![]() |
ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີໄດ້ຕາງໜ້າໃຫ້ລັດຖະບານແລະປະຊາຊົນລາວສະແດງຄວາມຂອບໃຈແລະຕີລາຄາສູງຕໍ່ການສະໜັບສະໜູນແລະຊ່ວຍເຫຼືອສປປລາວຂອງລັດຖະບານແລະປະຊາຊົນຍີ່ປຸ່ນຕະຫຼອດໄລຍະ7ທົດສະວັດທີ່ຜ່ານມາອັນໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງສປປລາວເປັນແຕ່ລະໄລຍະຊຶ່ງໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໄດ້ຮັບການຍົກລະດັບຂຶ້ນເປັນກ້າວໆພ້ອມທັງໄດ້ຢືນຢັນວ່າລັດຖະບານລາວຈະສືບຕໍ່ຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ບັນລຸຜົນສໍາເລັດຢ່າງມີປະສິດທິພາບແລະປະສິດທິຜົນສູງສຸດ. ພ້ອມດຽວກັນນີ້, ກໍຍັງໄດ້ສະແດງຄວາມຫວັງວ່າສປປລາວຈະສືບຕໍ່ໄດ້ຮັບການສະໜັບສະໜູນຢ່າງຕໍ່ເນື່ອງຈາກຍີ່ປຸ່ນໃນຊຸມປີຕໍ່ໜ້າ.
ໃນຂະນະດຽວກັນ, ທ່ານເອກອັກຄະຣາຊະທູດກໍໄດ້ສະແດງຄວາມຍິນດີທີ່ໄດ້ຕາງໜ້າໃຫ້ລັດຖະບານຍີ່ປຸ່ນຮ່ວມລົງນາມເອກະສານແລກປ່ຽນລະຫວ່າງສປປລາວແລະຍີ່ປຸ່ນໃນຄັ້ງນີ້ແລະເຊື່ອໝັ້ນວ່າໂຄງການດັ່ງກ່າວ, ຈະປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງສປປລາວກໍຄືປະກອບສ່ວນເຂົ້າໃນການສົ່ງເສີມສາຍພົວພັນມິດຕະພາບແລະການຮ່ວມມືອັນດີງາມກໍຄືຊຸກຍູ້ຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານຂອງສອງປະເທດຍີ່ປຸ່ນ-ລາວໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດຍີ່ປຸ່ນແລະລາວໃນຕໍ່ໜ້າ.
(ຂ່າວ: ກຕທ)

ຄໍາເຫັນ