ສາຍພົວພັນລາວ-ມາເລເຊຍ ໄດ້ພັດທະນາຢ່າງໝັ້ນຄົງ ບົນພື້ນຖານຂອງຄວາມໄວ້ວາງໃຈທາງການເມືອງ, ການເຄົາລົບຫຼັກການກົດໝາຍສາກົນ, ການບໍ່ແຊກແຊງກິດຈະການພາຍໃນ ແລະ ການສົ່ງເສີມຜົນປະໂຫຍດຮ່ວມກັນ. ທັງສອງປະເທດໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ຢ່າງໃກ້ຊິດ ທັງໃນຂອບອາຊຽນ, ອົງການສະຫະປະຊາຊາດ ແລະ ບັນດາເວທີພະຫຸພາຄີຕ່າງໆ.ປັດຈຸບັນ, ສປປ ລາວ ແລະ ມາເລເຊຍ ໄດ້ລົງນາມສັນຍາ ແລະ ບົດບັນທຶກຄວາມເຂົ້າໃຈຫຼາຍກວ່າ20 ສະບັບທີ່ໄດ້ກວມເອົາການຮ່ວມມືດ້ານຕ່າງໆທີ່ເປັນບຸລິມະສິດຂອງທັງສອງປະເທດ. ເນື່ອງໃນໂອກາດຄົບຮອບ 60 ປີ,ບົດຄວາມນີ້ຈະທົບທວນຄືນໂດຍຫຍໍ້ກ່ຽວກັບສາຍພົວພັນແລະຜົນສຳເລັດຂອງການຮ່ວມມືດ້ານຕ່າງໆ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ພ້ອມທັງ ສະເໜີໂອກາດໃໝ່ໆໃນການສືບຕໍ່ຍົກລະດັບການຮ່ວມມືຂອງສອງປະເທດທ່າມກາງສະພາບແວດລ້ອມພາກພື້ນ ແລະ ໂລກທີ່ກຳລັງປ່ຽນແປງໃນປັດຈຸບັນ.
ການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງທັງສອງຝ່າຍໄດ້ຮ່ວມມືກັນບົນພື້ນຖານຕາມຫຼັກການກົດບັດສະຫະປະຊາຊາດ ແລະ ອາຊຽນ, ຊຶ່ງຄວາມໄວ້ເນື້ອເຊື່ອໃຈທາງການເມືອງທີ່ທ້ອນໂຮມມາຢ່າງຕໍ່ເນື່ອງ ໄດ້ກາຍເປັນພື້ນຖານສໍາຄັນໃນການຂະຫຍາຍການຮ່ວມມືໄປສູ່ຂົງເຂດອື່ນໆ.ນັບແຕ່ການສ້າງຕັ້ງສາຍພົວ ພັນທາງການທູດໃນປີ 1966 ເປັນຕົ້ນມາ, ການນຳລະດັບສູງຂອງທັງສອງປະເທດໄດ້ມີການແລກປ່ຽນການຢ້ຽມຢາມທາງການຢ່າງສະໝໍ່າສະເໝີ ແລະ ເປັນປົກກະຕິ. ຜູ້ນໍາຂັ້ນສູງຫຼາຍທ່ານຂອງ ສປປ ລາວ ໃນໄລຍະດໍາລົງຕໍາແໜ່ງກໍໄດ້ເດີນທາງຢ້ຽມຢາມມາເລເຊຍ ເປັນຕົ້ນ:ທ່ານ ຄໍາໄຕ ສີພັນດອນ, ທ່ານ ສີສະຫວາດ ແກ້ວບຸນພັນ, ທ່ານ ບຸນຍັງ ວໍລະຈິດ, ທ່ານ ທອງລຸນ ສີສຸລິດ ແລະ
ທ່ານ ສອນໄຊ ສີພັນດອນ. ໃນຂະນະດຽວກັນ, ຜູ້ນໍາຂອງມາເລເຊຍ ເປັນຕົ້ນ: ທ່ານ Dr. Mahathir Mohamad, ທ່ານ Abdullah Ahmad Badawi, ທ່ານ Najib Razak, ທ່ານ Zainal Abidinແລະ ທ່ານAnwarIbrahimກໍໄດ້ເດີນທາງມາຢ້ຽມຢາມ ຫຼື ພົບປະກັບຜູ້ນຳລາວໃນໂອກາດສຳຄັນຕ່າງໆ. ການແລກປ່ຽນໃນລະດັບສູງນີ້ ໄດ້ສ້າງຄວາມໄວ້ວາງໃຈທາງການເມືອງຕໍ່ກັນ ແລະ ກັນ, ກຳນົດທິດທາງການຮ່ວມມືແລະຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ມີຢູ່ໃຫ້ເປັນຮູບປະທຳ.ພ້ອມນີ້, ສປປ ລາວ ແລະ ມາເລເຊຍ ໄດ້ສ້າງຄະນະກໍາມະການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍໂດຍແມ່ນ ກະຊວງການຕ່າງປະເທດຂອງທັງສອງປະເທດເປັນແກນຫຼັກ ແລະ ໄດ້ຈັດກອງປະຊຸມຄັ້ງທໍາອິດຂຶ້ນ ໃນວັນທີ 4 ມິຖຸນາ 1996 ທີ່ ມາເລເຊຍ.ກົນໄກນີ້ໄດ້ກາຍເປັນເວທີຫຼັກໃນການປຶກສາຫາລື, ຕິດຕາມ, ປະເມີນຜົນ ແລະ ຊຸກຍູ້ການຈັດຕັ້ງບັນດາສັນຍາ,ຂໍ້ຕົກລົງແລະບົດບັນທຶກຄວາມເຂົ້າໃຈໃນຂະແໜງການຕ່າງໆໃຫ້ເກີດຜົນຢ່າງເປັນຮູບປະທຳ.
ໃນຂົງເຂດວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງ, ໃນປີ 2015 ແລະ 2016ສອງຝ່າຍໄດ້ເປີດຫ້ອງການທີ່ປຶກສາທູດດ້ານປ້ອງກັນຊາດປະຈຳນະຄອນຫຼວງຂອງກັນແລະກັນ ແລະ ໃນປີ 2019,ຍັງໄດ້ລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ, ຊຶ່ງເປັນການວາງພື້ນຖານສໍາຄັນສໍາລັບການພັດທະນາບຸກຄະລາກອນ, ການຝຶກອົບຮົມ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ການປະສານງານດ້ານຄວາມໝັ້ນຄົງ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ.
ການຮ່ວມມືດ້ານເສດຖະກິດ.ທັງສອງຝ່າຍໄດ້ຈັດໃຫ້ມີການພົບປະລະຫວ່າງພາກລັດ ແລະ ພາກທຸລະກິດຢ່າງເປັນປົກກະຕິ ຜ່ານການຈັດກອງປະຊຸມ, ການສໍາມະນາ, ງານວາງສະແດງສິນຄ້າ ແລະ ການແລກປ່ຽນຄະນະນັກທຸລະກິດຢ່າງສະໝໍ່າສະເໝີ ເຮັດໃຫ້ການຄ້າສອງຝ່າຍພາຍໃຕ້ຂອບການຮ່ວມມືຂອງອາຊຽນ, ເຂດການຄ້າເສລີອາຊຽນ (AFTA) ແລະ ຂໍ້ຕົກລົງຫຸ້ນສ່ວນທາງເສດຖະກິດພາກພື້ນ (RCEP) ຂະຫຍາຍຕົວຢ່າງຕໍ່ເນື່ອງ. ສິນຄ້າສົ່ງອອກສໍາຄັນຂອງລາວໄປຍັງມາເລເຊຍ ເປັນຕົ້ນ: ແຮ່ທາດ, ຜະລິດຕະພັນກະສິກໍາ ແລະ ຢາງພາລາ, ໃນຂະນະທີ່ ມາເລເຊຍ ສົ່ງອອກເຄື່ອງຈັກ,ເຄື່ື່ອງໄຟຟ້າ-ອີເລັກໂຕຣນິກ,ແລະ ສິນຄ້າອຸດສາຫະກໍາມາຍັງ ສປປ ລາວ.