![]() |
ຄະນະຜູ້ແທນ ໄດ້ລາຍງານຜົນສຳເລັດກອງປະຊຸມໂຕະມົນປະຈໍາປີ 2026 ໂດຍສະເພະບັນດາເນື້ອໃນການແລກປ່ຽນ, ປຶກສາຫາລື,ບັນດາຂໍ້ສະເໜີ-ແນະນຳທີ່ສໍາຄັນຊຶ່ງກອງປະຊຸມ ໄດ້ດຳເນີນພາຍໃຕ້ຫົວຂໍ້“ໃຫ້ບຸລິມະສິດການຈັດສັນງົບປະມານທີ່ມີຍຸດທະສາດໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດສົກປີ 2027 ເພື່ອຮັບປະກັນການອອກຈາກສະຖານະພາບດ້ອຍພັດທະນາ ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ”.
![]() |
ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ,ຊົມເຊີຍ ແລະຂອບໃຈຕໍ່ຄະນະຜູ້ແທນທີ່ໄດ້ພ້ອມກັນເອົາໃຈໃນການຄົ້ນຄວ້າ ແລະ ເຮັດວຽກຮ່ວມກັນ ໃນຂະບວນການໂຕະມົນປະຈໍາປີ 2026 ສາມາດຍາດໄດ້ຜົນສຳເລັດຕາມແຜນທີ່ກຳນົດໄວ້, ລວມທັງການສະໜັບສະໜູນຊ່ວຍເຫຼືອການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕະຫຼອດໄລຍະຜ່ານມາ. ພ້ອມທັງ ຊີ້ນໍາໃຫ້ພ້ອມກັນສືບຕໍ່ເຮັດວຽກຮ່ວມກັນ ເພື່ອຈັດຕັ້ງປະຕິບັດວຽກງານຂອງຕົນໃນປີ 2027ໂດຍສະເພາະໃນ 4 ຂົງເຂດວຽກງານ ທີ່ກອງປະຊຸມໄດ້ເປັນເອກະພາບວາງອອກໂດຍໃຫ້ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ນຳເອົາຜົນກອງປະຊຸມ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດປີ 2027 ຢ່າງມີຈຸດສຸມ ແລະ ກົມກຽວກັບມະຕິວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງແລະວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕິດພັນກັບການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຄຸ້ມຄອງໜີ້ສິນສາທາລະນະ, ຂະຫຍາຍ ແລະ ຄຸ້ມຄອງຖານລາຍຮັບດ້ວຍລະບົບທີ່ທັນສະໄໝ; ນຳໃຊ້ຜົນການສຳຫຼວດພົນລະເມືອງ ຄັ້ງທີ V ເປັນພື້ນຖານໃນການຈັດສັນງົບປະມານເພື່ອລົງທຶນໃສ່ຂະແໜງສຶກສາ, ສາທາລະນະສຸກ, ແຮງງານ, ລວມທັງພື້ນຖານໂຄງລ່າງໃນເຂດຫ່າງໄກສອກຫຼີກ ເພື່ອຫຼຸດຜ່ອນລະດັບຄວາມແຕກໂຕນການພັດທະນາ;ສືບຕໍ່ຮ່ວມມື ແລະ ສະໜັບສະໜູນດ້ານເຕັກນິກວິຊາການສ້າງຄວາມເຂັ້ມແຂງດ້ານການຄຸ້ມຄອງການເງິນພາກລັດ ແລະ ການວາງແຜນພັດທະນາ; ສືບຕໍ່ຊຸກຍູ້ການເລັ່ງລັດສູ່ປະເທດລາຍຮັບປານກາງ-ສູງ ຜ່ານການພັດທະນາຊັບພະຍາກອນມະນຸດ, ການນຳໃຊ້ນະວັດຕະກຳຕາມທິດການເຕີບໂຕສີຂຽວ, ການອອກຈາກສະຖານະພາບດ້ອຍພັດທະນາ, ການກະກຽມຄວາມພ້ອມໃນໄລຍະຂ້າມຜ່ານ, ການຍົກສູງປະສິດທິຜົນຂອງການຮ່ວມມືເພື່ອການພັດທະນາ ແລະ ທິດທາງການລະດົມຂົນຂວາຍແຫຼ່ງທຶນ, ສ້າງເງື່ອນໄຂໃຫ້ ສປປລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນໄວໄວນີ້; ພ້ອມທັງ ຮຽກຮ້ອງບັນດາຄູ່ຮ່ວມພັດທະນາ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ໄລຍະຂ້າມຜ່ານ 2027-2029 ຕື່ມອີກ.
(ຂ່າວ: ສນຍ)


ຄໍາເຫັນ