![]() |
ເມື່ອກ້າວເຂົ້າສູ່ເຂດໃຈກາງເມືອງຕ້າຫຼຽນ ແຂວງລຽວໜິງ ສປ ຈີນ, ມີສະຖານທີ່ແຫ່ງໜຶ່ງ ທີ່ສາມາດ ດຶງດູດສາຍຕາຂອງຜູ້ມາຢ້ຽມຢາມໄດ້ຕັ້ງແຕ່ກ້າວທຳອິດ ນັ້ນກໍຄື: ຈະຕຸລັດຈົງຊານ (ZhongshanSquare) ສະໜາມຫຼວງອັນເກົ່າແກ່ທີ່ບໍ່ໄດ້ມີພຽງຄວາມງົດງາມທາງສະຖາປັດຕະຍະກຳເທົ່ານັ້ນ ແຕ່ຍັງເປັນບ່ອນເກັບຮັກສາ ຄວາມຊົງຈຳ ແລະ ຮ່ອງຮອຍປະຫວັດສາດຂອງເມືອງຕ້າຫຼຽນມາຢ່າງຍາວນານ. ສະໜາມຫຼວງແຫ່ງນີ້ເລີ່ມກໍ່ສ້າງໃນ ປີ 1899 ໂດຍມີຮາກຖານການອອກແບບຈາກສະຖາປະນິກຊາວຣັດເຊຍ. ຈຸດເດັ່ນທີ່ເຮັດໃຫ້ຈະຕຸລັດຈົງຊານ ມີເອກະລັກບໍ່ຄືໃຜ ແມ່ນຮູບແບບຜັງເມືອງ ທີ່ມີສະໜາມຫຼວງເປັນສູນກາງ ແລະ ມີຖະໜົນ 10 ສາຍແຜ່ກະຈາຍ ອອກໄປຮອບດ້ານ ຄ້າຍຄືລັດສະໝີຂອງດວງຕາເວັນ. ຜັງເມືອງລັກສະນະນີ້ ບໍ່ພຽງແຕ່ສ້າງຄວາມສວຍງາມ ໃຫ້ພື້ນທີ່ ແຕ່ຍັງສະທ້ອນແນວຄິດການວາງຜັງເມືອງ ທີ່ມີຄວາມເປັນລະບຽບ ແລະ ທັນສະໄໝໃນຍຸກນັ້ນ.
![]() |
ການມາຢ້ຽມຊົມຈະຕຸລັດຈົງຊານຄັ້ງນີ້, ມີຄວາມໝາຍຫຼາຍກວ່າການຖ່າຍຮູບເກັບພາບຄວາມງາມ ກໍຄື ອາຄານປະຫວັດສາດ 15 ຫຼັງ ທີ່ຕັ້ງຢູ່ອ້ອມຮອບສະໜາມຫຼວງ. ອາຄານແຕ່ລະຫຼັງມີຮູບແບບສະຖາປັດຕະຍະກຳ ແລະ ລາຍລະອຽດທີ່ແຕກຕ່າງກັນ ທັງອາຄານແບບເອີຣົບ ແລະ ອາຄານທີ່ສະທ້ອນອິດທິພົນສະຖາປັດຕະຍະ ກຳຈາກຫຼາຍຍຸກສະໄໝ. ເມື່ອຢືນຢູ່ກາງສະໜາມຫຼວງ ແລ້ວຄ່ອຍໆແນມເບິ່ງອາຄານອ້ອມຮອບ ຈະຮູ້ສຶກຄືກຳລັງ ເດີນຜ່ານໜ້າປະຫວັດສາດຫຼາຍບົດທີ່ຖືກບັນທຶກໄວ້ໃນຮູບຂອງສິ່ງປຸກສ້າງ. ໜຶ່ງໃນອາຄານທີ່ມີຊື່ສຽງ ແລະ ເປັນທີ່ ຈົດຈຳຂອງຜູ້ມາຢ້ຽມຢາມ ຄືອາຄານໂຮງແຮມຢາມາໂຕະ (Yamato Hotel) ຊຶ່ງປັດຈຸບັນແມ່ນໂຮງແຮມຕ້າຫຼຽນ (Dalian Hotel). ອາຄານແຫ່ງນີ້ມີຮູບຊົງທີ່ໂດດເດັ່ນ ສະທ້ອນເຖິງຮູບແບບສະຖາປັດຕະຍະກຳໃນອະດີດ ແລະ ເປັນອີກໜຶ່ງພາບຈື່ຈຳຂອງສະໜາມຫຼວງແຫ່ງນີ້. ນອກຈາກນັ້ນ, ອາຄານທະນາຄານຫຼາຍແຫ່ງທີ່ຕັ້ງຢູ່ບໍລິເວນນີ້ ຍັງບອກເລົ່າເຖິງບົດບາດຂອງຕ້າຫຼຽນໃນອະດີດ ທາງດ້ານການຄ້າ, ການເງິນ ແລະ ການແຂ່ງຂັນອິດທິພົນ ທາງເສດຖະກິດ ລະຫວ່າງມະຫາອຳນາດໃນໄລຍະນັ້ນ. ສຳລັບຜູ້ທີ່ມັກຖ່າຍຮູບ ຈະຕຸລັດຈົງຊານ ຖືເປັນສະຖານ ທີ່ທີ່ມີມູມງາມໆໃຫ້ເລືອກ. ບໍ່ວ່າຈະເປັນການຖ່າຍພາບອາຄານເກົ່າຈາກມູມກວ້າງ, ການເກັບລາຍລະອຽດຕາມປະຕູ ແລະ ໜ້າຕ່າງ ຫຼື ການຈັບພາບຊີວິດຜູ້ຄົນທີ່ສັນຈອນໄປມາໃນຈັງຫວະຂອງເມືອງໃຫຍ່. ທີ່ນີ້ມີທັງຄວາມຄຶກຄື້ນ ຂອງຊີວິດສະໄໝໃໝ່ ແລະ ຄວາມສະຫງົບຂອງອາຄານເກົ່າທີ່ຢືນສະຫງ່າຜ່ານການເວລາມາຫຼາຍຊົ່ວຄົນ.
![]() |
ຈະຕຸລັດຈົງຊານ ບໍ່ແມ່ນພຽງສະໜາມຫຼວງແຫ່ງໜຶ່ງສຳລັບການພັກຜ່ອນ ຫຼື ເປັນຈຸດຖ່າຍຮູບຂອງນັກທ່ອງທ່ຽວ ເທົ່ານັ້ນ ແຕ່ຍັງເປັນປຶ້ມປະຫວັດສາດເຫຼັ້ມໃຫຍ່ທີ່ເປີດໃຫ້ທຸກຄົນໄດ້ອ່ານຜ່ານສາຍຕາ. ອາຄານແຕ່ລະຫຼັງ, ຖະໜົນ ແຕ່ລະສາຍ ແລະ ບັນຍາກາດອ້ອມຂ້າງ ລ້ວນແຕ່ມີເລື່ອງລາວຂອງຕົນເອງ.
ຖ້າບັນດາທ່ານມີໂອກາດໄປຢ້ຽມຢາມເມືອງຕ້າຫຼຽນ ຢ່າລືມໄປແວ່ຊົມຈະຕຸລັດຈົງຊານ ເພາະບາງຄັ້ງ ຄວາມງາມຂອງການເດີນທາງ ກໍບໍ່ໄດ້ຢູ່ທີ່ການໄປເຖິງຈຸດໝາຍປາຍທາງເທົ່ານັ້ນ ແຕ່ຢູ່ທີ່ການໄດ້ຢຸດຢືນແນມເບິ່ງ ແລະ ຮັບຟັງເລື່ອງລາວທີ່ອະດີດກຳລັງບອກເລົ່າຜ່ານສິ່ງທີ່ຍັງຄົງຢືນຢູ່ໃນປັດຈຸບັນ.



ຄໍາເຫັນ