![]() |
ໃນໄລຍະການຢ້ຽມຢາມ, ສະຫາຍ ອານຸພາບ ຕຸນາລົມ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບສະຫາຍ Ri yong Sikກໍາມະການສູນກາງພັກແຮງງານເກົາຫຼີຜູ້ອຳນວຍການໂຮງຮຽນກໍ່ສ້າງພັກພະນັກງານສູນກາງພັກແຮງງານເກົາຫຼີ.ໃນການພົບປະ, ສອງຝ່າຍ ໄດ້ແຈ້ງສະພາບການພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດໃຫ້ກັນຊາບ, ພ້ອມທັງໄດ້ແລກປ່ຽນບົດຮຽນດ້ານທິດສະດີ-ພຶດຕິກຳ ແລະ ວຽກງານກໍ່ສ້າງພັກ-ພະນັກງານ ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ກັບ ໂຮງຮຽນກໍ່ສ້າງພັກພະນັກງານຂັ້ນການນຳຂອງສູນກາງພັກແຮງງານເກົາຫຼີ. ສອງຝ່າຍໄດ້ຕີລາຄາສູງ ແລະ ສະແດງຄວາມຍິນດີສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ສປປ ເກົາຫຼີ ກໍຄື ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ກັບ ໂຮງຮຽນກໍ່ສ້າງພັກພະນັກງານຂັ້ນການນຳຂອງສູນກາງພັກແຮງງານເກົາຫຼີ ໃຫ້ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.ພ້ອມນັ້ນ, ສອງຝ່າຍ ຍັງໄດ້ເປັນເອກະພາບກ່ຽວກັບທິດທາງແຜນການຮ່ວມມືໃນຕໍ່ໜ້າ.
ພ້ອມກັນນັ້ນ, ສະຫາຍ ອານຸພາບ ຕຸນາລົມ ໄດ້ເຂົ້າຢ້ຽມຂ່ຳນັບສະຫາຍ Ju Chang Il ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກພັກແຮງງານເກົາຫຼີ. ໃນໂອກາດດັ່ງກ່າວ, ສະຫາຍຫົວໜ້າຄະນະຜູ້ແທນຝ່າຍລາວ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ອັນອົບອຸ່ນ ແລະ ສະໜິດສະໜົມ ຈາກການນຳຂັ້ນສູງພັກປະຊາຊົນປະຕິວັດລາວ ໄປຍັງການນຳຂັ້ນສູງພັກແຮງງານເກົາຫຼີ; ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ພັກ, ລັດ ແລະ ປະຊາຊົນ ສປປ ເກົາຫຼີ ອ້າຍນ້ອງ ທີ່ຍາມໃດກໍໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອ ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນລາວ ໃນໄລຍະຜ່ານມາ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
![]() |
ໃນໂອກາດຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ຍັງໄດ້ໄປຢ້ຽມຢາມພື້ນຖານການຜະລິດ ແລະສະຖານທີ່ສຳຄັນທາງປະຫວັດສາດຈຳນວນໜຶ່ງ ຢູ່ນະຄອນຫຼວງພຽງຢາງ ແລະ ຕ່າງແຂວງ. ການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ເກົາຫຼີ ຂອງຄະນະຜູ້ແທນຂັ້ນສູງພັກປະຊາຊົນປະຕິວັດລາວ ໃນຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງຈົບງາມ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ສປປ ເກົາຫຼີ ໃຫ້ກ້າວເຂົ້າສູ່ໄລຍະໃໝ່ຢ່າງໜັກແໜ້ນ.
(ຂ່າວ: ຄຕພ)


ຄໍາເຫັນ