ໃນປີ 2025, ມາເລເຊຍເປັນໜຶ່ງໃນ 5 ປະເທດຜູ້ລົງທຶນລາຍໃຫຍ່ໃນລາວ ໂດຍມີມູນຄ່າການລົງທຶນສະສົມຫຼາຍກວ່າ924 ລ້ານໂດລາ ເຂົ້າໃນ 46 ໂຄງການ. ການລົງທຶນເຫຼົ່ານີ້ ກວມເອົາຂະແໜງພະລັງງານ, ໂຄງສ້າງພື້ນຖານ, ນິຄົມອຸດສາຫະກໍາ, ການກະສິກໍາ ແລະ ໂລຈິສຕິກ. ໂຄງການສໍາຄັນປະກອບມີ: ໂຄງການເຂື່ອນໄຟຟ້າດອນສະໂຮງ ຂອງບໍລິສັດMega First Corporation Berhad;ໂຄງການພັດທະນາ Savan Park ໃນເຂດເສດຖະກິດພິເສດສະຫວັນ-ເຊໂນ; ໂຄງການສໍາຫຼວດເສັ້ນທາງລົດໄຟສະຫວັນນະເຂດ-ລາວບາວ; ແລະ ໂຄງການກະສິກໍາປອດສານພິດຢູ່ແຂວງຈໍາປາສັກ.
ນອກນີ້, ທັງສອງຝ່າຍກໍໄດ້ຮ່ວມມືໃນຂະແໜງເສດຖະກິດຕ່າງໆ ເປັນຕົ້ນ: ຂະແໜງການເງິນ, ຊຶ່ງ ທະນາຄານຊັ້ນນໍາຂອງມາເລເຊຍ 4 ແຫ່ງ ຄື:Public Bank, Maybank, RHB ແລະ CIMB ໄດ້ເຂົ້າມາດໍາເນີນທຸລະກິດຢູ່ລາວ ຊຶ່ງຊ່ວຍເພີ່ມຄວາມສະດວກໃນການຊໍາລະເງິນ, ການລົງທຶນ ແລະ ທຸລະກໍາທາງການເງິນຂ້າມຊາດ.ຂະແໜງພະລັງງານ, ໂຄງການ Laos-Thailand-Malaysia-Singapore PowerIntegrationProject(LTMS-PIP)ຖືເປັນໝາກຜົນສໍາຄັນຂອງການຮ່ວມມືພາຍໃຕ້ຂອບອາຊຽນ ແລະ ເປັນໂຄງການຊື້-ຂາຍໄຟຟ້າຂ້າມຊາຍແດນແບບຫຼາຍຝ່າຍຄັ້ງທໍາອິດຂອງອາຊຽນ.ດ້ານຂົນສົ່ງ ແລະ ໂລຈິສຕິກ, ໃນປີ 2023 ທັງສອງຝ່າຍໄດ້ລົງນາມບົດບັນທຶກຄວາມເຂົ້າໃຈລະຫວ່າງລັດວິສາຫະກິດທາງລົດໄຟແຫ່ງຊາດລາວ ແລະ ລັດວິສາຫະກິດລົດໄຟມາເລເຊຍ (Keretapi Tanah MelayuBerhadຫຼື KTMB),ລວມທັງທ່າບົກທ່ານາແລ້ງ ແລະ ບໍລິສັດທ່າເຮືອ (Mutiara Perlis Sdn. Bhd)ຂອງ ມາເລເຊຍ ເພື່ອຂະຫຍາຍເສັ້ນທາງຂົນສົ່ງສິນຄ້າຈາກນະຄອນຫຼວງວຽງຈັນໄປຍັງມາເລເຊຍ ໂດຍຜ່ານໄທ ຊຶ່ງເຮັດໃຫ້ໄລຍະເວລາຂົນສົ່ງຫຼຸດລົງເຫຼືອພຽງ 3-4 ວັນ (ຈາກປົກກະຕິ 14-21 ວັນ). ນອກຈາກນັ້ນ, ສາຍການບິນ AirAsia ຍັງສືບຕໍ່ໃຫ້ບໍລິການຖ້ຽວບິນກົງລະຫວ່າງກົວລາລໍາເປີ-ນະຄອນຫຼວງວຽງຈັນ ຊຶ່ງຊ່ວຍສົົ່ງເສີມ ແລະ ອໍານວຍຄວາມສະດວກ ໃຫ້ແກ່ການຄ້າ,ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາຫາສູ່ກັນຂອງປະຊາຊົນທັງສອງປະເທດ.
