂດຍສະເພາະຜູ້ທີ່ມີຄວາມພິການ ອາດຈະບໍ່ທົ່ວເຖິງເທົ່າທີ່ຄວນ”.

ທີມງານຍັງໄດ້ສຳພາດນັກຮຽນທີ່ມີຄວາມພິການ, ການສົນທະນາເຫຼົ່ານີ້ ຊ່ວຍໃນການສຶກສາເຖິງ ສິ່ງທີ່ນັກຮຽນພົບວ່າງ່າຍ ຫຼື ຍາກຢູ່ໂຮງຮຽນ, ວິທີທີ່ຄູ ແລະ ເພື່ອນຮ່ວມຫ້ອງສະໜັບສະໜູນເຂົາເຈົ້າ ແລະ ການຊ່ວຍເຫຼືອເພີ່ມເຕີມອັນໃດທີ່ສາມາດປັບປຸງການຮຽນຮູ້ ແລະ ການມີສ່ວນຮ່ວມຂອງເຂົາ, ນັກຮຽນຍັງຈະຖືກຖາມກ່ຽວກັບການເຂົ້າເຖິງຫ້ອງຮຽນ ແລະ ສິ່ງອຳນວຍຄວາມສະດວກອື່ນໆຂອງໂຮງຮຽນ ແລະ ວິທີການປັບປຸງສິ່ງນີ້.

ການສໍາພາດນັກຮຽນແມ່ນໃຊ້ເຄື່ອງມືໃໝ່ທີ່ມີຄໍາຖາມ, ຮູບພາບ ແລະ ສັນຍາລັກບອກຄວາມຮູ້ສຶກທີ່ງ່ເຂົ້າໃຈງ່າຍ, ນັກຮຽນ ແລະ ຜູ້ສໍາພາດສາມາດເຫັນຮູບພາບດຽວກັນ, ເຮັດໃຫ້ນັກຮຽນເຂົ້າໃຈຄໍາຖາມ ແລະ ສະແດງຄວາມຄິດເຫັນຂອງເຂົາເຈົ້າໄດ້ງ່າຍຂຶ້ນ, ມີການສະໜັບສະໜູນດ້ານການແປພາສາຊົນເຜົ່າ ຫາກນັກຮຽນທີ່ສຳພາດຍັງບໍ່ສາມາດເວົ້າພາສາລາວໄດ້ດີເທື່ອ.

ນັກຮຽນຫ້ອງ ປ.5 ຄົນໜຶ່ງໄດ້ໃຫ້ສຳພາດໃນລະຫວ່າງການສັງເກດການສອນໃນຫ້ອງຮຽນວ່າ:“ຫຼານມີຄວາມຫຍຸ້ງຍາກໃນການເບິ່ງເຫັນ ທີ່ບໍ່ສາມາດເບິ່ງເຫັນໄກໄດ້, ຄູໄດ້ຊ່ວຍເຫຼືອໃນການຮຽນເຊັ່ນ: ໄດ້ພິມເຈ້ຍທີ່ໂຕໜັງສືໃຫຍ່ມາໃຫ້ອ່ານ, ໄດ້ເອົາແຜ່ນຂະຫຍາຍມາໃຫ້ຊ່ວຍເບິ່ງ ແລະ ຄູໄດ້ເອົາໃຈໃສ່ອະທິບາຍເວລາບໍ່ເຂົ້າໃຈ,ໃນຫ້ອງກໍຍັງມີໝູ່ ທີ່ພາຮຽນ ແລະ ແນະນຳການຈົດກ່າຍ ຖ້າຫາກແນມບໍ່ເຫັນ, ການມາໂຮງຮຽນແມ່ນມ່ວນຫຼາຍ, ໄດ້ເຮັດກິດຈະກຳຫຼາຍໆຢ່າງກັບໝູ່ ແລະ ຕົນເອງກໍດີໃຈທີ່ໄດ້ຮຽນໜັງສືຮ່ວມກັບໝູ່”.

