ສະຖານທູດຫວຽດນາມ ຈັດງານວັນວັດທະນະທຳອາຫານຫວຽດນາມ ຢູ່ລາວ

ສະຖານທູດຫວຽດນາມ ຈັດງານວັນວັດທະນະທຳອາຫານຫວຽດນາມ ຢູ່ລາວ

ສະຖານທູດຫວຽດນາມ ຈັດງານວັນວັດທະນະທຳອາຫານຫວຽດນາມ ຢູ່ລາວ
ສະຖານທູດຫວຽດນາມປະຈຳລາວ ໄດ້ຈັດງານວັນວັດທະນະທຳອາຫານຫວຽດນາມຢູ່ລາວ ປະຈຳປີ 2026 ຂຶ້ນໃນວັນທີ 19 ພະຈິກນີ້ ທີ່ສຳນັກງານສະຖານຫວຽດນາມ ປະຈຳ ສປປ ລາວນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກ, ມີທ່ານ ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ, ທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ, ມີການນຳພັກ-ລັດ, ອະດີດການນຳພັກ-ລັດ, ບັນດາທູຕານຸອຸປະທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ ແລະ ພາກສ່ວນທີ່ກ່ຽວເຂົ້າຮ່ວມ.
ສະຖານທດຫວຽດນາມ ຈດງານວນວດທະນະທຳອາຫານຫວຽດນາມ ຢລາວ - image 1
 

 

ໃນພິທີ, ທ່ານ ຫງວຽນ ມິງ ເຕີມ ໄດ້ກ່າວວ່າ: ງານ "ວັນວັດທະນະທຳອາຫານຫວຽດນາມ" ໃນຄັ້ງນີ້ບໍ່ພຽງແຕ່ເປັນໂອກາດໃຫ້ພວກເຮົາໄດ້ຮ່ວມກັນຊີມລົດຊາດອາຫານທີ່ເປັນເອກະລັກຂອງຫວຽດນາມເທົ່ານັ້ນ, ແຕ່ຍັງເປັນຂົວຕໍ່ທີ່ນຳເອົາຮູບພາບຂອງປະເທດຊາດ, ຜູ້ຄົນ ແລະ ວັດທະນະທຳຫວຽດນາມ ໃຫ້ຫຍັບເຂົ້າໃກ້ກັບເພື່ອນມິດຊາວລາວ ແລະ ສາກົນຫຼາຍຂຶ້ນ ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈການແລກປ່ຽນ ແລະ ສາຍພົວພັນມິດຕະພາບ ລະຫວ່າງ ຫວຽດນາມ ກັບ ລາວ ກໍຄືເພື່ອນມິດສາກົນ ຊຶ່ງກິດຈະກຳໃນງານດັ່ງກ່າວ ຍັງເປັນໂອກາດໃຫ້ຊຸມຊົນຊາວຫວຽດນາມ ທີ່ອາໄສຢູ່ ສປປ ລາວ ໄດ້ຮ່ວມກັນເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນຫວຽດນາມ (ວັນທີ 18 ພະຈິກ) ແລະ ວັນວັດທະນະທຳຫວຽດນາມ (ວັນທີ 24 ພະຈິກ) ຊຶ່ງເປັນການປະກອບສ່ວນເຂົ້າໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍເອກະລັກວັດທະນະທຳຂອງຊາດທັງເປັນການເພີ່ມທະວີຄວາມສາມັກຄີຜູກພັນພາຍໃນຊຸມຊົນ ແລະ ເຜີຍແຜ່ຄຸນຄ່າທາງວັດທະນະທຳອັນດີງາມຂອງຫວຽດນາມຢູ່ບົນດິນແດນ ສປປ ລາວ.

