![]() |
ການແຂ່ງຂັນຄັ້ງນີ້, ມີນັກສະແດງເຂົ້າຮ່ວມທັງໝົດ 20 ຄະນະ ທີ່ຄັດເລືອກມາຈາກ 7 ເມືອງ ທີ່ຂຶ້ນກັບ ນວ. ໃນນັ້ນໄດ້ກໍານົດເອົາ 2 ລາຍການຄື: ຟ້ອນລວມໝູ່ ຊັ້ນມັດທະຍົມຕອນຕົ້ນ ມີ 11 ຄະນະ ແລະ ຟ້ອນ ລວມໝູ່ ຊັ້ນມັດທະຍົມຕອນປາຍ ມີ 9 ຄະນະ.
ຜ່ານການແຂ່ງຂັນ, ຜົນປະກົດວ່າ: ຟ້ອນລວມໝູ່ ຊັ້ນມັດທະຍົມຕົ້ນ ຊະນະເລີດແມ່ນໂຮງຮຽນພູນສະຫວັດ ເມືອງນາຊາຍທອງ, ຮອງຊະນະເລີດ ໂຮງຮຽນປາດຖະໜາ ເມືອງໄຊເສດຖາ ແລະ ທີ 3 ໂຮງຮຽນສີຄໍາພັດທະນາ ເມືອງໄຊທານີ 2; ສໍາລັບຟ້ອນລວມໝູ່ ຊັ້ນມັດທະຍົມປາຍ ຊະນະເລີດໂຮງຮຽນຟ້າສີຄາມ ເມືອງນາຊາຍທອງ, ຮອງຊະນະເລີດ ໂຮງຮຽນ KNC ເມືອງຫາດຊາຍຟອງ ແລະ ທີ 3 ໂຮງຮຽນນິຣະດາ ເມືອງຈັນທະບູລີ.
![]() |
ສ່ວນປະເພດຂອງຂວັນລາງວັນ ປະເພດຟ້ອນລວມໝູ່ ຊັ້ນມັດທະຍົມຕົ້ນ ຊະນະເລີດ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 7 ລ້ານກີບ, ຮອງຊະນະເລີດ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 6 ລ້ານກີບ ແລະ ທີ 3 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 5 ລ້ານກີບ; ປະເພດຟ້ອນລວມໝູ່ ຊັ້ນມັດທະຍົມຕອນປາຍ ຊະນະເລີດ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 10 ລ້ານກີບ, ຮອງຊະນະເລີດ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 7 ລ້ານກີບ ແລະ ທີ 3 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 6 ລ້ານກີບ. ນອກຈາກນີ້, ຍັງມີລາງວັນຊົມເຊີຍໃຫ້ທີມທີ່ເຂົ້າແຂ່ງຂັນ ລາງວັນລະ 2 ລ້ານກີບ ພ້ອມທັງລາງວັນພິເສດ ກອງເຊຍດັງ-ກອງເຊຍດີເດັ່ນ 2 ລາງວັນ ລາງວັນລະ 1 ລ້ານກີບ ເປັນກຽດມອບລາງວັນຂອງທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ.
![]() |
ຂ່າວ: ສີພອນ



ຄໍາເຫັນ