ການຮັບຟັງນັກຮຽນແມ່ນສ່ວນໜຶ່ງທີ່ສຳຄັນຂອງການສຶກສາຄົ້ນຄວ້າ ເພາະວ່າວິທີແກ້ໄຂດ້ານການສຶກສາຄວນໄດ້ຮັບການອອກແບບຮ່ວມກັບທຸກຄົນທີ່ມີຄວາມເຂົ້າໃຈກ່ຽວກັບສິ່ງທີ່ສາມາດປະຕິບັດໄດ້ໃນສະຖານະການຂອງຕົນເອງ,ນັກຮຽນອາດຈະລະບຸອຸປະສັກທີ່ບໍ່ສາມາດເບິ່ງເຫັນໄດ້ຜ່ານການສັງເກດການສອນໃນຫ້ອງຮຽນພຽງຢ່າງດຽວ, ທັດສະນະຂອງເຂົາເຈົ້າຍັງສາມາດເນັ້ນໃຫ້ເຫັນວິທີການຕ່າງໆທີ່ເຮັດໃຫ້ເຂົາເຈົ້າຮູ້ສຶກໝັ້ນໃຈ ແລະ ສາມາດເຂົ້າຮ່ວມໄດ້ຫຼາຍຂຶ້ນ.

ທີມງານສຶກສາຄົ້ນຄວ້າຈະສືບຕໍ່ເກັບກຳ ແລະ ວິເຄາະ ຂໍ້ມູນໃນລະຫວ່າງສົກຮຽນ 2026–2027, ການລົງຢ້ຽມຢາມໂຮງຮຽນໃນຄັ້ງຕໍ່ໄປ ຈະຊ່ວຍທົບທວນວິທີການນຳໃຊ້ເອກະສານ ແລະ ກຳນົດສິ່ງທີ່ຄວນປັບປຸງ ຫຼື ການສະໜັບສະໜູນເພີ່ມເຕີມທີ່ຄູອາຈານຕ້ອງການ.

ຜົນການສຶກສາຄົ້ນຄວ້າຄາດວ່າຈະໃຫ້ສຳເລັດໄດ້ພາຍໃນກາງປີ 2027. ຫຼັງຈາກນັ້ນ, ສສກຈະຮ່ວມກັບລັດຖະບານອົດສະຕຣາລີ ເພື່ອນຳໃຊ້ຫຼັກຖານປັບປຸງສື່ການຮຽນ-ການສອນ ແລະ ສ້າງກິດຈະກຳທີ່ສົ່ງເສີມການສຶກສາຮຽນຮ່ວມໃນອະນາຄົດ.

ຂ່າວ: ສສກ

ຄໍາເຫັນ

ຂ່າວສືກສາ-ກິລາ

ງານພົບປະເຍົາວະຊົນທັນວາ ທົ່ວເມືອງນາຊາຍທອງ ປະຈຳປີ 2026

ງານພົບປະເຍົາວະຊົນທັນວາ ທົ່ວເມືອງນາຊາຍທອງ ປະຈຳປີ 2026

ງານພົບປະເຍົາວະຊົນທັນວາ ປະຈໍາປີ 2026 ຈັດຂຶ້ນໃນວັນທີ 20 ພະຈິກຜ່ານມາ ທີ່ໂຮງຮຽນມັດທະ ຍົມສົມບູນ ຟ້າສີຄາມ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ພູວອນ ພົງລາດແລ້ວ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ຜູ້ຊີ້ນຳວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ບັນດາຫ້ອງການ, ຄະນະກໍາມະການປົກຄອງຕາແສງ, ບ້ານ, ຄະນະຜູ້ອໍານວຍການໂຮງຮຽນ, ຄູ-ອາຈານ ແລະ ສະມາ ຊິກເຍົາວະຊົນທັນວາ ເຂົ້າຮ່ວມ.
ໂຮງຮຽນພູນສະຫວັດ-ຟ້າສີຄາມ ຊະນະເລີດແຂ່ງຂັນສິລະປະຟ້ອນ ນັກຮຽນມັດທະຍົມປີ 2026