ສະຖານທດຫວຽດນາມ ຈດງານວນວດທະນະທຳອາຫານຫວຽດນາມ ຢລາວ - image 2
 

ທ່ານກ່າວຕື່ມວ່າ: ຮູບເງົາເລື່ອງ “ລັດຖະມົນຕີກະຊວງການຕ່າງປະເທດຍິງຄົນທຳອິດຂອງຫວຽດ ນາມ” ທີ່ບັນດາທ່ານໄດ້ຮັບຊົມໃນມື້ນີ້ແມ່ນໄດ້ສ່ອງແສງໃຫ້ເຫັນເສັ້ນທາງປະຫວັດສາດແຫ່ງການຕໍ່ສູ້ເພື່ອເອກະລາດ, ເສລີພາບ ແລະ ສັນຕິພາບຂອງຊາດ ຜ່ານຊີວິດ ແລະ ພາລະກິດຂອງນັກການທູດຜູ້ດີເດັ່ນຂອງຫວຽດນາມ ແລະ ສຳລັບງານວາງສະແດງຮູບພາບ “ຫວຽດນາມ-ປະເທດຊາດ-ຜູ້ຄົນ”ພ້ອມດ້ວຍບັນດາລາຍການສະແດງສິລະປະທີ່ໂດດເດັ່ນໂດຍຄະນະສິລະປະກອນໂຮງລະຄອນຊາວໜຸ່ມ ແລະ ນ້ອງນັກຮຽນໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ນໍາພາບັນດາທ່ານໄປສຳຜັດກັບຄວາມສວຍງາມຂອງທຳມະຊາດ, ປະເທດຊາດ, ຜູ້ຄົນ ຕະຫຼອດຮອດຄວາມອຸດົມສົມບູນ ແລະ ເອກະລັກສະເພາະຂອງວັດທະນະທຳ, ສິລະປະຂອງຫວຽດນາມ ແລະ ລາວ, ສາຍພົວພັນ ຫວຽດນາມ-ລາວ ທີ່ປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ ໄດ້ກໍ່ຕັ້ງຮາກຖານໄວ້ ແລະ ໄດ້ຮັບການເພີ່ມພູນຄູນສ້າງຈາກການນຳ ແລະ ປະຊາຊົນສອງປະເທດຫຼາຍຮຸ່ນຄົນ, ໄດ້ກາຍເປັນຊັບສົມບັດລວມອັນລ້ຳຄ່າ, ເປັນບ່ອນອີງທາງຍຸດທະສາດ ແລະ ເປັນແຫຼ່ງກຳລັງແຮງອັນມະຫາສານໃຫ້ແກ່ພາລະກິດແຫ່ງການສ້າງສາ, ປົກປັກຮັກສາ ແລະ ພັດທະນາຂອງແຕ່ລະປະເທດ.

ສະຖານທດຫວຽດນາມ ຈດງານວນວດທະນະທຳອາຫານຫວຽດນາມ ຢລາວ - image 3
 

ໃນມໍ່ໆມານີ້, ສອງປະເທດໄດ້ເພີ່ມເຕີມເນື້ອໃນ “ຮຸ້ນສ່ວນຍຸດທະສາດ” ຊຶ່ງໄດ້ເປີດສັງກາດແຫ່ງການພັດທະນາໃໝ່.

ສະຖານທດຫວຽດນາມ ຈດງານວນວດທະນະທຳອາຫານຫວຽດນາມ ຢລາວ - image 4
 

ໃນສະພາບການດັ່ງກ່າວ, ຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດ ສືບຕໍ່ເປັນພື້ນຖານອັນໜັກແໜ້ນເພື່ອໃຫ້ບັນດາແນວທາງນະໂຍບາຍ ແລະ ທິດທາງການຮ່ວມມື ໄດ້ຮັບການຫັນເປັນຮູບປະທຳ ແລະ ເຂົ້າສູ່ຊີວິດຕົວຈິງ, ນັບແຕ່ບັນດາທ້ອງຖິ່ນຕາມຊາຍແດນ ຈົນເຖິງສູນກາງເສດຖະກິດ, ວັດທະນະທຳ ແລະ ການສຶກສາຂອງສອງປະເທດ.

