![]() |
ໃນໂອກາດດັ່ງກ່າວ, ທ່ານ ໂຄອິຊຸມິ ຊຶໂຕມຸ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງຝ່າຍລາວ ພ້ອມທັງໄດ້ລາຍງານເຖິງບົດບາດ ແລະ ຜົນງານການປະຕິບັດພາລະກິດການທູດໃນໄລຍະຜ່ານມາ ຊຶ່ງໄດ້ມີສ່ວນສຳຄັນໃນການຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ນັບມື້ເລິກເຊິ່ງ ແລະ ມີປະສິດທິຜົນຫຼາຍຂຶ້ນ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ. ທ່ານທູດໄດ້ກ່າວເຖິງຜົນງານການຮ່ວມມືທີ່ສຳຄັນໃນຫຼາຍຂົງເຂດ ໂດຍສະເພາະດ້ານເສດຖະກິດ ແລະ ພະລັງງານ. ຜ່ານການຊຸກຍູ້ການລົງທຶນຂອງນັກລົງທຶນຍີ່ປຸ່ນຢູ່ ສປປ ລາວ ລວມທັງການສົ່ງເສີມໂຄງການພະລັງງານສະອາດ, ດ້ານການພັດທະນາຊັບພະຍາກອນມະນຸດ ຜ່ານການສະໜັບສະໜູນທຶນການສຶກສາ JDS ເພື່ອເປີດໂອກາດໃຫ້ພະນັກງານ-ລັດຖະກອນລາວໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ; ພ້ອມທັງການຊ່ວຍເຫຼືອຂັ້ນຮາກຖານ (GGP) ເພື່ອປັບປຸງພັດທະນາພື້ນຖານໂຄງລ່າງ, ໂຮງໝໍ ແລະ ໂຮງຮຽນ ໃນເຂດຫ່າງໄກສອກຫຼີກ ຊຶ່ງໄດ້ປະກອບສ່ວນຕໍ່ການຍົກສູງຄຸນນະພາບຊີວິດຂອງປະຊາຊົນລາວ. ພ້ອມກັນນັ້ນ, ທ່ານ ວັນໄຊ ພອງສະຫວັນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ທີ່ມີມາຢ່າງຍາວນານ ແລະ ນັບມື້ໄດ້ຮັບການເສີມຂະຫຍາຍໃຫ້ເລິກເຊິ່ງຮອບດ້ານຫຼາຍຂຶ້ນ. ພ້ອມນີ້ ຍັງໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ແກ່ ສປປ ລາວ ໃນຫຼາຍດ້ານ ຊຶ່ງມີບົດບາດສຳຄັນຕໍ່ການພັດທະນາປະເທດ. ນອກຈາກນີ້, ຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືໃນຂົງເຂດວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫຼວງ ຊຶ່ງເປັນວຽກງານທີ່ມີຄວາມສຳຄັນຕໍ່ການສ້າງລັດທີ່ມີການບໍລິຫານທີ່ດີ, ມີຄວາມໂປ່ງໃສ ແລະ ສາມາດກວດສອບໄດ້. ເຖິງວ່າສອງປະເທດຈະມີລະບົບ ແລະ ກົນໄກການກວດກາພາຍໃນທີ່ແຕກຕ່າງກັນ ແຕ່ກໍມີເປົ້າໝາຍຮ່ວມກັນໃນການຍົກສູງປະສິດທິພາບການບໍລິຫານລັດ, ປ້ອງກັນການຮົ່ວໄຫຼຂອງງົບປະມານ ແລະ ຊັບສິນຂອງລັດ ຕະຫຼອດຮອດການສະກັດກັ້ນ ບັນຫາການສໍ້ລາດບັງຫຼວງ.
ໃນຕອນທ້າຍ, ທ່ານ ວັນໄຊ ພອງສະຫວັນ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ທ່ານທູດ ທີ່ໄດ້ປະກອບສ່ວນອັນສຳຄັນໃນການສົ່ງເສີມສາຍພົວພັນ ແລະ ການຮ່ວມມືລາວ-ຍີ່ປຸ່ນ ຕະຫຼອດໄລຍະການປະຕິບັດພາລະກິດຢູ່ ສປປ ລາວ. ພ້ອມນີ້ ໄດ້ອວຍພອນໃຫ້ທ່ານທູດຈົ່ງມີສຸຂະພາບພະລານາໄມສົມບູນແຂງແຮງ, ປະສົບຜົນສຳເລັດໃນພາລະກິດໜ້າທີ່ອັນໃໝ່ ແລະ ເດີນທາງກັບປະເທດໂດຍສະຫວັດດີພາບ.
(ຂ່າວ: ວາລະສານກວດກາ)

ຄໍາເຫັນ