ໂຮງຮຽນພູນສະຫວັດ-ຟ້າສີຄາມ ຊະນະເລີດແຂ່ງຂັນສິລະປະຟ້ອນ ນັກຮຽນມັດທະຍົມປີ 2026

ບໍລິສັດ ລາວເວີນ ຈໍາກັດ ຮ່ວມກັບ ຂະແໜງກິລາກາຍະກໍາ ແລະ ສິລະປະສຶກສາ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ຈັດການແຂ່ງຂັນສິລະປະຟ້ອນລວມໝູ່ ນັກຮຽນມັດທະຍົມສຶກສາ ທົ່ວ ນວ ຊີງທຶນການສຶກສາ ປະຈໍາປີ 2026 ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ຈັດຂຶ້ນໃນວັນທີ 21-22 ພະຈິກ ນີ້ ຢູ່ສູນການຄ້າລາວ-ໄອເຕັກ ເພື່ອເຮັດໃຫ້ຊາວໜຸ່ມ-ເຍົາວະຊົນ ທີ່ມັກຮັກໃນການສະແດງສິລະປະ-ວັດທະນະທໍາຮີດຄອງປະເພນີລາວ (ຮີດ 12 ຄອງ 14) ແລະ ໃຊ້ເວລາຫວ່າງໃຫ້ເກີດປະໂຫຍດ ຫ່າງໄກຈາກສິ່ງເສບຕິດ.
ມສ ອຸທຸມພອນຈັດກິດຈະກໍາແຂ່ງຂັນພາລະ-ສິລະປະສຶກສາ ປະຈໍາປີ 2026- 2027

ມສ ອຸທຸມພອນຈັດກິດຈະກໍາແຂ່ງຂັນພາລະ-ສິລະປະສຶກສາ ປະຈໍາປີ 2026- 2027

ໂຮງຮຽນມັດທະຍົມສົມບູນອຸທຸມພອນເມືອງອຸທຸມພອນແຂວງສະຫວັນນະເຂດ, ໄດ້ຈັດກິດຈະກໍາງານແຂ່ງຂັນພາລະສຶກສາ-ສິລະປະສຶກສາ ປະຈໍາປີ 2026-2027ໃນວັນທີ 19 ພະຈິກນີ້ ທີ່ເດິ່ນໂຮງຮຽນດັ່ງກ່າວ,ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສີວິໄລ ສຸລິໂຍຮອງປະທານຄະນະກໍາມະການປົກຄອງເມືອງອຸທຸມພອນ.
ຄອບຄົວພູມສະຫວັນ ທຸ້ມທຶນ 4.5ຕື້ກີບ ສ້າງໂຮງຮຽນມັດທະຍົມໜອງປີງ