ສະຖານທດຫວຽດນາມ ຈດງານວນວດທະນະທຳອາຫານຫວຽດນາມ ຢລາວ - image 5
 

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວການຮ່ວມມື

ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ໃນວັນທີ19ພະຈິກນີ້ ທີ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນສໍາລັບການພັດທະນາເສດຖະກິດ-ສັງຄົມຂອງສປປລາວຈໍານວນ2ໂຄງການຄື: ໂຄງການຕິດຕາມກວດກາຄຸນນະພາບນໍ້າແລະໂຄງການສະໜອງອຸປະກອນມອດໄຟ. ຕາງໜ້າລັດຖະບານແຫ່ງສປປລາວຮ່ວມລົງນາມໂດຍທ່ານອານຸພາບວົງໜໍ່ແກ້ວຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງສປປລາວແລະຕາງໜ້າລັດຖະບານຍີ່ປຸ່ນລົງນາມໂດຍທ່ານໂຄອິຊຶມິຊຶໂຕະມຸ (Mr. KOIZUMI Tsutomu) ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາສປປລາວໂດຍມີຜູ້ຕາງໜ້າຈາກບັນດາກະຊວງແລະພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
60 ປີ ລາວ-ມາເລເຊຍຮ່ວມສ້າງອະນາຄົດຜ່ານການເປັນຄູ່ຮ່ວມມືທີ່ເຂັ້ມແຂງ

60 ປີ ລາວ-ມາເລເຊຍຮ່ວມສ້າງອະນາຄົດຜ່ານການເປັນຄູ່ຮ່ວມມືທີ່ເຂັ້ມແຂງ

ປີ 2026 ຖືເປັນຂີດໝາຍປະຫວັດສາດສຳຄັນຂອງສາຍພົວພັນລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແລະມາເລເຊຍເນື່ອງໃນໂອກາດຄົບຮອບ60 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ (1/7/1966-1/7/2026). ຕະຫຼອດຫົກທົດສະວັດຜ່ານມາ, ສາຍພົວພັນຂອງສອງປະເທດໄດ້ພັດທະນາຈາກມິດຕະພາບອັນດີງາມ ສູ່ການເປັນຄູ່ຮ່ວມມືທີ່ໃກ້ຊິດ ແລະ ຮອບດ້ານ ຊຶ່ງກວມເອົາການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ວັດທະນະທຳ ແລະ ການພັດທະນາຊັບພະຍາກອນມະນຸດ.
ຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມຫາລືໃນຂອບກອງປະຊຸມAIPA

ຄະນະຜູ້ແທນສະພາແຫ່ງຊາດລາວເຂົ້າຮ່ວມຫາລືໃນຂອບກອງປະຊຸມAIPA

‎​ ວັນທີ19ພະຈິກຜ່ານມາທີ່ນະຄອນຫຼວງມະນິລາປະເທດຟີລິບປິນ, ຄະນະຜູ້ແທນສະພາແຫ່ງຊາດແຫ່ງສປປ ລາວໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມປຶກສາຫາລືແລະພິຈາລະນາຮ່າງມະຕິຂອງບັນດາກຳມາທິການຕ່າງໆໃນຂອບກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນຫຼືໄອປາ (AIPA) ຄັ້ງທີ47ຊຶ່ງໄດ້ສຸມໃສ່ບັນດາວຽກງານທີ່ສຳຄັນດັ່ງນີ້: ກຳມາທິການການເມືອງໄດ້ປຶກສາຫາລືກ່ຽວກັບບົດບາດຂອງລັດຖະສະພາໃນການຮັກສາສັນຕິພາບ, ຄວາມໝັ້ນຄົງກໍຄືການເສີມຂະຫຍາຍຄວາມເປັນແກນກາງຂອງອາຊຽນ,​​ ກຳມາທິການເສດຖະກິດໄດ້ຮ່ວມກັນຊຸກຍູ້ການເຊື່ອມຈອດທາງດ້ານເສດຖະກິດພາກພື້ນ, ການຫັນເປັນດີຈີຕອນລວມທັງການພັດທະນາແບບຍືນຍົງ,​ ​ກຳມາທິການສັງຄົມໄດ້ພິຈາລະນາຮ່າງມະຕິວ່າດ້ວຍການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາທີ່ມີຄວາມທົນທານຕໍ່ໄພພິບັດພ້ອມທັງປົກປ້ອງກຸ່ມຄົນດ້ອຍໂອກາດໃນສັງຄົມ,​ ກຳມາທິການການຈັດຕັ້ງ​ໄດ້ຄົ້ນຄວ້າວຽກງານພາຍໃນຂອງAIPA ແລະກະກຽມຄວາມພ້ອມໃນການຮັບຮອງເອົາລັດຖະສະພາແຫ່ງຊາດຕີມໍ-ແລັດສະເຕເຂົ້າເປັນສະມາຊິກສົມບູນລຳດັບທີ11.​
ປະທານອົງການກວດກາ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມຂໍ່ານັບອຳລາ

ປະທານອົງການກວດກາ ຕ້ອນຮັບທູດຍີ່ປຸ່ນ ເຂົ້າຢ້ຽມຂໍ່ານັບອຳລາ

ໃນວັນທີ 19 ພະຈິກນີ້ທີ່ຫ້ອງຮັບແຂກ ຄະນະກວດກາສູນກາງພັກ, ທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບ ທ່ານ ໂຄອິຊຶມິ ຊຶໂຕມຸ (H.E. Tsutomu Koizumi) ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບອຳລາ ໃນໂອກາດທີ່ທ່ານທູດ ໄດ້ສຳເລັດພາລະກິດການທູດ ແລະ ສິ້ນສຸດວາລະການປະຈຳການຢູ່ ສປປ ລາວ.
ນາຍົກລັດຖະມົນຕີໃຫ້ກຽດຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນ

ນາຍົກລັດຖະມົນຕີໃຫ້ກຽດຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນ

ໃນຕອນແລງວັນທີ 19 ພະຈິກຜ່ານມາທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຄະນະຜູ້ແທນກອງປະຊຸມໂຕະມົນປະຈໍາປີ 2026ຊຶ່ງນໍາພາໂດຍທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍ ທ່ານບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາລາວ, ບັນດາທ່ານເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາລາວ.
ຜູ້ແທນຂັ້ນສູງພັກປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ເກົາຫຼີ

ຜູ້ແທນຂັ້ນສູງພັກປປ ລາວ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ເກົາຫຼີ

ໃນລະຫວ່າງວັນທີ 17-21 ພະຈິກນີ້, ສະຫາຍ ອານຸພາບ ຕຸນາລົມຄະນະເລຂາທິການສູນກາງພັກຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ນຳພາຄະນະຜູ້ແທນຂອງພັກປະຊາຊົນປະຕິວັດລາວ ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ເກົາຫຼີ. ຈຸດປະສົງການຢ້ຽມຢາມຄັ້ງນີ້ ເພື່ອຈັດຕັ້ງປະຕິບັດແຜນການຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກແຮງງານເກົາຫຼີ ໄລຍະປີ 2022-2027 ກໍຄືການຜັນຂະຫຍາຍຜົນການພົບປະສຸດຍອດ ລະຫວ່າງ ການນໍາສູງສຸດຂອງສອງປະເທດ ໃນໂອກາດຢ້ຽມຢາມລັດຖະກິດ ສປປ ເກົາຫຼີ ຢ່າງເປັນທາງການ ໃນເດືອນຕຸລາ 2025 ໃຫ້ເປັນຮູບປະທຳ; ທັງເປັນການປະກອບສ່ວນສຳຄັນ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ສປປ ເກົາຫຼີ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
ຄະນະຜູ້ແທນໜັງສືພິມປະຊາຊົນແລກປ່ຽນບົດຮຽນຢູ່ສູນDDSນະຄອນດາໜັງ