ຄຽງຄູ່ກັບການຮ່ວມມືດ້ານເສດຖະກິດ, ສປປ ລາວ ແລະ ມາເລເຊຍ ຍັງໄດ້ຖືເອົາການຮ່ວມມືດ້ານວັດທະນະທໍາ-ສັງຄົມ ແລະ ການພັດທະນາຊັບພະຍາກອນມະນຸດ, ທັງສອງປະເທດໄດ້ສົ່ງເສີມການແລກປ່ຽນດ້ານວັດທະນະທໍາ, ການສຶກສາ, ການທ່ອງທ່ຽວ, ກິລາ ແລະ ການພັດທະນາຊັບພະຍາກອນມະນຸດຮ່ວມກັນ.ນັບແຕ່ປີ 1991 ເປັນຕົ້ນມາ, ໂຄງການພັດທະນາບຸກຄະລາກອນຜ່ານໂຄງການMalaysian Technical Cooperation Programme (MTCP) ຂອງລັດຖະບານມາເລເຊຍໄດ້ສະໜອງທຶນຝຶກອົບຮົມ, ທຶນການສຶກສາ ແລະ ການຖ່າຍທອດຄວາມຮູ້ໃຫ້ແກ່ພະນັກງານລັດ,ນັກວິຊາການ ແລະ ຜູ້ຊ່ຽວຊານຂອງ ລາວ ຫຼາຍກວ່າ2,000 ຄົນໃນຫຼາຍຂົງເຂດ ເຊັ່ນ: ການບໍລິຫານພາກລັດ,
ການຄຸ້ມຄອງເສດຖະກິດ, ສາທາລະນະສຸກ, ກະສິກໍາ, ການທ່ອງທ່ຽວ ແລະ ເຕັກໂນໂລຊີ.ພ້ອມນີ້, ໃນປີ 2008-2009,ມາເລເຊຍໄດ້ຊ່ວຍເຫຼືອລາວ ໃນການຟື້ນຟູຜົນກະທົບຈາກນໍ້າຖ້ວມ ແລະ ພາຍຸເກດສະໜາ ຢູ່ພາກໃຕ້ຂອງປະເທດ.
ໃນດ້ານກິລາ, ໃນໂອກາດທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບກິລາຊີເກມ ຄັ້ງທີ 25ໃນປີ 2009, ມາເລເຊຍ ກໍໄດ້ໃຫ້ການສະໜັບສະໜູນອຸປະກອນກິລາ, ຊ່ວຍຝຶກອົບຮົມນັກກິລາລາວ.ສໍາລັບຂະແໜງສາທາລະນະສຸກ, ໃນປີ 2015-2016,ມາເລເຊຍ ໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງຂອງລາວ ຈັດໜ່ວຍແພດເຄື່ອນທີ່ເພື່ອໃຫ້ບໍລິການກວດສຸຂະພາບແບບບໍ່ເສຍຄ່າບໍລິການ ແກ່ປະຊາຊົນໃນບັນດາເຂດຊຸມຊົນຊານເມືອງຂອງນະຄອນຫຼວງວຽງຈັນ. ນອກນີ້, ໃນໄລຍະແຜ່ລະບາດຂອງໂຄວິດ-19, ມາເລເຊຍກໍໄດ້ມອບຢາວັກຊີນ Astra-Zeneca ຈໍານວນ 283,400 ໂດສແລະ Sino-Pharm ຈໍານວນ 500,000 ໂດສ ພ້ອມອຸປະກອນການແພດ ລວມມູນຄ່າຫຼາຍກວ່າ 7 ລ້ານໂດລາເພື່ອຊ່ວຍ ສປປ ລາວ ໃນການຄວບຄຸມ ແລະ ຟື້ນຟູຈາກຜົນກະທົບຂອງການແຜ່ລະບາດພະຍາດດັ່ງກ່າວ.