ຄອບຄົວພູມສະຫວັນ ທຸ້ມທຶນ 4.5ຕື້ກີບ ສ້າງໂຮງຮຽນມັດທະຍົມໜອງປີງ

ຄອບຄົວແມ່ເຖົ້າ ພູທອນ ພູມສະຫວັນ ພ້ອມດ້ວຍລູກຫຼານ ທຸ້ມທຶນ 4.5 ຕື້ກີບ ກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ ໜອງປີງ ເມືອງບົວລະພາ ແຂວງ​ຄຳ​ມ່ວນເພື່ອສ້າງສະພາບແວດລ້ອມການຮຽນທີ່ດີ ແລະ ຂະຫຍາຍໂອກາດໃຫ້ເດັກນ້ອຍເຂົ້າເຖິງການສຶກສາ.
ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ລົງຕິດຕາມ ສະພາບອາຄານຮຽນຂອງໂຮງຮຽນ ມ.ປ ທ່າແຂກ ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາ, ໂດຍມີ ທ່ານ ຄໍາໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ຂະບວນການແຂ່ງຂັນກິລາ-ສີລະປະ ປະຈຳສົກຮຽນ 2026-2027 ຂອງໂຮງຮຽນມັດທະຍົມສົມບູນນາໄຊ ເມືອງ ແລະ ແຂວງສາລະວັນ ໄດ້ຈັດຂຶ້ນດ້ວຍບັນຍາກາດຟົດຟຶ້ນ, ໃນພິທີໄດ້ການເດີນສວນສະໜາມ 8 ກ້ອນກຳລັງ ຄື: ກ້ອນກຳລັງເຍົາວະຊົນ, ສີລະປະ, ນັກຮຽນ, ກິລາເປຕັງ, ກິລາບານເຕະ, ກິລາບານສົ່ງ, ກິລາກະຕໍ້ ປະເພດຊາຍ-ຍິງ, ກ້ອນກຳລັງຊາວໜຸ່ມ-ແມ່ຍິງ ແລະ ກ້ອນກຳລັງກຳມະການ, ພ້ອມທັງສະແດງສີລະປະ ປະເພດບົດຟ້ອນ ແລະ ບົດເພງ ຈາກນ້ອງນັກຮຽນ.
ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ວັນທີ 12 ພະຈິກ ຜ່ານມາ ທີ່ສະໜາມກິລາເບສບອນແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ (ນວ), ສະຫະພັນກິລາເບສບອນ-ຊັອບບອນແຫ່ງຊາດລາວ ໄດ້ຈັດພິທີເປີດການແຂ່ງຂັນກິລາເບສບອນ-ຊັອບບອນ ຊີງຂັນທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 5 ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ຄຳຜາຍ ສີສະຫວັນ ປະທານສະຫະພັນເບສບອນ-ຊັອບບອນແຫ່ງຊາດລາວ, ມີ ທ່ານ ແສງພອນ ພົນອາມາດ ຮອງປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ລີຢູຈິນ (LEE YOO JIN) ຮອງເລຂາທິການສະຖານທູດ ສ ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະບໍລິຫານງານສະຫະພັນ, ຜູ້ໃຫ້ການສະໜັບສະໜູນ, ຄະນະກຳມະການຕັດສິນ, ຄູຝຶກ, ນັກກິລາ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຮ່ວມກັບໂຮງຮຽນການເມືອງແລະ ການປົກຄອງແຂວງຫຼວງນ້ຳທາ ຈັດກອງປະຊຸມສຳມະນາວິທະຍາສາດທົ່ວປະເທດພາຍໃຕ້ຫົວຂໍ້: “ພັດທະນາໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໃຫ້ເຂັ້ມແຂງ” ຈັດຂຶ້ນໃນວັນທີ 11 ພະຈິກຜ່ານມາ. ກອງປະຊຸມຄັ້ງນີ້ໄດ້ຮຽນເຊີນທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າ ສມປຊ ເປັນປະທານ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ; ໂດຍມີທ່ານ ສຸພາວະດີ ຫຼ້າຄຳສາຍ ຄະນະບໍລິຫານງານພັກ ຮອງຫົວໜ້າ ສມປຊ ເປັນຜູ້ດຳເນີນການສຳມະນາ. ເຂົ້າຮ່ວມກອງປະຊຸມມີຄະນະພັກ, ຄະນະອຳນວຍການ, ຄູ-ອາຈານ, ນັກວິທະຍາສາດແລະ ຄະນະຮັບຜິດຊອບຕາງໜ້າໃຫ້ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງທັງ 18 ໂຮງຮຽນໃນທົ່ວປະເທດ.
ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວັນທີ 11 ພະຈິກຜ່ານມາ, ວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ ໄດ້ຈັດການແຂ່ງຂັນທັກສະສີມື “AI+ກະສິກຳ” ປະຈຳປີ 2026 ພາຍໃຕ້ໂຄງການສີມືແຮງງານກະສິກຳແບບທັນສະໄໝ ລາວ-ຈີນ ໂດຍມີທ່ານ ຕຽງຄຳ ໄຊຍະວົງ ຮັກສາການ ຜູ້ອຳນວຍການວິທະຍາໄລ ເປັນປະທານ ພ້ອມດ້ວຍຕົວແທນພາກລັດ, ເອກະຊົນ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຈັດພິທີແຈກຢາຍຢາກິນຂ້າແມ່ທ້ອງໃຫ້ນັກຮຽນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນທົ່ວເມືອງ ໃນວັນທີ 12 ພະຈິກນີ້, ທີ່ເດີ່ນໂຮງຮຽນ ມສ ອຸທຸມພອນໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ອິນທະວົງສາ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ບຸນໂຮງ ແສງອາລຸນ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ທ່ານ ສອນວິໄລ ອຸພະມີໄຊ ຫົວໜ້າຫ້ອງການສຶກສາທິການ-ກິລາເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