ຄະນະຜູ້ແທນໜັງສືພິມປະຊາຊົນແລກປ່ຽນບົດຮຽນຢູ່ສູນDDSນະຄອນດາໜັງ

ໃນວັນທີ 19ພະຈິກຜ່ານມາທີ່ນະຄອນດາໜັງ ສສຫວຽດນາມ, ທ່ານສີວັນຫອມໄຊຍະເດດກຳມະການຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມແລກປ່ຽນບົດຮຽນຢູ່ສູນຫັນເປັນດີຈີຕອນແລະເຕັກໂນໂລຊີຍຸດທະສາດດາໜັງ (DDS)ໃຫ້ກຽດຕ້ອນຮັບຂອງທ່ານຟ້າມເທ້ເຍີນຮອງຜູ້ອໍານວຍການສູນຫັນເປັນດີຈີຕອນແລະເຕັກໂນໂລຊີຍຸດທະສາດດາໜັງພ້ອມດ້ວຍຄະນະໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ກອງປະຊຸມຄະນະກໍາມາທິການຮ່ວມ ຄັ້ງທີ 4 ສປປ ລາວ-ສປປ ເກົາຫຼີ

ກອງປະຊຸມຄະນະກໍາມາທິການຮ່ວມ ຄັ້ງທີ 4 ສປປ ລາວ-ສປປ ເກົາຫຼີ

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຊຶ່ງປະກອບດ້ວຍຜູ້ຕາງໜ້າຈາກຫຼາຍຂະແໜງການ ໄດ້ເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມເພື່ອການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກໂນໂລຊີ ຄັ້ງທີ 4 ລະຫວ່າງ ສປປ ລາວ ແລະ ສປປ ເກົາຫຼີ ທີ່ ນະຄອນຫຼວງພຽງຢາງສປປ ເກົາຫຼີ.
ສາມປະທານສະພາແຫ່ງຊາດກໍາປູເຈຍ-ລາວ-ຫວຽດນາມພົບປະຊຸກຍູ້ການຮ່ວມມືຮອບດ້ານ

ສາມປະທານສະພາແຫ່ງຊາດກໍາປູເຈຍ-ລາວ-ຫວຽດນາມພົບປະຊຸກຍູ້ການຮ່ວມມືຮອບດ້ານ

ວັນທີ 18 ພະຈິກຜ່ານມາ, ທ່ານສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເປັນເຈົ້າພາບຈັດພາເຂົ້າອາຫານເຊົ້າ ແລະ ພົບປະພາຍໃນ 3 ຝ່າຍ(ກຳປູເຈຍ-ລາວ-ຫວຽດນາມ)ຮ່ວມກັບ ສະຫາຍ ເຈິ່ນ ແທັງເໝີ້ນ ປະທານສະພາແຫ່ງຊາດ ແຫ່ງ ສສຫວຽດນາມ ແລະ ສົມເດັດຄຸນສຸດາຣີປະທານສະພາແຫ່ງຊາດແຫ່ງຣາຊະອານາຈັກກຳປູເຈຍໃນໂອກາດນໍາພາຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນຫຼືໄອປາ(AIPA)ຄັ້ງທີ47ທີ່ນະຄອນຫຼວງມະນີລາປະເທດຟີລິບປິນ.
ເລັ່ງຊຸກຍູ້ໂຄງການກໍ່​ສ້າງເສັ້ນທາງມິດຕະພາບລາວ-ຫວຽດນາມ

ເລັ່ງຊຸກຍູ້ໂຄງການກໍ່​ສ້າງເສັ້ນທາງມິດຕະພາບລາວ-ຫວຽດນາມ

ກອງປະຊຸມປຶກສາຫາລື, ເຜີຍແຜ່ຂໍ້ຕົກລົງແລະມອບໝາຍໜ້າທີ່ຄະນະຮັບຜິດຊອບໂຄງການກໍ່ສ້າງເສັ້ນທາງຍຸດທະສາດປກຊ-ປກສລຽບຕາມຊາຍແດນລາວ-ຫວຽດນາມຫຼືເສັ້ນທາງມິດຕະພາບລາວ-ຫວຽດນາມ, ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 19 ພະ​ຈິກ​ນີ້ ທີ່ ແຂວງຄຳ​ມ່ວນໂດຍການ​ເປັນ​ປະ​ທານ​ຂອງທ່ານພົ.ທສາຍໃຈກົມມະສິດຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ,ມີທ່ານໝັ້ນຍືນຄິນສະໝອນຮອງປະທານຄະນະກຳມະການປົກຄອງແຂວງພ້ອມດ້ວຍການນຳແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