ບົນພື້ນຖານຂອງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນແໜ້ນແຟ້ນຕະຫຼອດໄລຍະ 60 ປີທີ່ຜ່ານມາ, ສປປ ລາວ ແລະ ມາເລເຊຍ ໄດ້ວາງຮາກຖານອັນໝັ້ນຄົງໃນການພັດທະນາສາຍພົວພັນທະວິພາຄີໃຫ້ກ້າວສູ່ໄລຍະໃໝ່. ໃນທ່າມກາງການຜັນແປຂອງພູມສາດການເມືອງ, ເສດຖະກິດ ແລະ ເຕັກໂນໂລຊີຂອງໂລກ. ສປປ ລາວ ແລະ ມາເລເຊຍຍັງມີທ່າແຮງສູງໃນການຍົກລະດັບການຮ່ວມມືໄປສູ່ຂົງເຂດຍຸດທະສາດໃໝ່ໆ ທີ່ສອດຄ່ອງກັບວິໄສທັດປະຊາຄົມອາຊຽນ(ASEAN Community Vision 2045) ແລະເປົ້າໝາຍການພັດທະນາຢ່າງຍືນຍົງ (SDGs). ທ່າແຮງອັນພົ້ນເດັ່ນແມ່ນ ການເປັນຈຸດເຊື່ອມໂຍງໂລຈິສຕິກຂອງພາກພື້ນ ໂດຍນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ເຊື່ອມຕໍ່ກັບລະບົບລົດໄຟຂອງໄທ ແລະ ມາເລເຊຍ ເພື່ອສ້າງເຄືອຂ່າຍ Multimodal Transport ແລະ ຕ່ອງໂສ້ອຸປະທານຂອງອາຊຽນ. ພ້ອມກັນນັ້ນ, ການຕໍ່ຍອດໂຄງການ LTMS-PIP ຈະຊ່ວຍເສີມສ້າງການຊື້-ຂາຍໄຟຟ້າຂ້າມຊາຍແດນ, ການພັດທະນາ Smart Grid, ພະລັງງານທົດແທນ, ການເງິນສີຂຽວ (Green Finance), ຕະຫຼາດກາກບອນ (Carbon Market)ແລະ ສິນເຊື່ອກາກບອນ (Carbon Credit)ເພື່ອຮ່ວມກັນບັນລຸເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ(Net Zero Emissions)ຂອງທັງພາກພື້ນ.
ນອກຈາກນັ້ນ, ການປ່ຽນຜ່ານສູ່ເສດຖະກິດດີຈີຕອນ ຈະເປັນໜຶ່ງໃນກົນໄກໃໝ່ຂອງການຂະຫຍາຍໂຕ.ທັງສອງປະເທດສາມາດຂະຫຍາຍການຮ່ວມມືດ້ານການຄ້າຜ່ານທາງເອເລັກໂຕນິກ(E-Commerce), ເຕັກໂນໂລຊີທາງການເງິນ (FinTech), ການຊໍາລະຜ່ານດີຈີຕອນ (Digital Payment), ປັນຍາປະດິດ (AI), ສູນຂໍ້ມູນ (Data Center), Cloud Computing, ຄວາມປອດໄພທາງໄຊເບີ (Cybersecurity)ແລະ Digital Government ເພື່ອຍົກລະດັບຂີດຄວາມສາມາດແຂ່ງຂັນຂອງວິສາຫະກິດ ແລະ ພາກລັດ. ພ້ອມກັນນີ້,ມາເລເຊຍໃນຖານະຜູ້ນຳຂອງໂລກດ້ານມາດຕະຖານ Halal (ອາຫານສໍາລັບຊາວມຸດສະລິມ)ສາມາດຮ່ວມກັບລາວ ທີ່ມີທ່າແຮງດ້ານກະສິກຳ-ອິນຊີ ແລະ ອາຫານປອດສານພິດ ໃນການພັດທະນາອຸດສາຫະກຳ Halal ເພື່ອເປີດຕະຫຼາດໃໝ່ໃນອາຊຽນ, ຕາເວັນອອກກາງ ແລະ ອາຊີໃຕ້, ພ້ອມທັງຍັງສາມາດຮ່ວມມືດ້ານກະສິກໍາທັນສະໄໝ(SmartAgriculture), ການແປຮູບອາຫານ (FoodProcessing),ຄວາມໝັ້ນຄົງທາງອາຫານ (Food Security)ແລະ Climate-smart Agriculture ເພື່ອຮັບປະກັນຄວາມໝັ້ນຄົງດ້ານອາຫານຂອງພາກພື້ນ.ອີກດ້ານໜຶ່ງ, ທັງສອງປະເທດຍັງສາມາດຂະຫຍາຍການຮ່ວມມືໃນຂົງເຂດເສດຖະກິດທີ່ກ່ຽວກັບການນໍາໃຊ້ແຫຼ່ງນໍ້າ ຫຼື ເສດຖະກິດສີຟ້າ (Blue Economy), ການຄຸ້ມຄອງຊັບພະຍາກອນນ້ຳ, ການທ່ອງທ່ຽວທີ່ມີຄຸນນະພາບ, ການທ່ອງທ່ຽວເພື່ອສຸຂະພາບ (Wellness Tourism), ການທ່ອງທ່ຽວແບບອະນຸລັກ (Eco-tourism), ການບໍລິການທາງການແພດ (Medical Tourism), ການຜ່າຕັດປິ່ນປົວທາງອອນລາຍ(Telemedicine),ການຄົ້ນຄ້ວາດ້ານສາທາລະນະສຸກ, ການປ້ອງກັນໄພພິບັດ, ຄວາມປອດໄພທາງໄຊເບີ ແລະ ການຕ້ານອາຊະຍາກໍາຂ້າມຊາດ.
ເວົ້າລວມແລ້ວ, ໃນໂອກາດຄົບຮອບ 60 ປີ ຂອງການສະຖາປະນາສາຍພົວພັນທາງການທູດລາວ-ມາເລເຊຍ ຈຶ່ງບໍ່ພຽງແຕ່ແມ່ນການລະນຶກເຖິງອະດີດອັນດີງາມ ແຕ່ເປັນຈຸດເລີ່ມຕົ້ນຂອງວິໄສທັດໄລຍະໃໝ່ ທີ່ຈະເປັນເຂັມທິດນໍາພາທັງສອງປະເທດກ້າວໄປສູ່ການເປັນ“ຫຸ້ນສ່ວນຍຸດທະສາດເພື່ອການເຕີບໂຕທີ່ຍືນຍົງ” (Strategic Partnership for Sustainable Growth) ທີ່ມີຄວາມທັນສະໄໝ, ເຂັ້ມແຂງ, ຮອບດ້ານແນໃສ່ສ້າງຜົນປະໂຫຍດຮ່ວມກັນໃຫ້ແກ່ປະຊາຊົນຂອງສອງປະເທດ. ການຮ່ວມມືດັ່ງກ່າວບໍ່ພຽງແຕ່ຈະສົ່ງເສີມຄວາມຈະເລີນຮຸ່ງເຮືອງຂອງລາວ ແລະ ມາເລເຊຍ ແຕ່ຍັງຈະປະກອບສ່ວນສຳຄັນຕໍ່ການສ້າງປະຊາຄົມອາຊຽນທີ່ມີຄວາມເປັນເອກະພາບ, ເຂັ້ມແຂງ ແລະ ສາມາດຮັບມືກັບບັນດາສິ່ງທ້າທາຍໃນສະຕະວັດທີ 21 ໄດ້ຢ່າງມີປະສິດທິຜົນ.
ຄໍາເຫັນ