![]() |
ທ່ານ ສີຈິ້ນຜິງ ໄດ້ກ່າວຄຳປາໄສ ໂດຍໄດ້ຕາງໜ້າລັດຖະບານຈີນ ແລະ ປະຊາຊົນຈີນສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນມາຍັງບັນດາແຂກຜູ້ມີກຽດທີ່ເດີນທາງມາຈີນເພື່ອເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 33.
ທ່ານ ສີຈິ້ນຜິງ ກ່າວວ່າ: ຖ້າຢາກເບິ່ງປະເທດຈີນຮອບພັນປີໃຫ້ໄປທ່ຽວຊົມນະຄອນຊີ່ອ່ານ, ຢາກເບິ່ງປະເທດຈີນຮອບ 500 ປີໃຫ້ໄປທ່ຽວຊົມນະຄອນຫຼວງປັກກິ່ງ, ຢາກເບິ່ງປະເທດຈີນຮອບຮ້ອຍປີໃຫ້ໄປທ່ຽວຊົມນະຄອນຊຽງໄຮ້, ຢາກເບິ່ງປະເທດຈີນຮອບ 50 ປີໃຫ້ໄປທ່ຽວຊົມນະຄອນເຊີ່ນເຈີ້ນ. ທ່ານກ່າວວ່າ: ການເປີດປະຕູສູ່ພາຍນອກແມ່ນເອກະລັກຂອງເຊີ່ນເຈີ້ນຕັ້ງແຕ່ກຳເນີດເກີດຂຶ້ນ, ການປະດິດສ້າງໃໝ່ແມ່ນແຫຼ່ງກຳເນີດພະລັງຊີວິດຂອງເຊີ່ນເຈີ້ນ, ການຮ່ວມມືແມ່ນແຫຼ່ງກຳລັງແຮງຂອງເຊີ່ນເຈີ້ນ, ເລື່ອງລາວຂອງເຊີ່ນເຈີ້ນເປັນຕົວແທນໃຫ້ແກ່ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຂອງຈີນ, ທັງເປັນແບບຢ່າງທີ່ປະສົບຜົນສຳເລັດ ແຫ່ງການຮ່ວມມືຂອງອາຊີ-ປາຊີຟິກ. ທ່ານກ່າວຕື່ມວ່າ: ນັບແຕ່ການສ້າງຕັ້ງອົງການ APEC ເປັນຕົ້ນມາ, ການເປີດປະຕູສູ່ພາຍນອກ, ການປະດິດສ້າງໃໝ່ ແລະ ການຮ່ວມມືແມ່ນສັນຍະລັກທີ່ໂດດເດັ່ນຂອງອົງການດັ່ງກ່າວ. ທ່ານຄອງຄອຍທີ່ຈະຮ່ວມກັບທຸກທ່ານປຶກສາຫາລືກ່ຽວກັບແຜນການຮ່ວມມືອາຊີ-ປາຊີຟິກ ແລະ ຮ່ວມກັນດຳເນີນພາລະກິດການພັດທະນາອາຊີ-ປາຊີຟິກ.
ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ນັບແຕ່ອົງການ APEC ໄດ້ຮັບການສ້າງຕັ້ງຂຶ້ນ ເປັນຕົ້ນມາ, ການເປີດກວ້າງ, ປະດິດສ້າງ ແລະ ການຮ່ວມມື ເປັນສັນຍາລັກອັນໂດດເດັ່ນຂອງອົງການນີ້ມາໂດຍຕະຫຼອດ. ນັບຕັ້ງແຕ່ເປັນເຈົ້າພາບຈັດກອງປະຊຸມອົງການ APEC ປີນີ້ເປັນຕົ້ນມາ ຈີນໄດ້ຈັດກອງປະຊຸມ ແລະ ກິດຈະກຳຫຼາຍກວ່າ 300 ຄັ້ງ ຢູ່ 16 ຕົວເມືອງ, ຜູ້ຕາງໜ້າບັນດາກຸ່ມເສດຖະກິດສະມາຊິກ 10,000 ກວ່າຄົນ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ຊຶ່ງໄດ້ປະກອບສ່ວນເຮັດໃຫ້ “ປີຈີນ” ຂອງ APEC ໄດ້ຮັບໝາກຜົນສຳຄັນຫຼາຍກວ່າເກົ່າ. ໃນກອງປະຊຸມຜູ້ນຳທີ່ຈະຈັດຂຶ້ນ, ພວກເຮົາຈະປຶກສາຫາລືກ່ຽວກັບມາດຕະການເປີດປະຕູຊຶ່ງກັນ ແລະ ກັນ, ຄົ້ນຫາຊ່ອງທາງແຫ່ງການຂັບເຄື່ອນການເຕີບໂຕດ້ວຍການປະດິດສ້າງໃໝ່, ເປີດກວ້າງໂອກາດການຮ່ວມມືຕົວຈິງໃນຂົງເຂດຕ່າງໆ, ຊຸກຍູ້ການຈັດຕັ້ງປະຕິບັດໝາກຜົນພາຍໃຕ້ຂອບ APEC ໃຫ້ເປັນຮູບປະທຳຫຼາຍກວ່າເກົ່າ. ຂ້າພະເຈົ້າຄອງຄອງທີ່ຈະຮ່ວມກັບບັນດາທ່ານປຶກສາຫາລືກ່ຽວກັບແຜນການຮ່ວມມືອາຊີ-ປາຊີຟິກ ແລະ ຮ່ວມກັນດຳເນີນພາລະກິດການພັດທະນາອາຊີ-ປາຊີຟິກ.

ຄໍາເຫັນ