ທ່ານ ລີແຈມຽງ ກ່າວໃນວີດີໂອທີ່ເຜີຍແຜ່ຕໍ່ສາທາລະນະຊົນໃນລະຫວ່າງການລົງຢ້ຽມຢາມວ່າ:ປັດຈຸບັນປະເທດຕ່າງໆໃນທົ່ວໂລກກຳລັງແຂ່ງຂັນກັນຢ່າງດຸເດືອດ ແລະ ຄວາມວ່ອງໄວຖືເປັນສິ່ງສຳຄັນຢ່າງຍິ່ງ.
ຜູ້ນຳ ສ ເກົາຫຼີ ຍັງໄດ້ລະບຸຕື່ມວ່າ: ສູນຂໍ້ມູນແມ່ນແຫຼ່ງສ້າງຄວາມຕ້ອງການຊິບທີ່ສຳຄັນ, ໂດຍຫວັງວ່າຄວາມສຳເລັດຂອງໂຄງການໃນເມືອງອຸລຊານ ຊຶ່ງພັດທະນາໂດຍ ກຸ່ມບໍລິສັດ ເອັສເຄ ກຣຸບ (SK Group) ຊຶ່ງເປັນກຸ່ມທຸລະກິດຂະໜາດໃຫຍ່ອັນດັບ 2 ຂອງ ສ ເກົາຫຼີ ຈະຊ່ວຍດຶງດູດການລົງທຶນເພີ່ມເຕີມຈາກບັນດາບໍລິສັດ AI ທົ່ວໂລກ.
ໂຄງການດັ່ງກ່າວແມ່ນການຮ່ວມມືລະຫວ່າງ SK Group ແລະ Amazon Web Services (AWS). ໂດຍກະຊວງວິທະຍາສາດ ສ ເກົາຫຼີ ໄດ້ເປີດເຜີຍໃນປີຜ່ານມາວ່າມີມູນຄ່າການລົງທຶນປະມານ 7 ພັນຕື້ວອນ (5.2 ຕື້ໂດລາ) ແລະ ມີກຳນົດຈະເລີ່ມດຳເນີນງານໃນເຄິ່ງຫຼັງຂອງປີ 2027.
ທ່ານ ຊະເວ ແທວອນ ປະທານກຸ່ມບໍລິສັດ SK Group ໄດ້ເປີດເຜີຍໃນເດືອນກັນຍາຜ່ານມາວ່າ: ສູນຂໍ້ມູນທີ່ກຳລັງດຳເນີນການກໍ່ສ້າງ ໃນໄລຍະທຳອິດຈະມີກຳລັງການຜະລິດ 103 ເມກາວັດ ພາຍໃນປີ 2029, ກ່ອນທີ່ຈະຂະຫຍາຍກຳລັງການຜະລິດເພີ່ມຂຶ້ນເກືອບ 900 ເມກາວັດໃນອະນາຄົດ. ນອກຈາກນີ້, ບໍລິສັດຍັງມີແຜນທີ່ຈະຂະຫຍາຍການຮ່ວມມືກັບບັນດາບໍລິສັດເຕັກໂນໂລຊີລະດັບໂລກເພີ່ມເຕີມໃນລະຫວ່າງການດຳເນີນໂຄງການ.
ທ່ານ ລີແຈມຽງ ຍັງກ່າວວ່າ: ປັດຈຸບັນການລົງທຶນດ້ານ AI ສ່ວນໃຫຍ່ແມ່ນລວມສູນໃນນະຄອນຫຼວງເຊອຸນ, ໃນຂະນະທີ່ໂຄງການສູນຂໍ້ມູນເມືອງອຸລຊານ ສະແດງໃຫ້ເຫັນວ່າ: ການເຕີບໂຕສາມາດຂະຫຍາຍໄປສູ່ພາກພື້ນອື່ນໆຂອງປະເທດໄດ້ເຊັ່ນກັນ.
ຄໍາເຫັນ